ເປົ້າໝາຍຂອງການໄປປະຕິບັດງານແມ່ນເພື່ອແນໃສ່ສຳຫຼວດ ແລະຊອກຮູ້ທ່າອ່ຽງພັດທະນາຜະລິດຕະພັນ, ຄວາມກ້າວໜ້າທາງດ້ານເຕັກໂນໂລຢີ ແລະມາດຕະການແກ້ໄຂໃໝ່ໃນຂົງເຂດປ້ອງກັນຊາດໃນໂລກ, ຜ່ານນັ້ນເປັນພື້ນຖານເພື່ອເປັນເສນາທິການໃຫ້ການນຳກະຊວງປ້ອງກັນປະເທດ ໃນການກໍານົດທິດກໍ່ສ້າງ ແລະພັດທະນາອຸດສາຫະກຳປ້ອງກັນຊາດຂອງຫວຽດນາມ.
    |
 |
ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບຄູ່ຮ່ວມມືສາກົນໃນຂອບເຂດງານວາງສະແດງ. ພາບ: qdnd.vn |
ໃນຂອບເຂດງານວາງສະແດງ, ຄະນະປະຕິບັດງານ ໄດ້ເຂົ້າຮ່ວມພິທີເປີດ, ຢ້ຽມຊົມບັນດາຮ້ານ ແລະເຂດວາງສະແດງຜະລິດຕະພັນຂອງ ວິສາຫະກິດ, ກຸ່ມບໍລິສັດປ້ອງກັນຊາດໃຫຍ່, ຄື: Airbus, Indra, MBDA, Navantia, General Dynamics...
ຄະນະປະຕິບັດງານ ຍັງໄດ້ຊອກຮູ້ມາດຕະການແກ້ໄຂເຕັກໂນໂລຢີໃໝ່ໃນຂົງເຂດອາວຸດສະຫຼາດ, ລະບົບບໍ່ມີຄົນຂັບ, ເຕັກໂນໂລຢີຈຳລອງການຝຶກແອບ, ຄວາມປອດໄພດ້ານໄຊເບີ, ປັນຍາປະດິດ ແລະຮູບແບບສະສົມໃນການສູ້ຮົບທີ່ທັນສະໄໝ.
    |
 |
ຄະນະປະຕິບັດງານຢ້ຽມຊົມງານວາງສະແດງ. ພາບ: qdnd.vn |
ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະ ແລະແລກປ່ຽນຂໍ້ມູນຂ່າວສານກັບບາງຄູ່ຮ່ວມມືສາກົນ, ຜ່ານນັ້ນໄດ້ເປີດກວ້າງຄວາມສາມາດຮ່ວມມືໃນການຄົ້ນຄວ້າ, ພັດທະນາ ແລະຖ່າຍທອດເຕັກໂນໂລຢີເພື່ອຮັບໃຊ້ອຸດສາຫະກຳປ້ອງກັນຊາດ.
ການໄປປະຕິບັດງານຢູ່ FEINDEF 2025 ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງກະຊວງປ້ອງກັນປະເທດຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ເຂົ້າເຖິງເຕັກໂນໂລຢີທີ່ກ້າວໜ້າ, ປະກອບສ່ວນສຳຄັນເຂົ້າໃນການວາງແຜນຍຸດທະສາດ ແລະ ພັດທະນາກໍາລັງຄວາມສາມາດດ້ານອຸດສາຫະກຳປ້ອງກັນຊາດທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.
    |
 |
ສະມາຊິກໃນຄະນະປະຕິບັດງານ. ພາບ: qdnd.vn |
FEINDEF 2025 ດຶງດູດວິສາຫະກິດ ແລະອົງການປ້ອງກັນຊາດກວ່າ 600 ແຫ່ງ ທີ່ມາຈາກ 65 ປະເທດ ແລະເຂດແຄ້ວນ, ວາງສະແດງສິນຄ້າ, ມາດຕະການແກ້ໄຂ ແລະເຕັກໂນໂລຢີທີ່ກ້າວໜ້າກວ່າ 20.000 ຢ່າງໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍ່ານອາວະກາດ ແລະອຸດສາຫະກຳມີຄຸນປະໂຫຍດສອງຢ່າງ. ນອກຈາກການເຄື່ອນໄຫວວາງສະແດງແລ້ວ, ງານວາງສະແດງຍັງຈັດຕັ້ງເວທີປາໄສຫົວເລື່ອງສະເພາະ, ກອງປະຊຸມສຳມະນາສາກົນ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ແລະການຖ່າຍທອດເຕັກໂນໂລຢີລະຫວ່າງປະເທດຕ່າງໆ.
ໂດຍ: ທູຈາງ