ທີ່ການຕ້ອນຮັບ, ທ່ານພົນເອກ ຫງວຽນເຕີນເກືອງ ເນັ້ນໜັກວ່າ ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຢູ່ທະເລ, ມີຫຼາຍຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດ; ຕີລາຄາສູງຜົນງານອັນໃຫຍ່ຫຼວງດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກໍ່ຄືຖານະບົດບາດຂອງອິນໂດເນເຊຍ ໃນເວທີສາກົນ ແລະພາກພື້ນ; ຢືນຢັນວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອິນໂດເນເຊຍ ໃນໄລຍະຜ່ານມາທີ່ໄດ້ສອງຝ່າຍຖືເປັນສຳຄັນ, ບັນລຸໝາກຜົນແທດຈິງຫຼາຍຢ່າງ.
    |
 |
ທ່ານພົນເອກ ຫງວຽນເຕີນເກືອງ ຕ້ອນຮັບທ່ານພົນເອກ Maruli Simanjuntak. ພາບ: ຮວ່າງຫວູ |
ສ່ວນທ່ານພົນເອກ Maruli Simanjuntak ແຈ້ງໃຫ້ທ່ານພົນເອກ ຫງວຽນເຕີນເກືອງ ຮັບຊາບໝາກຜົນການພົບປະເຈລະຈາທີ່ດຳເນີນກ່ອນໜ້ານັ້ນໃນວັນດຽວກັນກັບທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ຢືນຢັນວ່າ ຈະມານະພະຍາຍາມຊຸກຍູ້ການຈັດຕັ້ງປະຕິບັດບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີຕົກລົງ.
    |
 |
ທ່ານພົນເອກ ຫງວຽນເຕີນເກືອງ, ທ່ານພົນເອກ Maruli Simanjuntak ແລະຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ |
ຕີລາຄາໝາກຜົນການພົບປະເຈລະຈາ, ທ່ານພົນເອກ ຫງວຽນເຕີນເກືອງ ຢືນຢັນວ່າ ຈະສະໜັບສະໜູນ ແລະອຳນວຍຄວາມສະດວກເພື່ອໃຫ້ກຳລັງທະຫານບົກສອງປະເທດຊຸກຍູ້ການຮ່ວມມືແທດຈິງ.
* ຕອນເຊົ້າວັນທີ 19 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນວັນເຫງ້ຍ ໄດ້ພົບປະເຈລະຈາກັບທ່ານພົນເອກ Maruli Simanjuntak.
ທ່ານພົນໂທ ຫງວຽນວັນເຫງ້ຍ ຕີລາຄາວ່າ ການຮ່ວມມືລະຫວ່າງກຳລັງທະຫານບົກສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າ, ໂດຍສະເພາະແມ່ນການແລກປ່ຽນຄະນະ, ບຳລຸງສ້າງ, ປະສານສົມທົບ, ສະໜັບສະໜູນກັນໃນຂອບເຂດກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດອາຊຽນ. ເພື່ອການພົວພັນຮ່ວມມືນັບມື້ນັບພັດທະນາໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ທ່ານພົນໂທ ຫງວຽນວັນເຫງ້ຍ ສະເໜີ ໃນໄລຍະຈະມາເຖິງສອງຝ່າຍສືບຕໍ່ປະສານສົມທົບຊຸກຍູ້ການຮ່ວມມືຈຸດສຸມ, ຄື: ການພົບປະແລກປ່ຽນ, ແລກປ່ຽນຄະນະທຸກຂັ້ນ; ບຳລຸງສ້າງຊັບພະຍາກອນມະນຸດ; ຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານ; ຄົ້ນຄວ້າຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດກູ້ຊີບກູ້ໄພ; ເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສອດຄ່ອງກັບສະພາບຕົວຈິງຂອງກຳລັງທະຫານບົກສອງປະເທດ; ສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍໂດຍອາຊຽນ ນຳພາ ກໍ່ຄືເຫດການສາກົນໂດຍແຕ່ລະຝ່າຍຈັດຕັ້ງ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຮວ່າງຫວູ |
ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຫງວຽນວັນເຫງ້ຍ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ພ້ອມແລ້ວຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ; ຢຶດໝັ້ນນະໂຍບາຍປ້ອງກັນຊາດ “4 ບໍ່”; ຢຶດໝັ້ນຕໍ່ສູ້ແກ້ໄຂຂໍ້ຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.
ໂດຍ: ແສງເດືອນ