ທ່ານພົນໂທ ຮວ່າງຊວນຈຽນ ຕ້ອນຮັບທູດປ້ອງກັນຊາດຈີນ ແລະສະຫະພັນລັດເຊຍ ປະຈໍາ ຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Jiang Bo, ທູດປ້ອງກັນຊາດຈີນ ປະຈໍາ ຫວຽດນາມ ແລະທ່ານພັນເອກ Govorov Alexey Arkatachev, ທູດປ້ອງກັນຊາດສະຫະພັນລັດເຊຍ ປະຈໍາ ຫວຽດນາມ.
ທ່ານພົນໂທ ຮວ່າງຊວນຈຽນ ຢືນຢັນວ່າ ພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖື, ຈົດຈຳການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະມີປະສິດທິຜົນຂອງ ສປ ຈີນ ແລະ ໂຊວຽດ/ສະຫະພັນລັດເຊຍ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ແລະພາລະກິດສ້າງສາສັງຄົມນິຍົມ, ພັດທະນາປະເທດຊາດໃນປະຈຸບັນ.
ແລກປ່ຽນກ່ຽວກັບເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈຽນ ສະເໜີກະຊວງປ້ອງກັນປະເທດຈີນ ແລະສະຫະພັນລັດເຊຍ ສືບຕໍ່ປະສານສົມທົບກັບກະຊວງປ້ອງກັນປະເທດຫວຽດນາມ ຢ່າງແໜ້ນແຟ້ນ, ມີປະສິດທິຜົນເພື່ອຊຸກຍູ້ການຮ່ວມມືບົນພື້ນຖານຂໍ້ຕົກລົງທີ່ໄດ້ລົງນາມ, ໃນນັ້ນມີເນື້ອໃນການຮ່ວມມືດ້ານປະຫວັດສາດການທະຫານ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈຽນ ໃຫ້ຮູ້ວ່າ ຫວຽດນາມ ວາງແຜນຈະກໍ່ສ້າງອະນຸສາວະລີຢູ່ຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ ເພື່ອລະນຶກ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຊ່ຽວຊານ, ນັກຮົບຂອງບັນດາປະເທດທີ່ໄດ້ຊ່ວຍເຫຼືອການປະຕິວັດຫວຽດນາມ, ໃນນັ້ນມີ ສປ ຈີນ ແລະສະຫະພັນລັດເຊຍ. ນີ້ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຄວາມຈົ່ງຮັກພັກດີ ແລະຄວາມຮູ້ບຸນຄຸນຂອງປະເທດ, ປະຊາຊົນ ແລະກອງທັບຫວຽດນາມ ທີ່ມີຕໍ່ປະຊາຄົມສາກົນ, ພິເສດແມ່ນຕໍ່ບັນດາປະເທດທີ່ໄດ້ຊ່ວຍເຫຼືອການປະຕິວັດຫວຽດນາມ; ຜ່ານນັ້ນໄດ້ສຶກສາກ່ຽວກັບຄວາມສາມັກຄີ ແລະມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດ.
ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈຽນ ໃຫ້ຮູ້ວ່າ ໃນໄວໆນີ້, ຫວຽດນາມ ຈະສົ່ງຈົດໝາຍເຊີນການນຳຈີນ ແລະສະຫະພັນລັດເຊຍ ແລະການນຳກະຊວງປ້ອງກັນປະເທດສອງປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ.
ທີ່ການຕ້ອນຮັບ, ທູດປ້ອງກັນຊາດຈີນ ແລະທູດປ້ອງກັນຊາດສະຫະພັນລັດເຊຍ ໄດ້ຮັບຮູ້ຂໍ້ລິເລີ່ມຂອງກະຊວງປ້ອງກັນປະເທດຫວຽດນາມ ໃນການກໍ່ສ້າງອະນຸສາວະລີບັນດານັກຊ່ຽວຊານ, ນັກຮົບບັນດາປະເທດທີ່ໄດ້ຊ່ວຍເຫຼືອການປະຕິວັດຫວຽດນາມ; ໃຫ້ຮູ້ວ່າ ຈະລາຍງານກັບຄືນໄປປະເທດ ແລະຊຸກຍູ້ເລື່ອງນີ້. ທ່ານພັນເອກ Govorov Alexey Arkadievich ໃຫ້ຮູ້ວ່າ ຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການກໍ່ສ້າງອະນຸສາວະລີ ໄດ້ລາຍງານໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ແລະທ່ານລັດຖະມົນຕີ ຕີລາຄາສູງຂໍ້ລິເລີ່ມນີ້ຂອງຫວຽດນາມ; ເນັ້ນໜັກວ່າ ສະຫະພັນລັດເຊຍ ຍາມໃດກໍ່ຖືການພົວພັນມິດຕະພາບອ້າຍນ້ອງລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ທີ່ໄດ້ຮັບການທົດສອບໃນໄລຍະຜ່ານມາ.
ສ່ວນທ່ານພັນເອກ Jiang Bo ຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ໃນການກໍ່ສ້າງອະນຸສາວະລີ; ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນໂທ ຮ່ວາງຊວນຈຽນ ທີ່ໄດ້ເອົາໃຈໃສ່, ຊຸກຍູ້ການບູລະນະສຸສານນັກຮົບທີ່ເສຍສະຫຼະຊີວິດ ຂອງຈີນ ຢູ່ຫວຽດນາມ.
ໂດຍ: ຈາງຫງວຽນ