ທີ່ການຕ້ອນຮັບ, ທ່ານພົນຕີ ຫງວຽນກວາງຫງອກ ຢືນຢັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະເບລາຣຸດ ໄດ້ຮັບການປັບປຸງ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ.

ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເບລາຣຸດ ໃນຕົ້ນເດືອນ ພຶດສະພາ ປີ 2025 ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນມ, ໃນນັ້ນການພົວພັນດ້ານປ້ອງກັນຊາດສວມບົດບາດສຳຄັນເປັນເສົາຄ້ຳໃນການພົວພັນສອງຝ່າຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນຕີ ຫງວຽນກວາງຫງອກ ເນັ້ນໜັກວ່າ ໃນໄລຍະທີ່ຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ເໝາະສົມກັບການພົວພັນສອງປະເທດ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນຂົງເຂດ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼ່ົາຮົບ ແລະບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດສອງປະເທດ, ການຮ່ວມມືດ້ານການບຳລຸງກໍ່ສ້າງ, ການຮ່ວມມືດ້ານວິທະຍາສາດການທະຫານ...

leftcenterrightdel
ທ່ານພົນຕີ ຫງວຽນກວາງຫງອກ ແລະທ່ານພົນຈັດຕະວາ Belyi Vladimir Vladimirovich. ພາບ: qdnd.vn

ທ່ານພົນຕີ ຫງວຽນກວາງຫງອກ ຕີລາຄາສູງໝາກຜົນການພົບປະສອງຝ່າຍລະຫວ່າງກົມອົບຮົມ-ໂຮງຮຽນ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະຄະນະຜູ້ແທນກົມໃຫຍ່ຝຶກແອບສູ້ຮົບບັນດາກໍາລັງປະກອບອາວຸດສາທາລະນະລັດເບລາຣຸດ; ສະເໜີວ່າ ໃນໄລຍະຈະມາເຖິງ, ສອງ ຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຄື: ແລກປ່ຽນຄະນະຜູ້ແທນ, ຝຶກອົບຮົມ, ແລກປ່ຽນບົດຮຽນປະສົບການ, ເຂົ້າຮ່ວມບັນດາງານແຂ່ງຂັນ ແລະ ງານແຂ່ງຂັນກິລາໂດຍແຕ່ລະຝ່າຍຈັດຕ້ັງ.

ທ່ານພົນຈັດຕະວາ Belyi Vladimirovich ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ກົມອົບຮົມ-ໂຮງຮຽນ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ຝຶກແອບສູ້ຮົບບັນດາກໍາລັງປະກອບອາວຸດ ສາທາລະນະລັດ ເບລາຣຸດ ໄດ້ມີການພົບປະແລກປ່ຽນ, ເຮັດວຽກຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນຕີ ຫງວຽນກວາງຫງອກ ແລະທ່ານພົນຈັດຕະວາ Belyi Vladimir Vladimirovich ມອບ-ຮັບຂອງຂວັນທີ່ລະນຶກ. ພາບ: qdnd.vn

ທີ່ການພົບປະສອງຝ່າຍລະຫວ່າງສອງອົງການ, ສອງຝ່າຍໄດ້ແບ່ງປັນຫຼາຍເນື້ອໃນສຳຄັນ ແລະຈຸດຄ້າຍຄືກັນໃນການພົວພັນຮ່ວມມື. ໃນນັ້ນ, ສອງຝ່າຍໄດ້ສຸມໃສ່ແລກປ່ຽນເນື້ອໃນການຮ່ວມມືໃນຂົງເຂດຝຶກແອບ, ພ້ອມກັບບາງເນື້ອໃນຮ່ວມມືເຊິ່ງ ສອງຝ່າຍຕ່າງມີຄວາມສົນໃຈ ແລະມີຄວາມຕ້ອງການ.

ທ່ານພົນຈັດຕະວາ Belyi Vladimir Vladimirovich ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືສອງຝ່າຍລະຫວ່າງເບລາຣຸດ-ຫວຽດນາມ ຈະນັບມື້ນັບພັດທະນາກວ່າອີກໃນໄລຍະຈະມາເຖິງ.

ໂດຍ: ທູຈາງ