ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີເປີດ, ຢ້ຽມຢາມຮ້ານວາງສະແດງສິນຄ້າ ແລະວາງສະແດງຜະລິດຕະພັນຂອງບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກ ແລະມີການພົບປະກັບບັນດາຄູ່ຮ່ວມມື.

ທີ່ບັນດາການພົບປະ, ເຮັດວຽກກັຄູ່ຮ່ວມມືຕ່າງໆ, ທ່ານພົນຈັດຕະວາ ຫງວຽນບ໋າລຶກ ໄດ້ຂອບໃຈກະຊວງປ້ອງກັນປະເທດບັນດາປະເທດ ແລະບັນດາວິສາຫະກິດ, ກຸ່ມບໍລິສັດທີ່ໄດ້ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມ, ວາງສະແດງຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024; ຫວັງວ່າ ກະຊວງປ້ອງກັນປະເທດ, ກອງທັບ ແລະບັນດາວິສາຫະກິດປ້ອງກັນຊາດຂອງບັນດາປະເທດ ຈະສືບຕໍ່ສະໜັບສະໜູນ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນບ໋າລຶກ ເຂົ້າຮ່ວມງານວາງສະແດງ ແລະເວທີປາໄສປ້ອງກັນຊາດອິນໂດເນເຊຍ. ພາບ: qdnd.vn

Indo Defence ແມ່ນໜຶ່ງໃນບັນດາງານວາງສະແດງປ້ອງກັນຊາດສາກົນທີ່ມີອິດທິພົນຊື່ສຽງຂອງກະຊວງປ້ອງກັນປະເທດອິນໂດເນເຊຍ ເຊິ່ງໄດ້ຮັບການຈັດຕັ້ງແຕ່ປີ 2004. ຕາມຂໍ້ມູນຂ່າວສານຈາກຄະນະຈັດຕັ້ງແລ້ວ, ງານວາງສະແດງປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 1.000 ກວ່າແຫ່ງ ນໍາວາງສະແດງຜະລິດຕະພັນ ທີ່ມາຈາກ 60 ປະເທດ ແລະເຂດແຄວ້ນ ກໍ່ຄືແຂກຢ້ຽມຊົມ ແລະຜູ້ແທນຂັ້ນສູງຫຼາຍຄົນຂອງກະຊວງປ້ອງກັນປະເທດ, ກອງທັບບັນດາປະເທດ.

ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ຈັດສົ່ງຄະນະໄປເຂົ້າຮ່ວມ Indo Defence ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືສາກົນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການສ້າງສາ ແລະພັດທະນາພື້ນຖານອຸດສາຫະກຳປ້ອງກັນຊາດຂອງຫວຽດນາມ ຕາມທິດເປັນເຈົ້າການ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄຸນລັກສະນະຫຼາຍປະໂຫຍດ, ທັນສະໄໝ, ເປັນຕົ້ນແມ່ນມະຕິ ເລກທີ 08-NQ/TW ລົງວັນທີ 26 ມັງກອນ ປີ 2022 ຂອງກົມການເມືອງ ວ່າດ້ວຍການຍູ້ແຮງການພັດທະນາອຸດສາຫະກຳປ້ອງກັນຊາດ ຮອດປີ 2030 ແລະຊຸມປີຕໍ່ໄປ.

ໂດຍ: ຈາງຫງວຽນ