ເຮືອສະເພົາ 286 - ເລກຸຍດົນ ອອກຈາກຈີນ, ສືບຕໍ່ເດີນທາງໄປ ຟີລິບປິນ
ກປ.ອອນໄລ - ຕອນເຊົ້າວັນທີ 16 ພຶດສະພາ, ເຮືອສະເພົາ 286 - ເລກຸຍດົນ ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ອອກຈາກທ່າກຳປັ່ນທະຫານ Xin zhou, ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ຖານທັບກວາງໂຈ, ທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ, ສືບຕໍ່ເດີນທາງໄປຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອຟີລິບປິນ.
    |
 |
ທ່ານພັນເອກພິເສດ Han Feng ສົ່ງທ່ານພັນເອກພິເສດ ຫງວຽນດິ່ງຢາງ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ. ພາບ: ຈູງແທັ່ງ |
ກ່າວຄຳເຫັນທີ່ພິທີສົ່ງຄະນະ, ທ່ານພັນເອກພິເສດ Han Feng ຮອງຫົວໜ້າເສນາທິການຖານທັບກວາງໂຈ ອວຍພອນຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ຈີນ ຢ່າງສຳເລັດຜົນ, ອວຍພອນໃຫ້ຄະນະປະຕິບັດງານ ສືບຕໍ່ເດີນທະເລຢ່າງສະດວກສະບາຍ ແລະປອດໄພ. ທ່ານພັນເອກພິເສດ ຫງວຽນດິ່ງຢາງ ຮອງຜູ້ອຳນວຍການວິທະຍາຄານທະຫານເຮືອ, ຫົວໜ້າຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ຂອບໃຈພະນັກງານ, ຜູ້ບັນຊາການ, ນາຍທະຫານ, ລູກເຮືອຖານທັບກວາງໂຈ ແລະທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ລອບຄອບຖີ່ຖ້ວນ, ສ້າງເງື່ອນໄຂສະດວກເພື່ອຄະນະປະຕິບັດງານປະຕິບັດບັນດາກິດຈະກຳໃນໄລຍະການຢ້ຽມຢາມ ແລະພົບປະແລກປ່ຽນເປັນຢ່າງດີ.
ຜ່ານການເຄື່ອນໄຫວພົບປະແລກປ່ຽນ, ຄະນະປະຕິບັດງານໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ຝ່າຍ ຈີນ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດເວົ້າລວມ, ລະຫວ່າງກອງທັບ ແລະທະຫານເຮືອສອງປະເທດເວົ້າສະເພາະ, ພ້ອມທັງເຮັດໃຫ້ພາບພົດຂອງປະເທດຊາດ, ປະຊາຊົນ, ພະນັກງານ, ນັກຮົບທະຫານເຮືອປະຊາຊົນຫວຽດນາມ ເປັນມິດ, ຮັກຫອມສັນຕິພາບ.
ໂດຍ: ເຈິ່ນຮວ່ຽນ