leftcenterrightdel
ທ່ານພັນເອກ Jonathan Salvilla ມອບອາລະບໍາ ແລະUSB ປະກອບມີຮູບພາບການເຄື່ອນໄຫວຂອງຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໃນໄລຍະຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ຟີລິບປິນ. ພາບ: qdnd.vn

ເຂົ້າຮ່ວມພິທີອໍາລາຄະນະຢູ່ທ່າເຮືອມານີລາ ມີທ່ານພັນເອກ Jonathan Salvilla, ອະດີດຫົວໜ້າການທະຫານກຳລັງສູ້ຮົບແຄມຝັ່ງທະເລ, ກອງກໍາປັ່ນທະຫານເຮືອຟີລິບປິນ ແລະທ່ານພັນເອກພິເສດ ເລືອງວັນແມ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດຫວຽດນາມ ປະຈຳ ຟີລິບປິນ.

leftcenterrightdel
 
leftcenterrightdel
ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ຈັດເປັນຮູບແຖວເຄົາລົບທ່າເຮືອ ກ່ອນທີ່ອອກຈາກທ່າເຮືອ. ພາບ: qdnd.vn

ໃນໄລຍະການຢ້ຽມຢາມ, ພົບປະແລກປ່ຽນຢູ່ຟີລິບປິນ, ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບການນຳກຳລັງສູ້ຮົບແຄມຝັ່ງທະເລ, ກອງກໍາປັ່ນທະຫານເຮືອຟີລິບປິນ; ແຂ່ງຂັນກິລາມິດຕະພາບ ກັບນາຍທະຫານ ແລະລູກເຮືອຂອງທະຫານເຮືອຟີລິບປິນ.

ກ່າວຄຳເຫັນທີ່ພິທີອໍາລາ, ທ່ານພັນເອກ Jonathan Salvilla ຊົມເຊີຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ສຳເລັດການຢ້ຽມຢາມ, ພົບປະແລກປ່ຽນຢູ່ຟີລິບປິນ, ພ້ອມທັງຢັ້ງຢືນວ່າ ການເຄື່ອນໄຫວຂອງຄະນະ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກໍາລັງທະຫານເຮືອສອງປະເທດ.

leftcenterrightdel
ບັນດາຜູ້ແທນ ອໍາລາຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ. ພາບ: qdnd.vn
leftcenterrightdel
ເຮືອສະເພົາ 286 - ເລກຸຍດົນ ອອກຈາກທ່າເຮືອມານີລາ, ປະເທດຟີລິບປິນ. ພາບ: qdnd.vn

ຕາງໜ້າຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ, ທ່ານພັນເອກພິເສດ ຫງວຽນດິ່ງຢ້າງ ຂອບໃຈການນຳ ແລະບັນດາກົມກອງຂອງທະຫານເຮືອຟີລິບປິນ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ຄະນະ ໃນໄລຍະຢ້ຽມຢາມ, ພົບປະແລກປ່ຽນຢູ່ມານີລາ.

ທ່ານພັນເອກພິເສດ ຫງວຽນດິ່ງຢ້າງ ເນັ້ນໜັກວ່າ, ການເຄື່ອນໄຫວພົບປະແລກປ່ຽນຂອງຄະນະ ກັບບັນດາກົມກອງຂອງກອງກໍາປັ່ນທະຫານເຮືອ ຟີລິບປິນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທະຫານເຮືອສອງປະເທດ ຫວຽດນາມ-ຟີລິບປິນ, ພ້ອມທັງປາດຖະໜາຢາກສືບຕໍ່ຊຸກຍູ້ກວ່າອີກການເຄື່ອນໄຫວພົບປະແລກປ່ຽນລະຫວ່າງວິທະຍາຄານທະຫານເຮືອ ກັບບັນດາກົມກອງຂອງທະຫານເຮືອຟີລິບປິນ ໃນໄລຍະຈະມາເຖິງ.

ພາຍຫຼັງພິທີອຳລາ, ເຮືອສະເພົາ 286 - ເລກຸຍດົນ ໄດ້ອອກຈາກທ່າເຮືອມານີລາ ເດີນທາງກັບຄືນປະເທດ.

ໂດຍ: ໄຊຊະນະ