ບັນດາສິ່ງທ້າທາຍຢູ່ໂຮງຮຽນແຫ່ງໜຶ່ງຫາກໍ່ສ້າງຕັ້ງ
ເຖິງວ່າຫາກໍ່ເປີດນຳໃຊ້ໄດ້ສອງອາທິດ, ໂຮງຮຽນ Bright Future (ອະນາຄົດທີ່ສົດໃສ) ໄດ້ກາຍເປັນບ່ອນຮ່ຳຮຽນຂອງພວກນ້ອງນ້ອຍຊັ້ນອະນຸບານຫຼາຍຄົນທີ່ມາຈາກໂຮງຮຽນມັດທະຍົມຕອນບ່າຍ ຢູ່ Terekeka. ເຖິງຢ່າງໃດກໍ່ຕາມ, ຍ້ອນເງື່ອນໄຂຈໍາກັດ, ໂຮງຮຽນມີພຽງແຕ່ 2 ຫ້ອງຮຽນດ້ວຍຄູສອນຈຳນວນ 8 ຄົນ ຮັບຜິດຊອບວຽກງານສິດສອນ. ບັນດາຫ້ອງຮຽນໄດ້ຈັດຕັ້ງການສັບຊ້ອນດ້ວຍຫຼາຍຊັ້ນຮຽນເພື່ອຮັບປະກັນນັກຮຽນທຸກຄົນມີໂອກາດມາຮ່ຳຮຽນ.
ຄຽງຂ້າງການຂາດແຄນກ່ຽວກັບວັດຖຸອຸປະກອນຮັບໃຊ້ການສິດສອນ, ໂຮງຮຽນຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກກ່ຽວກັບພື້ນຖານໂຄງລ່າງພໍສົມຄວນ. ເລື່ອງຍັງບໍ່ທັນມີນ້ຳປະປາ, ໄຟຟ້າ ແລະຫ້ອງນ້ຳ ເຮັດໃຫ້ເກີດສິ່ງອຸບປະສັກຫຼາຍຢ່າງໃຫ້ແກ່ນັກຮຽນ ແລະຄູສອນ.
ທ່ານອະທິການບໍດີ Abraham Ajang ແບ່ງປັນວ່າ ປະຈຸບັນສະພາບແວດລ້ອມການຮ່ຳຮຽນຍັງມີສິ່ງທ້າທາຍຫຼາຍຢ່າງ, ພິເສດເມື່ອລະດູຝົນໃກ້ຊິວຽນມາ. ນ້ຳຖ້ວມ ແລະຂີ້ຕົມບໍ່ພຽງແຕ່ກີດກັ້ນການຮ່ຳຮຽນເທົ່ານັ້ນ ຫາກຍັງເຮັດໃຫ້ເພີ່ມຄວາມສ່ຽງຕິດພະຍາດ ຍ້ອນເງື່ອນໄຂອະນາໄມບໍ່ໄດ້ຮັບປະກັນ. ໃນສະພາບການນີ້, ການໜູນຊ່ວຍຈາກສາກົນ ແລະບັນດາອົງການຈັດຕັ້ງເພື່ອມະນຸດສະທຳແມ່ນຄວາມຈຳເປັນຕ້ອງເພື່ອປົວແປງເງື່ອນໄຂການດຳລົງຊີວິດຂອງນັກຮຽນ.
    |
 |
ທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ ໃນເວລາຂຶ້ນຫ້ອງຮຽນ. |
    |
 |
ທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ ກັບພວກນ້ອງນັກຮຽນຢູ່ຊູດັງໃຕ້. |
ແມ່ນນາຍທະຫານຜູ້ທຳອິດຂອງຫວຽດນາມ ໄດ້ແຕ່ງຕັ້ງເຂົ້າເຮັດວຽກຢູ່ກອງຫັດແອບນັກສັງເກດການການທະຫານຂອງຄະນະປະຕິບັດງານ, ທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ ບໍ່ພຽງແຕ່ຮັບຜິດຊອບວຽກງານວິຊາການເທົ່ານັ້ນ ຫາກຍັງເປັນເຈົ້າການເຂົ້າຮ່ວມບັນດາກິດຈະກຳໜູນຊ່ວຍວົງຄະນະຍາດອີກດ້ວຍ. ໃນລາຍການຢູ່ໂຮງຮຽນ Bright Future, ເອື້ອຍ ໄດ້ພ້ອມກັບເພື່ອນຮ່ວມອາຊີບຈັດຕັ້ງການສິດສອນກ່ຽວກັບທັກສະການດຳລົງຊີວິດ, ແບ່ງປັນຄວາມຮູ້ຕົວຈິງ ແລະໃຫ້ກຳລັງໃຈພວກນ້ອງນ້ອຍ ຮັກສາການຮ່ຳຮຽນເພື່ອຜ່ານຜ່າຄວາມຫຍຸ້ງຍາກ. ກິດຈະກຳນີ້ກໍ່ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງຄະນະປະຕິບັດງານ ແລະປະຊາຄົມທ້ອງຖິ່ນ, ສ້າງພື້ນຖານສະດວກໃຫ້ການປະຕິບັດພາລະກຳພົນລະເຮືອນ ແລະຄວາມໝັ້ນຄົງໃນພາກພື້ນ.
ບັນດາກິດຈະກຳຄືຢູ່ໂຮງຮຽນ Bright Future ຊ່ວຍ UNMISS ເຂົ້າເຖິງປະຊາຄົມຢ່າງເຖິງຖອງກວ່າ, ສ້າງຂົວຕໍ່ທີ່ມີປະສິດທິຜົນໃນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມສະຫງົບ, ສະກັດກັ້ນການປະທະກັນ ແລະຊຸກຍູ້ມາດຕະການສັນຕິພາບໃນໄລຍະຍາວ. ບໍ່ພຽງແຕ່ໜູນຊ່ວຍດ້ານການສຶກສາເທົ່ານັ້ນ, ທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ ຍັງເອົາໃຈໃສ່ເຖິງການຍົກສູງຄວາມຮັບຮູ້ຂອງນັກຮຽນຍິງກ່ຽວກັບສິດທິຂອງຕົນ.
    |
 |
ທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ ກັບພວກນ້ອງນັກຮຽນຢູ່ຊູດັງໃຕ້. |
ທ່ານຮ້ອຍເອກພິເສດ ຫວູຫງວຽດແອັງ ໃຫ້ຮູ້ວ່າ: “ຍາມໃດ ຂ້າພະເຈົ້າ ກໍ່ປາດຖະໜາຢາກພວກນ້ອງນ້ອຍແຕ່ລະຄົນ, ພິເສດແມ່ນເດັກຍິງ, ຮັບຮູ້ວ່າ ພວກນ້ອງນ້ອຍມີຄວາມສາມາດຕັດສິນອະນາຄົດຂອງຕົນ. ການສຶກສາບໍ່ພຽງແຕ່ແມ່ນເສັ້ນທາງຊ່ວຍພວກນ້ອງນ້ອຍຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກໃນປະຈຸບັນເທົ່ານັ້ນ ຫາກຍັງແມ່ນວິທີການຊ່ວຍພວກນ້ອງນ້ອຍ ມີການປ່ຽນແປງໃນວົງຄະນະຍາດຢ່າງແທ້ຈິງ”.
ຮ່ວມເດີນທາງກັບໂຮງຮຽນ, ຄະນະປະຕິບັດງານໄດ້ມອບປຶ້ມ ແລະເຄື່ອງມືຮັບໃຊ້ການຮ່ຳຮຽນ ເພື່ອໜູນຊ່ວຍພວກນ້ອງນ້ອຍໃນເສັ້ນທາງຊອກຫາຄວາມຮູ້. ທ່ານ Alith Ngok, ຄູສອນຢູ່ໂຮງຮຽນ, ຕື້ນຕັນໃຈແບ່ງປັນວ່າ: ການມີໜ້າຂອງບັນດານາຍທະຫານຮັກສາສັນຕິພາບ, ພິເສດແມ່ນທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ, ບໍ່ພຽງແຕ່ຊ່ວຍໂຮງຮຽນມີຄວາມໄວ້ເນື້ອເຊື່ອໃຈເທົ່ານັ້ນ ຫາກຍັງຕໍ່ກຳລັງໜູນເພື່ອພວກຂ້າພະເຈົ້າຜ່ານຜ່າຄວາມຫຍຸ້ງຍາກອີກດ້ວຍ”. ສ່ວນນ້ອງ Alice Kolong, ນັກຮຽນ ມ1 ກໍ່ສະແດງຄວາມໃຝ່ຝັນ: “ນ້ອງ ຮູ້ສຶກດີໃຈຍ້ອນວ່າໄດ້ຮັບປຶ້ມ ແລະຮຽນນຳປ້າ ແລະລຸງ. ຫຼານຢາກຮຽນເກັ່ງເພື່ອຊ່ວຍພວກນ້ອງນ້ອຍ, ຄືປ້າ ແລະລຸງທີ່ໄດ້ຊ່ວຍຫຼານໃນປະຈຸບັນ.
ແຜ່ຂະຫຍາຍຮູບພາບຫວຽດນາມ ຢູ່ເວທີປາໄສສາກົນ
ຜ່ານບັນດາກິດຈະກຳໜູນຊ່ວຍການສຶກສາ, ປົກປ້ອງສິດທິເດັກ ແລະຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ ບໍ່ພຽງແຕ່ແຜ່ຂະຫຍາຍສານມະນຸດສະທຳເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນບົດບາດນັບມື້ນັບສຳຄັນຂອງພົນທະຫານຍິງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ. ກິດຈະກຳນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຮັບຜິດຊອບຂອງກຳລັງຮັກສາສັນຕິພາບຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການປະຕິບັດສອງເປົ້າໝາຍພັດທະນາແບບຍືນຍົງ: ການສຶກສາຄຸນນະພາບ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ. ນີ້ບໍ່ພຽງແຕ່ຄວາມພາກພູມໃຈຂອງເອື້ອຍ ເທົ່ານັ້ນ ຫາກຍັງເປັນບາດກ້າວເດີນສຳຄັນຕໍ່ກັບຫວຽດນາມ ໃນພາລະກຳສັນຕິພາບສະຫະປະຊາຊາດ.
    |
 |
ທ່ານພັນໂທ Maduk Dang ພ້ອມກັບທ່ານນາງຮ້ອຍເອກພິເສດ ຫວູຫງວຽດແອັງ ໂອ້ລົມກັບບັນດານັກຮຽນ. |
ໄປນຳຄະນະປະຕິບັດງານ, ທ່ານພັນໂທ Maduk Dang, ນາຍທະຫານສື່ສານ ຊູດັງໃຕ້, ຮັບຮູ້ການປະກອບສ່ວນຂອງກອງທັບປະຊາຊົນຫວຽດນາມ ໃນພາລະກຳຮັກສາສັນຕິພາບຢູ່ຊູດັງໃຕ້. ຕາມທ່ານແລ້ວ, ບັນດານາຍ ແລະພົນທະຫານຫວຽດນາມ ບໍ່ພຽງແຕ່ເຮັດສຳເລັດໜ້າທີ່ວິຊາການເທົ່ານັ້ນ ຫາກຍັງໜູນຊ່ວຍວົງຄະນະຍາດ, ພິເສດໃນຂົງເຂດການສຶກສາ ແລະປົກປ້ອງສິດທິເດັກ. ທ່ານພັນໂທ Maduk Dang ເນັ້ນໜັກວ່າ: “ດ້ວຍຈິດໃຈຮັບຜິດຊອບ ແລະການເຮັດວຽກຢ່າງສຸດຈິດສຸດໃຈຂອງກອງທັບປະຊາຊົນ ຫວຽດນາມ ໄດ້ສ້າງຄວາມຕັ້ງໜ້າ, ຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ UNMISS ແລະປະຊາຊົນທ້ອງຖິ່ນ, ພ້ອມທັງນໍາມາເຊິ່ງຄຸນຄ່າມະນຸດສະທໍາຢ່າງເລິກເຊິ່ງ”.
ບົດບາດຂອງກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຜ່ານການເຄື່ອນໄຫວຮັກສາສັນຕິພາບເທົ່ານັ້ນ ຫາກຍັງຜ່ານຄວາມມານະພະຍາຍາມຊຸກຍູ້ການພັດທະນາແບບຍືນຍົງ, ປົກປ້ອງສາມັນຊົນ ແລະສ້າງພື້ນຖານສັນຕິພາບທີ່ຍາວນານ. ບັນດານາຍ ແລະພົນທະຫານຄືທ່ານຮ້ອຍເອກພິເສດ ຫວູຫງວຽດແອັງ ໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກສູງຖານະບົດບາດສາກົນຂອງຫວຽດນາມ, ຢືນຢັນຈິດໃຈຮັບຜິດຊອບ, ຄວາມສາມັກຄີ ແລະມະນຸດສະທຳໃນພາລະກຳທົ່ວໂລກ.
ໂດຍ: ແສງເດືອນ