ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງອຸປະກອນປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ຍີ່ປຸ່ນ 2025
ກປ.ອອນໄລ - ໂດຍໄດ້ຮັບຄໍາເຊີນຂອງຝ່າຍຍີ່ປຸ່ນ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງອຸປະກອນປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ຍີ່ປຸ່ນ (DSEI JAPAN) 2025, ທີ່ຈັດຂຶ້ນຢູ່ແຂວງ Chiba, ໃນລະຫວ່າງວັນທີ 20-23 ພຶດສະພາ.
    |
 |
ທ່ານພົນໂທ ຫງວຽນວັນເຫງ້ຍ (ຜູ້ທີ 4 ຈາກຂວາຫາຊ້າຍ) ເຂົ້າຮ່ວມງານວາງສະແດງ DSEI JAPAN 2025. ພາບ: ຈູງໂດ໋ |
ງານວາງສະແດງໄດ້ດຶງດູດວິສາຫະກິດປ້ອງກັນຊາດ 450 ແຫ່ງທີ່ມາຈາກ ຍີ່ປຸ່ນ ແລະ 30 ປະເທດ, ພ້ອມກັບແຂກຢ້ຽມຊົມ 15.000 ກວ່າຄົນ. ງານວາງສະແດງ DSEI JAPAN 2025 ບໍ່ພຽງແຕ່ວາງສະແດງ, ນໍາສະເໜີອຸປະກອນ, ເຕັກໂນໂລຢີປ້ອງກັນຊາດໃໝ່ຂຶ້ນກັບ 3 ກໍາລັງ ທະຫານເຮືອ-ທະຫານບົກ-ທະຫານອາກາດເທົ່ານັ້ນ, ຫາກຍັງວາງສະແດງອຸປະກອນ, ເຕັກໂນໂລຢີປ້ອງກັນຊາດໃນຂົງເຂດອື່ນໆ, ຄື: ລະບົບອັດຕະໂນມັດ, ການປ້ອງກັນທາງອິນເຕີເນັດ, ການບິນອະວະກາດ.
ໃນຂອບເຂດການເຂົ້າຮ່ວມງານວາງສະແດງ, ທ່ານພົນໂທ ຫງວຽນວັນເຫງ້ຍ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກ Morishita Yasunori, ຫົວໜ້າເສນາທິການ ກຳລັງປ້ອງກັນໜ້າດິນຍີ່ປຸ່ນ.
    |
 |
ທ່ານພົນໂທ ຫງວຽນວັນເຫງ້ຍ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Morishita Yasunori. ພາບ: ຈູງໂດ໋ |
ທ່ານພົນໂທ ຫງວຽນວັນເຫງ້ຍ ເນັ້ນໜັກວ່າ ບົນພື້ນຖານການພົວພັນສອງຝ່າຍ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຍີ່ປຸ່ນ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບາດກ້າວສໍາຄັນ, ເປັນຕົ້ນແມ່ນໃນຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ບຳລຸງສ້າງຊັບພະຍາກອນມະນຸດ, ຄວາມໝັ້ນຄົງທາງອິນເຕີແນັດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ໃນນັ້ນ, ການຮ່ວມມືລະຫວ່າງທະຫານບົກຫວຽດນາມ ແລະກຳລັງປ້ອງກັນໜ້າດິນຍີ່ປຸ່ນ ໄດ້ຮັບການຊຸກຍູ້ຜັນຂະຫຍາຍຢ່າງມີປະສິດທິຜົນຈາກສອງຝ່າຍ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກຳລັງປ້ອງກັນຍີ່ປຸ່ນ, ສອດຄ່ອງກັບຂອບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.
ສ່ວນທ່ານພົນເອກ Morishita Yasunori ໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາຂອງທ່ານພົນໂທ ຫງວຽນວັນເຫງ້ຍ ກ່ຽວກັບຜົນການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຕາມທິດມີປະສິດທິຜົນ, ແທດຈິງ, ສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ອຸດສາຫະກຳປ້ອງກັນຊາດ, ກູ້ໄພກູ້ຊີບ ແລະຮັກສາສັນຕິພາບສະຫະປະຊາຊາດ.
ໂດຍ: ເຈິ່ນຮວ່ຽນ