leftcenterrightdel
ທ່ານພັນເອກພິເສດ ຫງວຽນຍືແກ໋ງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ກ່າວຄຳເຫັນທີ່ພິທີເປີດ. ພາບ: ມາຍຫງວຽນ

ກ່າວຄຳເຫັນທີ່ພິທີເປີດ, ທ່ານພັນເອກພິເສດ ຫງວຽນຍືແກ໋ງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ຢືນຢັນວ່າ ຊຸດຝຶກອົບຮົມທີ່ດຳເນີນໄປແຕ່ວັນທີ 19-30 ພຶດສະພາ ແມ່ນການໜູນຊ່ວຍແທດຈິງ, ນຳເອົາບົດຮຽນອັນລໍ້າຄ່າ, ປະກອບສ່ວນກໍານົດທິດໃຫ້ວຽກງານກໍ່ສ້າງ, ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍຈິດຕະສາດໃນວິວັດການຝຶກແອບ, ກະກຽມ ແລະປະຕິບັດຂອງກຳລັງຮັກສາສັນຕິພາບຫວຽດນາມ. ພິເສດ, ໃນສະພາບທີ່ຫວຽດນາມ ພວມສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເລິກເຊິ່ງກວ້າງຂວາງໃນໃນໄລຍະຈະມາເຖິງ ດ້ວຍແຜນນະໂຍບາຍເປີດກວ້າງຂອບຂະໜາດ, ຮູບການ ແລະບໍລິເວນເຂົ້າຮ່ວມ.

leftcenterrightdel
ທ່ານນາງ Caroline Beresford ເອກອັກຄະລັດຖະທູດນິວຊີແລນ ປະຈຳ ຫວຽດນາມ ກ່າວຄຳເຫັນ. ພາບ: ມາຍຫງວຽນ

ທ່ານນາງ Caroline Beresford ເອກອັກຄະລັດຖະທູດນິວຊີແລນ ປະຈຳ ຫວຽດນາມ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ສອງປະເທດໄດ້ຍົກລະດັບຫວ່າງມໍ່ໆມານີ້. ຄຽງຂ້າງການສຸມໃສ່ການຮ່ວມມືໃນຂົງເຂດກໍ່ສ້າງພາສາອັງກິດ, ວິຊາການ, ໂຄງການຄັ້ງນີ້ເປີດກວ້າງການຮ່ວມມືຂອງສອງຝ່າຍຂຶ້ນສູ່ຂົງເຂດໃໝ່, ນັ້ນແມ່ນການໜູນຊ່ວຍໃຫ້ກຳລັງຮັກສາສັນຕິພາບ ສປຊ.

leftcenterrightdel
ຜູ້ແທນທີ່ລາຍການ. ພາບ: ມາຍຫງວຽນ

ໃນຊຸດຝຶກອົບຮົມ, ນັກຈິດຕະສາດສອງທ່ານ ຂອງກຳລັງປ້ອງກັນຊາດນິວຊີແລນ ພ້ອມດ້ວຍພະນັກງານ, ນາຍທະຫານຫວຽດນາມ ເຄີຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຕາມຮູບການສ່ວນບຸກຄົນ ແລະກົມກອງ, ຈະແລກປ່ຽນ ແລະແບ່ງປັນບັນດາເນື້ອໃນ, ຄື: ກະກຽມສຸຂະພາບ, ຈິດຕະສາດໃຫ້ຕົນເອງ ແລະຄອບຄົວກ່ອນທີ່ຈະຜັນຂະຫຍາຍ; ແບ່ງປັນບົດຮຽນໜູນຊ່ວຍຈິດຕະສາດຢູ່ເຂດຂັດແຍ້ງໃຫ້ກຳລັງຮັກສາສັນຕິພາບ ສປຊ ກໍ່ຄືການຄົ້ນຄວ້າ ແລະຖ່າຍທອດເນື້ອໃນຈາກໂຄງການໜູນຊ່ວຍຈິດຕະສາດໃຫ້ແກ່ກຳລັງການທະຫານຂອງນິວຊີແລນ ເພື່ອນຳໃຊ້ຢ່າງເໝາະສົມໃຫ້ກຳລັງຮັກສາສັນຕິພາບຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ