ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກາຊັກສະຖານ
ກປ.ອອນໄລ - ໂດຍປະຕິບັດໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2025, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມຮວ່າຍນາມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ກາຊັກສະຖານ ໃນລະຫວ່າງວັນທີ 24-26 ພຶດສະພາ.
ໃນການຢ້ຽມຢາມ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ມີການພົບປະກັບທ່ານພົນຈັດຕະວາ Sydykov Bakytbek Saparbekovich ຮອງລັດຖະມົນຕີກະຊວງປ້ອງກັນປະເທດກາຊັກສະຖານ ແລະທ່ານ Rakhymzhan Yerzhanovich Isakulov ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະກໍ່ສ້າງກາຊັກສະຖານ. ເຂົ້າຮ່ວມການພົບປະມີຜູ້ຕາງໜ້າບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດສອງປະເທດ ແລະທ່ານນາງ ຟ້າມຖ໊າຍຍືມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກາຊັກສະຖານ.
    |
 |
ທ່ານພົນໂທ ຟ້າມຮວ່າຍນາມ ແລະທ່ານພົນຈັດຕະວາ Sydykov Bakytbek Saparbekovich ຮອງລັດຖະມົນຕີກະຊວງປ້ອງກັນປະເທດກາຊັກສະຖານ. ພາບ: qdnd.vn |
ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາໃນການພົວພັນຫວຽດນາມ-ກາຊັກສະຖານ ໃນໄລຍະຜ່ານມາ, ພິເສດແມ່ນໃນການຢ້ຽມຢາມກາຊັກສະຖານ ຢ່າງເປັນທາງການໃນຕົ້ນເດືອນພຶດສະພາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ພ້ອມທັງໃຫ້ຮູ້ວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໃນຄັ້ງນີ້ ເພື່ອແນໃສ່ປະກອບສ່ວນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ.
ສອງຝ່າຍຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້, ພ້ົນເດັ່ນແມ່ນໃນຂົງເຂດແລກປ່ຽນຄະນະຜູ້ແທນ, ອຸດສາຫະກຳປ້ອງກັນຊາດ, ສົມທົບກັນຢ່າງມີປະສິດທິຜົນໃນຂອບເຂດງານແຂ່ງຂັນກິລາການທະຫານສາກົນ (Army Games) ໂດຍກະຊວງປ້ອງກັນປະເທດລັດເຊຍ ເປັນເຈົ້າພາບຈັດຕັ້ງ.
    |
 |
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ກ່ຽວກັບທິດທາງການຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍບັນດາຂົງເຂດ ເຊິ່ງສອງຝ່າຍມີທ່າແຮງ ແລະຄວາມຕ້ອງການ, ເໝາະສົມກັບຜົນປະໂຫຍດຂອງສອງຝ່າຍ, ໂດຍສຸມໃສ່ບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ອຸດສາຫະກຳປ້ອງກັນຊາດ; ພ້ອມທັງເຫັນດີເປັນເອກະສັນມຸ່ງໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ.
    |
 |
ທ່ານພົນໂທ ຟ້າມຮວ່າຍນາມ ພ້ອມດ້ວຍຄະນະຜູ້ແທນຢ້ຽມຢາມຮາກຖານອຸດສາຫະກໍາປ້ອງກັນຊາດຂອງກາຊັກສະຖານ. ພາບ: qdnd.vn |
ທີ່ການພົບປະ, ຜູ້ຕາງໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ແນະນໍາຄວາມສາມາດຂອງກົມກອງໃຫ້ຝ່າຍເພື່ອນ ແລະໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະສົມທົບກັບຝ່າຍ ກາຊັກສະຖານ ເພື່ອແນໃສ່ຊອກຫາກາລະໂອກາດຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.
*ໃນຂອບເຂດການຢ້ຽມຢາມ ແະລເຮັດວຽກຢູ່ກາຊັກສະຖານ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມຮາກຖານອຸດສາຫະກຳປ້ອງກັນຊາດຂອງກາຊັກສະຖານ.
ໂດຍ: ທູຈາງ