leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: ເລຢາງ

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ Robert Affram ຜູ້ບັນຊາການກໍາລັງການທະຫານຄະນະປະຕິບັດງານ UNISFA ໄດ້ເນັ້ນໜັກເຖິງຄວາມໝາຍອັນເລິກເຊິ່ງຂອງວັນສາກົນກໍາລັງຮັກສາສັນຕິພາບ ສປຊ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ຄວາມມານະພະຍາຍາມທີ່ບໍ່ອິດເມື່ອຍຂອງກໍາລັງຮັກສາສັນຕິພາບທັງໝົດພວມເຮັດວຽກຢູ່ Abyei.

ທ່ານພົນຈັດຕະວາ Robert Affram ໄດ້ຕີລາຄາສູງການອຸທິດສ່ວນ ແລະຈິດໃຈຄວາມຮັບຜິດຊອບຂອງກົມກອງທະຫານ, ຕໍາຫຼວດ ແລະພົນລະເຮືອນຈາກຫຼາຍປະເທດ, ໄດ້ ແລະພວມປະກອບສ່ວນຮັກສາສະຖຽນລະພາບ, ໜູນຊ່ວຍດ້ານມະນຸດສະທໍາ ແລະສ້າງຄວາມເຊື່ອໝັ້ນລະຫວ່າງບັນດາຊຸມຊົນຢູ່ເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກ ແລະປະທະກັນ: “ບັນດາຜົນງານເຊິ່ງຄະນະປະຕິບັດງານ UNISFA ບັນລຸໄດ້ແມ່ນໝາກຜົນແຫ່ງຄວາມສາມັກຄີ, ສົມທົບກັນຢ່າງມີປະສິດທິຜົນລະຫວ່າງບັນດາກຳລັງຈາກທົ່ວທຸກມຸມໂລກ”.

leftcenterrightdel
ຜູ້ຕາງໜ້າກຳລັງຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ຖ່າຍຮູບພ້ອມກັບເພື່ອນຮ່ວມອາຊີບສາກົນ. ພາບ: ເລຢາງ

ທ່ານພັນໂທ ຟ້າມວັນຮ໋າວ, ຫົວໜ້າກອງຊ່າງແສງເລກ 3, ຜູ້ບັນຊາການກຳລັງຮັກສາສັນຕິພາບຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ UNISFA ແບ່ງປັນວ່າ: “ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນຄວາມເປັນກຽດຂອງທະຫານຫວຽດນາມ ທຸກຄົນ, ວັນບຸນວັນນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອອາໄລຫາ ແລະສະແດງຄວາມຮູ້ບຸນຄຸນຕໍ່ຜູ້ເສຍສະຫຼະຊີວິດເພື່ອຊາດໃຫ້ພາລະກິດສັນຕິພາບເທົ່ານັ້ນຫາກຍັງແມ່ນຄໍາຕັກເຕືອນພວກຂ້າພະເຈົ້າກ່ຽວກັບຄວາມຮັບຜິດຊອບອັນສັກສິດໃນການປະກອບສ່ວນໃຫ້ໂລກປອດໄພ ແລະໝັ້ນຄົງກວ່າ”.

ໂດຍ: ເຈິ່ນຮວ່ຽນ