leftcenterrightdel
ທ່ານໂຄສົກວັງ Dmitry Peskov Kremlin. ພາບ: Daily Sabah/ສໍານັກຂ່າວສານຫວຽດນາມ

ວັນທີ 3 ມິຖຸນາ, ທ່ານ Dmitry Peskov ໂຄສົກວັງ Kremlin ຖະແຫຼງວ່າ ລັດເຊຍ ສະໜັບສະໜູນບັນດາຄວາມມານະພະຍາຍາມແກ້ໄຂບັນຫານິວເຄຼຍຂອງ ອີຣານ ໂດຍສັນຕິວິທີ. ທ່ານ Dmitry Peskov ໃສ່ໃຈວ່າ ບັນດາປະເທດມີສິດນຳໃຊ້ພະລັງງານສັນຕິພາບ ແລະສິ່ງດັ່ງກ່າວຕ້ອງດຳເນີນພາຍໃຕ້ການຄວບຄຸມຢ່າງແໜ້ນແຟ້ນຈາກອົງການພະລັງງານປະລະມານູສາກົນ (IAEA) ແລະປະຊາຄົມສາກົນ. ລັດຖະບານ ລັດເຊຍ ຖືວ່າ ບັນດາປະເທດຄວນຮັກສາສິດດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ທ່ານເນັ້ນໜັກວ່າ ລັດເຊຍ ເຊື່ອໝັ້ນຕໍ່ບັນດາຖະແຫຼງການຢ່າງເປັນທາງການຂອງ ອີຣານ ທີ່ວ່າ ປະເທດນີ້ມີແຜນການນຳໃຊ້ອາວຸດນິວເຄຼຍ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ເຄີຍຖະແຫຼງຈະບໍ່ອະນຸຍາດໃຫ້ ອີຣານ ເສີມທາດ ຢູລານຽມ ຄືດັ່ງສ່ວນໜຶ່ງໃນຂໍ້ຕົກລົງທີ່ມີກຳລັງບົ່ມຊ້ອນ. ເຖິງຢ່າງໃດກໍ່ຕາມ, ບັນດາຂໍ້ສະເໜີຂອງ ອາເມລິກາ ໄດ້ສົ່ງເຖິງ ອີຣານ ຫວ່າງມໍ່ໆມານີ້ຍັງອະນຸຍາດໃຫ້ Tehran ສືບຕໍ່ເສີມທາດ ຢູລານຽມ, ກົງກັນຂ້າມກັບບັນດາຖະແຫຼງການເປີດເຜີຍຂອງວົງການເຈົ້າໜ້າທີ່ ອາເມລິກາ ກ່ຽວກັບບັນຫານີ້.

ແຫຼ່ງຄັດຈາກ: vovworld.vn