ພິທີຮັບດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ ຜູ້ທີ 21 ຂອງ ສ.ເກົາຫຼີ ໄດ້ດຳເນີນໃນວັນທີ 4 ມິຖຸນາ, ຢູ່ນະຄອນຫຼວງ ເຊີອູນ, ສ.ເກົາຫຼີ.

ຕາມໝາກຜົນການນັບບັດຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ທີ່ໄດ້ປະກາດໃນຕອນເຊົ້າວັນທີ 4 ມິຖຸນາ ຕາມເວລາທ້ອງຖິ່ນ, ທ່ານ Lee ຍາດໄດ້ 49,42% ຈຳນວນບັດສະໜັບສະໜູນ, ໃນຂະນະນັ້ນຄູ່ແຂ່ງ Kim Moon Soo ຂອງພັກ PPP ໄດ້ຮັບ 41,15%.

ທ່ານ Lee Jae Myung ເກີດປີ 1963, ເປັນນັກການເມືອງ, ນັກປະພັນ ແລະອະດີດທະນາຍຄວາມສິດທິມະນຸດ ສ.ເກົາຫຼີ. ທ່ານເຄີຍດຳລົງຕຳແໜ່ງຜູ້ວ່າການແຂວງ Gyeonggi ແຕ່ປີ 2018 ຮອດປີ 2021 ແລະ ເປັນຜູ້ສະໝັກເລືອກຕັ້ງຕາງໜ້າໃຫ້ແກ່ພັກປະຊາທິປະໄຕ.

ພາຍຫຼັງໄດ້ຮັບການຢັ້ງຢືນວ່າຊະນະໃນການເລືອກຕັ້ງ, ທ່ານ Lee Jae Myung ໄດ້ດຳເນີນການພົບປະກັບຜູ້ສະໜັບສະໜູນທ່ານຢູ່ Yeouido, ສູນການເມືອງ, ການເງິນ ແລະສື່ມວນຊົນຂອງ ສ.ເກົາຫຼີ ຢູ່ນະຄອນຫຼວງ ເຊີອູນ. ກ່າວຄຳເຫັນນະທີ່ນີ້, ທ່ານໃຫ້ຮູ້ວ່າ ທ່ານຈະສຸມກຳລັງເຂົ້າໃນການຟື້ນຟູພື້ນຖານເສດຖະກິດ ແລະຮັບປະກັນວິທີຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ.

ແຫຼ່ງຄັດຈາກ: vovworld.vn