ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ
ກປ.ອອນໄລ - ຕອນເຊົ້າວັນທີ 27 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫວໍມີງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Ya Kim Y, ຫົວໜ້າກົມກວດກາ, ກະຊວງປ້ອງກັນປະເທດກໍາປູເຈຍ.
    |
 |
ທ່ານພົນໂທ ຫວໍມີງເລືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Ya Kim Y. ພາບ: ຮວ່າງຫວູ໋ |
ທີ່ການຕ້ອນຮັບ, ທ່ານພົນໂທ ຫວໍມີງເລືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະສະຫງວນບຸລິມະສິດແຖວໜ້າໃຫ້ການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານກັບກໍາປູເຈຍ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ສືບຕໍ່ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນສອງຝ່າຍ. ພົ້ນເດັ່ນແມ່ນຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນຢ່າງມີປະສິດທິຜົນ, ບັນດາກົນໄກເຈລະຈາ, ປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ; ບໍາລຸງສ້າງ, ຝຶກອົບຮົມ; ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ພົບປະແລກປ່ຽນ, ແຮກສ່ຽວ; ໂຄສະນາກ່ຽວກັບການພົວພັນສາມັກຄີມິດຕະພາບລະຫວ່າງສອງປະເທດ; ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ; ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.
    |
 |
ທ່ານພົນໂທ ຫວໍມີງເລືອງ, ທ່ານພົນເອກ Ya Kim Y ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ໋ |
ສ່ວນທ່ານພົນເອກ Ya Kim Y ຂອບອົກຂອບໃຈຕໍ່ການສະໜັບສະໜູນດ້ານວັດຖຸ ແລະຈິດໃຈຂອງຫວຽດນາມ ສະຫງວນໃຫ້ກຳປູເຈຍ; ເນັ້ນໜັກວ່າ ກໍາປູເຈຍ ຍາມໃດກໍ່ຈົດຈໍາການຊ່ວຍເຫຼືອອັນໃຫຍ່ຫຼວງຂອງຫວຽດນາມ ໃນການຊ່ວຍເຫຼືອກໍາປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ. ເນື່ອງໃນໂອກາດນີ້, ທ່ານພົນເອກ Ya Kim Y ໄດ້ແຈ້ງໃຫ້ທ່ານພົນໂທ ຫວໍມີງເລືອງ ຮັບຊາບກ່ຽວກັບໝາກຜົນການເຮັດວຽກກັບກວດກາກະຊວງປ້ອງກັນປະເທດຫວຽດນາມ.
ຕີລາຄາສູງໝາກຜົນການເຮັດວຽກ, ທ່ານພົນໂທ ຫວໍມີງເລືອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍເພີ່ມທະວີການພົບປະ, ແລກປ່ຽນ, ແບ່ງປັນບົດຮຽນດ້ານວິຊາການ, ສະໜັບສະໜູນເຊິ່ງກັນ ແລະກັນຍົກສູງກຳລັງຄວາມສາມາດເປັນເສນາທິການໃຫ້ການນຳກະຊວງປ້ອງກັນປະເທດແຕ່ລະປະເທດກ່ຽວກັບວຽກງານກວດກາຢ່າງມີປະສິດທິຜົນ…; ຢືນຢັນວ່າ ການນຳກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອສອງອົງການກວດກາເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເລິກເຊິ່ງກວ່າອີກ.
ໂດຍ: ເຈິ່ນຮວ່ຽນ