ຕາມພັນໂທ ເລຮົ່ງຢາງ, ພະນັກງານການເມືອງກອງຊ່າງແສງເລກ 3 ແລ້ວ, ລາຍການລະຫຼິ້ນໃນວັນບຸນເດັກນ້ອຍໄດ້ຈັດຕັ້ງຢ່າງງ່າຍດາຍ ແລະມີຄວາມໝາຍຫຼາຍຢ່າງຢູ່ຄ້າຍທະຫານຂອງກົມກອງຢູ່ຖານທັບ Highway.
ກອງຊ່າງແສງເລກ 3 ຫວຽດນາມ ໄດ້ສົມທົບກັບໜ່ວຍປະຕິບັດງານກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ຈັດຕັ້ງການເຄື່ອນໄຫວມອບຂອງຂວັນ, ງານລ້ຽງເຂົ້າໜົມ, ແນະນໍາໃຫ້ເດັກນ້ອຍເຮັດເຄື່ອງຫຼິ້ມຈາກວັດສະດຸຜະລິດຄືນໃໝ່.
    |
 |
ແນະນຳໃຫ້ເດັກນ້ອຍເຮັດເຄື່ອງຫຼິ້ນຈາກວັດສະດຸຜະລິດຄືນໃໝ່. ພາບ: ກອງຊ່າງແສງເລກ 3 |
ຈາກໜັງສືພິມເກົ່າ, ກະຕຸກພຼາດສະຕິກ, ຖົງນີລົງ, ແລະກະປ໋ອງ, ເດັກນ້ອຍໄດ້ເຮັດເປັນວ່າວ, ໝາກປິ່ນ, ລົດຫຼິ້ນ, ເຮືອ, ແລະສັດໂຕຕ່າງໆ. ຜ່ານນັ້ນ, ຊ່ວຍໃຫ້ເດັກນ້ອຍຍົກສູງສະຕິປົກປັກຮັກສາສິ່ງແວດລ້ອມ, ມີຈິນຕະນາການນຶກວາດ, ປະດິດຄິດສ້າງ ແລະຄວາມເບີກບານສຳລານໃຈໃນຊີວິດ.
    |
 |
ເດັກນ້ອຍມີຄວາມຈູບຈ້າວ ແລະກະຕືລືລົ້ນເຂົ້າຮ່ວມກິດຈະກໍາຕ່າງໆ. ພາບ: ກອງຊ່າງແສງເລກ 3 |
    |
 |
ລະຫຼິ້ນມ່ວນຊື່ນກັບເດັກນ້ອຍຢູ່ Abyei. ພາບ: ກອງຊ່າງແສງເລກ 3 |
ລາຍການນີ້ສືບຕໍ່ການເຄື່ອນໄຫວມອບຄວາມຮັກແພງໃຫ້ເດັກນ້ອຍຢູ່ Abyei ຂອງກອງຊ່າງແສງເລກ 1 ແລະ ເລກ 2 ຫວຽດນາມ ໃນໂອກາດວັນບຸນເດັກນ້ອຍ ແລະບຸນໄຫວ້ພະຈັນວຽນມາ, ໄດ້ສ້າງຄວາມປະທັບໃຈ ແລະໄມຕີໃຫ້ຊຸມຊົນທ້ອງຖິ່ນ.
ກ່ອນໜ້ານີ້ ກອງຊ່າງແສງເລກ 2 ໄດ້ຈັດລາຍການສາຍຮູບເງົາກາຕູນໃຫ້ເດັກນ້ອຍເບິ່ງ. ນັ້ນກໍ່ເປັນຄັ້ງທໍາອິດທີ່ພວກນ້ອງນ້ອຍໄດ້ເບິ່ງຮູບເງົາກາຕູນ.
    |
 |
ເດັກນ້ອຍກິນເຂົ້າໜົມ ແລະລະຫຼິ້ນມ່ວນຊື່ນ. ພາບ: ກອງຊ່າງແສງເລກ 3 |
    |
 |
ທະຫານຍິງຫວຽດນາມ ມອບຂອງຂວັນໃຫ້ເດັກນ້ອຍ. ພາບ: ກອງຊ່າງແສງເລກ 3 |
    |
 |
ລາຍການວັນບຸນເດັກນ້ອຍມີການເຂົ້າຮ່ວມ ແລະການສະໜັບສະໜູນຂອງບັນດາເພື່ອນຮ່ວມງານສາກົນ. ພາບ: ກອງຊ່າງແສງເລກ 3 |
ຍ້ອນສະພາບຄວາມໝັ້ນຄົງຢູ່ Abyei ມີຄວາມສັບສົນ, ການຈັດຕັ້ງການເຄື່ອນໄຫວຂອງຊຸມຊົນ, ໂດຍສະເພາະແມ່ນໃຫ້ເດັກນ້ອຍເກືອບບໍ່ສາມາດປະຕິບັດໄດ້. ປະຊາຊົນຢູ່ທີ່ນີ້, ໂດຍສະເພາະແມ່ນເດັກນ້ອຍ, ບໍ່ພຽງແຕ່ຂາດເຂີນທາງດ້ານວັດຖຸ, ນໍ້າປະປາ, ອາຫານ, ການບໍລິການທາງການແພດ, ການສຶກສາເທົ່ານັ້ນ, ຊີວິດທາງດ້ານຈິດໃຈກໍ່ທຸກຍາກທີ່ສຸດອີກດ້ວຍ.
ທ່າມກາງແສງແດດທີ່ຮຸນແຮງ ແລະມີຄວັນ, ຂີ້ຝຸ່ນ, ເດັກນ້ອຍຕ້ອງອາໄສຢູ່ພາຍໃຕ້ຜ້າເຕັ້ນທີ່ປະຖົມປະຖານບໍ່ສາມາດບັງຝົນ ແລະບັງແດດໄດ້. ບໍ່ມີເກີບໃສ່, ບໍ່ມີກະເປົາໃສ່ປຶ້ມ, ຊ້ຳບໍ່ໜຳພວກນ້ອງນ້ອຍຫຼາຍຄົນບໍ່ເຄີຍອ່ານເລື່ອງລາວຕ່າງໆ. ດັ່ງນັ້ນ, ວັນເດັກນ້ອຍສາກົນແມ່ນໂອກາດ ເພື່ອເດັກນ້ອຍໃນທົ່ວໂລກໄດ້ຮັບຄວາມຮັກແພງ, ແຕ່ສໍາລັບເດັກນ້ອຍໃນ Abyei ສ່ວນໃຫຍ່ແມ່ນແປກປະຫຼາດ.
    |
 |
ຂອງຂວັນເລັກໆນ້ອຍໆແຕ່ເຕັມໄປດ້ວຍຄວາມຮັກແພງ. ພາບ: ກອງຊ່າງແສງເລກ 3 |
    |
 |
ເດັກນ້ອຍຫຼິ້ນວ່າວ ແລະຫຼິ້ນເກມ. ພາບ: ກອງຊ່າງແສງເລກ 3 |
ຕາມທ່ານພັນໂທ Eka Shinta, ຫົວໜ້າຫ້ອງປະສານງານລະຫວ່າງທະຫານ ແລະພົນລະເມືອງຂອງຄະນະປະຕິບັດງານ UNISFA ແລ້ວ, ນີ້ແມ່ນການເຄື່ອນໄຫວໃນວັນເດັກນ້ອຍສາກົນທີ່ມີຄວາມໝາຍທີ່ສຸດຊ່ວຍຊຸກຍູ້ການເຂົ້າຮ່ວມການເຄື່ອນໄຫວຊຸມຊົນຂອງປະຊາຊົນ. ອັນນີ້ກໍ່ເປັນແຮງບັນດານໃຈ ເພື່ອໃຫ້ຄະນະປະຕິບັດງານ UNISFA ເປັນເຈົ້າພາບຈັດຕັ້ງກິດຈະກໍາເຄື່ອນໄຫວທີ່ຄ້າຍຄືກັນໃນອະນາຄົດ, ໃນນັ້ນມີການເຂົ້າຮ່ວມຂອງບັນດາປະເທດຈັດສົ່ງທະຫານ, ເພື່ອສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງຄະນະປະຕິບັດງານ UNISFA ໃນການສະໜັບສະໜູນວົງຄະນາຍາດຊຸມຊົນ.
ໂດຍໄດ້ເຂົ້າຮ່ວມກິດຈະກຳເຄື່ອນໄຫວລະຫຼິ້ນຢ່າງເບີກບານມ່ວນຊື່ນ, ນ້ອງ Rebeca Garang ອາຍຸ 12 ປີ, ນັກຮຽນຫ້ອງ ມໍ 1 ໄດ້ແບ່ງປັນດ້ວຍຄວາມປິຕິຊົມຊື່ນ: “ຫຼານດີໃຈຫຼາຍ! ຫຼານໄດ້ໄປຄ້າຍທະຫານ Highway, ຫຼິ້ນເກມ, ກິນເຂົ້າໜົມ, ດື່ມນ້ຳໝາກໄມ້ ແລະເຮັດເຄື່ອງຫຼິ້ນທີ່ສວຍງາມຫຼາຍຢ່າງ, ຫຼານຮັກແພງພວກອາ, ອາວທະຫານຫວຽດນາມ ຫຼາຍ!”
ດ້ວຍຄວາມຮັກແພງຢ່າງຈິງໃຈ, ຜ່ານວຽກເຮັດທີ່ນ້ອຍໆ ແຕ່ເຕັມໄປດ້ວຍຄວາມໝາຍ, ທະຫານໝວກເບເລສີຟ້າຫວຽດນາມ ຢູ່ Abyei ພວມປະກອບສ່ວນແຜ່ຂະຫຍາຍພາບພົດຂອງປະເທດຊາດ ແລະຊາວຫວຽດນາມ ທີ່ເຕັມໄປດ້ວຍນ້ຳໃຈຄວາມເມດຕາ ແລະຄວາມຮັບຜິດຊອບ.
ໂດຍ: ທະນາພອນ