ກ່າວຄຳເຫັນທີ່ພິທີ, ທ່ານພັນເອກພິເສດ ຫງວຽນດິ່ງຮ່ຽນ, ຜູ້ບັນຊາການເຫຼົ່າຮົບເຄມີສາດ, ຜູ້ອຳນວຍການໃຫຍ່ NACCET ໃຫ້ຮູ້ວ່າ ໃນສະພາບການໂລກາພິວັດ ແລະສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານນັບມື້ນັບເພີ່ມຂຶ້ນ, ພິເສດແມ່ນການເກີດເຫດ CBRN ເພີ່ມຂຶ້ນ, ການເພີ່ມທະວີຄວາມສາມາດຮັບມືແມ່ນຄວາມຮຽກຮ້ອງທີ່ຈຳເປັນ. ບັນດາເຫດນີ້ບໍ່ພຽງແຕ່ກໍ່ຄວາມເສຍຫາຍກ່ຽວກັບຄົນ, ສິ່ງແວດລ້ອມ, ຊັບສິນເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງທາງສັງຄົມ ແລະຄວາມໝັ້ນຄົງແຫ່ງຊາດ. ແມ່ນປະເທດເຄີຍຖືກສົງຄາມເປັນເວລາຫຼາຍປີ, ປະຈຸບັນຫວຽດນາມ ຍັງມີດິນຫຼາຍລ້ານແຮກຕາຖືກຕິດທາດພິດດີໂອຊີນ, ກວ່າ 4,8 ລ້ານຄົນຖືກຕິດດີໂອຊີນ, ຕ້ອງມີການຮ່ວມແຮງຮ່ວມໃຈໜູນຊ່ວຍປະຊາຄົມສາກົນ, ໃນນັ້ນ ມີອາເມລິກາ.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: ຮ່າເຟືອງ
leftcenterrightdel
ພິທີເຊັນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງ NACCET ແລະ DTRA. ພາບ: ຮ່າເຟືອງ

ໃນໄລຍະຜ່ານມາ, NACCET ແລະ DTRA ໄດ້ປະສານສົມທົບໃນຫຼາຍເນື້ອໃນຢ່າງມີປະສິດທິຜົນ. ພິທີເຊັນບົດບັນທຶກວ່າດ້ວຍການຮ່ວມມືຄັ້ງນີ້ເປັນຂີດໝາຍບາດກ້າວເດີນສຳຄັນໃນວິວັດທະນາການຮ່ວມມືເພີ່ມທະວີຄວາມສາມາດຮັບມືກັບສິ່ງທີ່ເກີດມາຈາກເຫດ CBRN ລະຫວ່າງ NACCET ແລະ DTRA. ເຫດການນີ້ກໍ່ປະກອບສ່ວນເພີ່ມພູນຄູນສ້າງການພົວພັນຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ, ພ້ອມທັງແມ່ນຂີດໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ (1995-2025).

ໂດຍ: ແສງເດືອນ