* ທີ່ການເຂົ້າຢ້ຽມຂໍ່ານັບທ່ານ ຮຸນແຊນ, ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດນັບມື້ນັບໄວ້ເນື້ອເຊື່ອໃຈ; ຖືວ່າເລື່ອງສອງຝ່າຍ ຮັກສາການພົບປະຂັ້ນສູງລະຫວ່າງກົມການເມືອງພັກກອມມູນິດຫວຽດນາມ ແລະຄະນະປະຈໍາພັກປະຊາຊົນກໍາປູເຈຍ ມີຄວາມໝາຍສໍາຄັນຍິ່ງ, ກໍານົດທິດໃຫ້ແກ່ບັນດາຂົງເຂດຮ່ວມມື. 

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານ ຮຸນແຊນ, ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງກຳປູເຈຍ. ພາບ: qdnd.vn

ທ່ານ ຮຸນແຊນ ແລະທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາສູງຜົນການຮ່ວມມືທີ່ສອງປະເທດບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມເຄົາລົບນັບຖືຕໍ່ການຊ່ວຍເຫຼືອ, ສາມັກຄີ, ສະໜິດຕິດພັນ ແລະການເສຍສະຫຼະໃຫ້ກັນໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືສ້າງສາ ແລະພັດທະນາປະເທດ ໃນປັດຈຸບັນ. 

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ປາດຖະໜາວ່າ ສະພາສູງ, ສະພາແຫ່ງຊາດ, ລັດຖະບານກຳປູເຈຍ ແລະທ່ານ ຮຸນແຊນ ຈະສືບຕໍ່ໜູນຊ່ວຍປະຊາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ຢູ່ກຳປູເຈຍ; ພ້ອມທັງສ້າງເງື່ອນໄຂສະດວກໃນການຊອກຫາ, ຂຸດຄົ້ນ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ກຳປູເຈຍ.

* ທີ່ການເຂົ້າຢ້ຽມຂໍ່ານັບທ່ານ ຮຸນ ມາແນັດ ນາຍົກລັດຖະມົນຕີກໍາປູເຈຍ, ທ່ານພົນເອກ ຫງວຽນເຕິນເກືອງ  ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ກໍາປູເຈຍ ໃນໄລຍະຜ່ານມາຍາມໃດກໍ່ໃກ້ຊິດຕິດແທດກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ບັນລຸໄດ້ບັນດາໝາກຜົນທີ່ໜ້າພາກພູມໃຈ, ນັບມື້ນັບແທດຈິງ, ມີປະສິດທິຜົນ, ເປັນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ກໍາປູເຈຍ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານ ຮຸນ ມາແນັດ ນາຍົກລັດຖະມົນຕີກໍາປູເຈຍ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ແຈ້ງໃຫ້ທ່ານ ຮຸນ ມາແນັດ ຮັບຊາບກ່ຽວກັບຜົນການພົບປະສອງຝ່າຍກັບຜູ້ບັນຊາການທະຫານສູງສຸດກອງທັບແຫ່ງລາຊະອານາຈັກກຳປູເຈຍ. ຕາມນັ້ນແລ້ວ, ສອງຝ່າຍຕີລາຄາສູງຜົນການຮ່ວມມືດ້ານການທະຫານ, ການປ້ອງກັນຊາດຢ່າງຮອບດ້ານ, ແທດຈິງໃນໄລຍະຜ່ານມາ, ສືບຕໍ່ຢັ້ງຢືນທີ່ຕັ້ງແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ ຫວຽດນາມ - ກໍາປູເຈຍ.

leftcenterrightdel
ທ່ານ ຮຸນ ມາແນັດ ນາຍົກລັດຖະມົນຕີກໍາປູເຈຍ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນເອກ ຫງວຽນເຕິນເກືອງ. ພາບ: qdnd.vn

ທ່ານ ຮຸນ ມາແນັດ ເນັ້ນໜັກວ່າ ລັດຖະບານກຳປູເຈຍ ຍາມໃດກໍ່ເອົາໃຈໃສ່, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງສອງປະເທດ; ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຮອບດ້ານຂອງການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ, ໃນນັ້ນມີການປ້ອງກັນຊາດ; ເຊື່ອໝັ້ນວ່າ ສອງປະເທດ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ, ນັບມື້ນັບພັດທະນາວັດທະນາຖາວອນ. ພ້ອມກັນນັ້ນ, ທ່ານ ຮຸນ ມາແນັດ ຢັ້ງຢືນວ່າ ລັດຖະບານກໍາປູເຈຍ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂສະດວກເພື່ອໃຫ້ກອງທັບສອງປະເທດເພີ່ມທະວີການຮ່ວມມື, ນຳເອົາຜົນປະໂຫຍມາໃຫ້ປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

* ທີ່ການພົບປະກັບທ່ານພົນເອກ Chay Saing Yun, ທ່ານພົນເອກ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະພັດທະນາການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ກັບກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນເອກ Chay Saing Yun. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ສອງຝ່າຍຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ. ກ່ຽວກັບທິດທາງຮ່ວມມືດ້ານການທະຫານ, ການປ້ອງກັນຊາດ ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະ ແລະບັນດາກົນໄກຮ່ວມມື; ຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ; ຍົກສູງຄຸນນະພາບການບໍາລຸງສ້າງຊັບພະຍາກອນມະນຸດ ກວ່າອີກ; ຊອກຫາ, ຂຸດຄົ້ນ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ; ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສ ແລະກົນໄກຫຼາຍຝ່າຍ...

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນເອກ Chay Saing Yun. ພາບ: qdnd.vn

* ໃນວັນດຽວກັນ, ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມບໍລິສັດໂທລະຄົມມະນາຄົມ Metfone ເຊິ່ງເປັນເຄື່ອງໝາຍການຄ້າຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ຢູ່ກໍາປູເຈຍ ແລະທະນາຄານການຄ້າຫຸ້ນສ່ວນກອງທັບ (MB) ກໍາປູເຈຍ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການເຮັດວຽກກັບທະນາຄານ MB ກໍາປູເຈຍ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນເປັນທີ່ລະນຶກໃຫ້ທະນາຄານ MB ກໍາປູເຈຍ. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາສູງການປະກອບສ່ວນສຳຄັນຂອງ Metfone ແລະ MB ກໍາປູເຈຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງກໍາປູເຈຍ. ເພື່ອສືບທອດບັນດາໝາກຜົນທີ່ບັນລຸໄດ້ໃນຊຸມປີຜ່ານມາ, ຜ່ານນັ້ນສືບຕໍ່ຢັ້ງຢືນຖານະທີ່ຕັ້ງຂອງ Metfone ແລະ MB ກໍາປູເຈຍ, ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີສອງກົມກອງຄວນສືບຕໍ່ຮັກສານໍ້າໃຈສາມັກຄີ, ເປັນເອກະພາບລະຫວ່າງພະນັກງານ, ລັດຖະກອນ, ທັງຊາວກໍາປູເຈຍ ແລະຊາວຫວຽດນາມ; ພະນັກງານ, ລັດຖະກອນຊາວຫວຽດນາມ ແຕ່ລະຄົນເວົ້າສະເພາະ ຕ້ອງກະທໍາປຽບເໝືອນຄືພະນັກງານການທູດ,ເປັນຕົວແທນໃຫ້ແກ່ຮູບພາບທະຫານລຸງໂຮ່...

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການເຮັດວຽກກັບບໍລິສັດໂທລະຄົມມະນາຄົມ Metfone. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນເປັນທີ່ລະນຶກໃຫ້ບໍລິສັດໂທລະຄົມມະນາຄົມ Metfone. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ຢັ້ງຢືນວ່າ, ກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ ຫວຽດນາມ-ກໍາປູເຈຍ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ Metfone ແລະ MB ກໍາປູເຈຍ ເຄື່ອນໄຫວຢ່າງມີປະສິດທິຜົນກວ່າອີກ.

ໂດຍ: ໄຊຊະນະ