ຕໍາຫຼວດທະເລຫວຽດນາມ ແລະຫ້ອງການ JICA: ເພີ່ມທະວີການຮ່ວມມື ເພື່ອເຂດທະເລສັນຕິພາບ
ກປ.ອອນໄລ - ວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ເລກວາງດ້າວ ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kobayashi Yosuke ຫົວໜ້າຜູ້ຕາງໜ້າຫ້ອງການອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳ ຫວຽດນາມ.
    |
 |
ທ່ານພົນຕີ ເລກວາງດ້າວ ແລກປ່ຽນກັບທ່ານ Kobayashi Yosuke. ພາບ: qdnd.vn |
ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບເນື້ອໃນການຮ່ວມມືທີ່ສຳຄັນ ແລະຄວາມສາມາດບົ່ມຊ້ອນໃນຂົງເຂດປະຕິບັດກົດໝາຍຢູ່ທະເລລະຫວ່າງສອງປະເທດ. ຈຸດສຸມແມ່ນການເພີ່ມທະວີການຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນທະເລ; ຍູ້ແຮງການເຄື່ອນໄຫວຮ່ວມມື, ສຶກສາອົບຮົມ, ຝຶກແອບເພື່ອຍົກສູງກໍາລັງຄວາມສາມາດ; ຈັດຕັ້ງຄະນະປະຕິບັດງານເຂົ້າຮ່ວມກອງປະຊຸມສໍາມະນາ ກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ ຢູ່ຍີ່ປຸ່ນ...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ດ້ວຍໂຄງການຊ່ວຍເຫຼືອລ້າ “ບຳລຸງສ້າງ, ຝຶກແອບ ເພື່ອຍົກສູງກຳລັງຄວາມສາມາດໃຫ້ແກ່ຕໍາຫຼວດທະເລຫວຽດນາມ ກ່ຽວກັບການປະຕິບັດກົດໝາຍ ແລະຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ”, ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນວ່າ ບັນດາຊຸດຝຶກອົບຮົມຢູ່ຫວຽດນາມ ໃນປີນີ້ ຈະຈັດຕັ້ງທີ່ກອງບັນຊາການຕໍາຫຼວດທະເລ ເຂດ 3 ແຕ່ວັນທີ 7 – 13 ກັນຍາ ແລະ ທີ່ກອງບັນຊາການຕໍາຫຼວດທະເລ ເຂດ 1 ແຕ່ວັນທີ 7 – 13 ທັນວາ.
    |
 |
ບັນດາຜູ້ແທນ ຖ່າຍຮູບລວມ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານພົນຕີ ເລກວາງດ້າວ ເນັ້ນໜັກວ່າ ຫ້ອງການ JICA ແລະຕໍາຫຼວດທະເລຫວຽດນາມ ໄດ້ສ້າງການພົວພັນອັນດີງາມ ແລະພວມຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ, ນັບມື້ນັບເຂົ້າສູ່ລວງເລິກ. ທ່ານພົນຕີ ເລກວາງດ້າວ ຫວັງວ່າ ທ່ານ Kobayashi Yosuke ໃນຖານະຕຳແໜ່ງເປັນຫົວໜ້າຜູ້ຕາງໜ້າຫ້ອງການ JICA ປະຈຳ ຫວຽດນາມ ຈະເສີມຂະຫຍາຍຈິດໃຈ “ຮ່ວມມືຢ່າງສຸດຈິດສຸດໃຈ” ແລະທິດນໍາ “ສ້າງສາປະເທດໂດຍຜ່ານການພັດທະນາຊັບພະຍາກອນມະນຸດ” ເພື່ອຮ່ວມເດີນທາງ ແລະສົມທົບກັບຕໍາຫຼວດທະເລຫວຽດນາມ ໃນໄລຍະຈະມາເຖິງ; ຜ່ານນັ້ນແກ້ໄຂບັນຫາທີ່ຍັງຄົງຂ້າງຢ່າງທັນການ ແລະຍູ້ແຮງການຮ່ວມມື, ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວ ເຊິ່ງສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບ.
ໂດຍ: ທູຈາງ