leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງໃຫ້ພັນຕີ ເຈິ່ນຫວຽດເກື່ອງ. ພາບ: qdnd.vn

ພັນຕີ ເຈິ່ນຫວຽດເກື່ອງ ແມ່ນນາຍທະຫານຂອງເຫຼົ່າຮົບລົດຕັງຍານເກາະ ໄດ້ຮັບຄວາມເປັນກຽດຖືກຈັດສົ່ງໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ໃນຄັ້ງນີ້ປ່ຽນແທນໃຫ້ຮ້ອຍເອກພິເສດ ຫງວຽນຕ໋ຽນລອງ ພວມດໍາລົງຕໍາແໜ່ງເປັນຜູ້ສັງເກດການທະຫານທີ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້ (UNMISS).

leftcenterrightdel
ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ນາຍທະຫານກຽມເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈ໊ຽນ ກ່າວຄໍາເຫັນເນັ້ນໜັກວ່າ, ຕໍາແໜ່ງຜູ້ສັງເກດການທະຫານປຽບເໝືອນ “ຕາ, ຫູ” ຂອງຄະນະປະຕິບັດງານ, ເຮັດວຽກໃນສະພາບແວດລ້ອມບໍລິເວນທີ່ມີຄວາມໝັ້ນຄົງສັບສົນ, ສະນັ້ນ ເພື່ອປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ສະເໜີໃຫ້ນາຍທະຫານກຽມເດີນທາງ ສືບຕໍ່ປະຕິບັດວຽກງານກະກຽມທຸກດ້ານ, ວຽກງານແນວຫຼັງໃຫ້ເປັນຢ່າງດີ. ເມື່ອໄປຮອດບໍລິເວນຄວນເສີມຂະຫຍາຍຈິດໃຈສາມັກຄີສາກົນ, ສາມັກຄີພາຍໃນ, ເປັນຕົ້ນແມ່ນຈິດໃຈເປັນເຈົ້າຕົນເອງ, ເອກະລາດ, ປະດິດຄິດສ້າງ, ປະສານສົມທົບຢ່າງແໜ້ນແຟ້ນໃນວິວັດການປະຕິບັດໜ້າທີ່, ຮັບປະກັນຄວາມປອດໄພຢ່າງເດັດຂາດ.

leftcenterrightdel
ພັນຕີ ເຈິ່ນຫວຽດເກື່ອງ ມີຄວາມເປັນກຽດໄດ້ຮັບຂໍ້ຕົກລົງຂອງປະທານປະເທດ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ສະຫາຍ ເຈິ່ນຫວຽດເກື່ອງ ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ ແລະກໍາລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ຕັດສິນໃຈປະຕິບັດໜ້າທີ່ບັນລຸໝາກຜົນສູງສຸດ, ປະກອບສ່ວນຢັ້ງຢືນຄຸນທາດ, ສະຕິປັນຍາຂອງທະຫານລຸງໂຮ່ ໃນສະພາບແວດລ້ອມເຮັດວຽກສາກົນ ແລະນາໆຊາດ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍກົມຮັກສາສັນຕິພາບຫວຽດນາມ ແລະບັນດາກົມກອງທີ່ກ່ຽວຂ້ອງ ໄດ້ປະຕິບັດວຽກງານກະກຽມ, ຝຶກແອບ ແລະບຳລຸງສ້າງຊັບພະຍາກອນມະນຸດ ແກ່ໜ້າທີ່ສຳຄັນເປັນຢ່າງດີ; ທ່ານເຊື່ອໝັ້ນວ່າ ຫວຽດນາມ ຈະມີບຸກຄົນ, ກຳລັງທີ່ດີເດັ່ນຫຼາຍຕື່ມອີກ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ພິເສດແມ່ນເຂົ້າຮ່ວມບັນດາຕຳແໜ່ງສູງທີ່ຄະນະປະຕິບັດງານ ແລະສຳນັກງານອົງການສະຫະປະຊາຊາດ, ແນໃສ່ຍົກສູງທີ່ຕັ້ງ ແລະພາບພົດຂອງຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ.

ໂດຍ: ທູຈາງ