leftcenterrightdel
ທ່ານພົນຈັດຕະວາ ບຸ່ຍຈ້ອງຫ້ຽວ ກ່າວຄໍາເຫັນເປີດຊຸດຝຶກອົບຮົມ. ພາບ: ຫວູຮວ່າງ

ກ່າວຄໍາເຫັນເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ບຸ່ຍຈ້ອງຫ້ຽວ, ຮອງຫົວໜ້າກົມພົວພັນຕ່າງປະເທດ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ໃນໄລຍະຜ່ານມາ ຍາມໃດກໍ່ໄດ້ການນຳຂັ້ນສູງສອງປະເທດ ຮັບຮູ້ແມ່ນເສົາຄ້ຳສຳຄັນ, ແມ່ນການພົວພັນ “ພິເສດຂອງພິເສດ”.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມຖ່າຍຮູບລວມ. ພາບ: ຫວູຮວ່າງ

ປະກອບສ່ວນເຂົ້າໃນຜົນສຳເລັດລວມນັ້ນ, ຂະແໜງການທູດປ້ອງກັນຊາດສອງປະເທດ ໄດ້ເສີມຂະຫຍາຍບົດບາດແມ່ນຂົວຕໍ່ສຳຄັນລະຫວ່າງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ. ສືບຕໍ່ຜົນສຳເລັດຂອງບັນດາຊຸດຝຶກອົບຮົບກ່ອນ, ກົມພົວພັນຕ່າງປະເທດ ໄດ້ປະສານສົມທົບທັບສະຖາບັນຍຸດທະສາດ ແລະປະຫວັດສາດການປ້ອງກັນຊາດຫວຽດນາມ ແລະສະຖາບັນການຕ່າງປະເທດ ສ້າງຫຼັກສູດຝຶກອົບຮົບປີນີ້ ລວມມີບັນດາຫົວຂໍ້ຍ່ອຍ ແລະທັກສະວິຊາການການທູດ. ທ່ານພົນຈັດຕະວາ ບຸ່ຍຈ້ອງຫ້ຽວ ເຊື່ອໝັ້ນວ່າ ຊຸດຝຶກອົບຮົມ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະບັນດາພະນັກງານກອງທັບປະຊາຊົນລາວ ກັບເມືອປະເທດ ຈະໝູນໃຊ້ຄວາມຮູ້ ແລະທັກສະເຂົ້າໃນການປະຕິບັດໜ້າທີ່ວຽກງານ.

ໂດຍ: ແສງເດືອນ