leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທີ່ການພົບປະ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງກະຊວງປ້ອງກັນປະເທດຍັງຫຼວງຫຼາຍ. ໃນໄລຍະຈະມາເຖິງ, ບົນພື້ນຖານໜັງສືເຈດຈໍານົງທີ່ໄດ້ລົງນາມໃນຕອນເຊົ້າວັນທີ 26 ພຶດສະພາ, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີສອງຝ່າຍສືບຕໍ່ປະຕິບັດທິດທາງຮ່ວມມືເປັນຢ່າງດີບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະໂຄງການຮ່ວມມືປະຈຳປີ, ໃນນັ້ນສຸມໃສ່ບາງເນື້ອໃນ, ຄື: ແລກປ່ຽນ, ພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ເສີມຂະຫຍາຍກົນໄກເຈລະຈາຍຸດທະສາດ ແລະການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ; ການຮ່ວມມືດ້ານເຫຼົ່າທັບ, ເຫຼົ່າຮົບ, ຄວາມໝັ້ນຄົງທາງທະເລ; ຮັກສາສັນຕິພາບສະຫະປະຊາຊາດ; ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ເວທີປາໄສຄວາມໝັ້ນຄົງພາກພື້ນ ແລະໂລກ...

ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມຂອງພາກພື້ນ ແລະໂລກ, ສົມເປັນເສົາຄໍ້າສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຝຣັ່ງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Sébastien Lecornu ລັດຖະມົນຕີກະຊວງກອງທັບຝຣັ່ງ. ພາບ: qdnd.vn.
leftcenterrightdel
ລັດຖະມົນຕີສອງທ່ານ ພ້ອມກັບບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn.

ສ່ວນລັດຖະມົນຕີກະຊວງກອງທັບຝຣັ່ງ Emmanuel Macron ໄດ້ຂອບໃຈທ່ານລັດຖະມົນຕີ ຟານວັນຢາງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ພ້ອມທັງຢືນຢັນວ່າ ການພົບປະລະຫວ່າງລັດຖະມົນຕີສອງທ່ານ ແມ່ນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນການພັດທະນາອັນດີງາມໃນການພົວພັນລະຫວ່າງສອງປະເທດ. ຫວຽດນາມ ແລະຝຣັ່ງ ແບ່ງປັນພ້ອມກັນປາດຖະໜາຢາກສັນຕິພາບ, ເຄົາລົບກົດໝາຍສາກົນ ແລະເຄົາລົບເຊິ່ງກັນ ແລະກັນ. ລັດຖະມົນຕີກະຊວງກອງທັບຝຣັ່ງ ຫວັງວ່າ ສອງຝ່າຍຈະຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດກວ່າອີກ, ປະກອບສ່ວນແທດຈິງ ແລະມີຄວາມໝາຍເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ