ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ສະແດງຄວາມຂອບອົກຂອບໃຈຄະນະຜູ້ແທນກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ກຳນົດການຮ່ວມມືດ້ານປ້ອງກັນຊາດ ກັບກູບາ ແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນສອງປະເທດ; ຕີລາຄາສູງໝາກຜົນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການ, ກົມກອງສອງຝ່າຍໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນຕີ Victor Leonardo Rojo Ramos. ພາບ: ຮວ່າງຫວູ໋

ບົນພື້ນຖານແຜນການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2023-2025, ສອງຝ່າຍໄດ້ຮ່ວມມືຊຸກຍູ້ການຜັນຂະຫຍາຍຢ່າງມີປະສິດທິຜົນໃນບັນດາຂົງເຂດ, ຄື: ວຽກງານພັກ, ວຽກງານການເມືອງ; ບໍາລຸງສ້າງ; ພະລາທິການ... ປະກອບສ່ວນຍົກສູງຄວາມສາມາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ຂອງກອງທັບແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາລວມຂອງພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານພົນຕີ Victor Leonardo Rojo Ramos ແລະຜູ້ແທນທີ່ການພົບປະ. ພາບ: ຮວ່າງຫວູ໋

ສ່ວນທ່ານພົນຕີ Victor Leonardo Rojo Ramos ອວຍພອນຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ໃນນັ້ນມີການປະກອບສ່ວນສຳຄັນຂອງກອງທັບປະຊາຊົນຫວຽດນາມ. ພ້ອມທັງຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍເນື້ອໃນການຮ່ວມມືທີ່ໄດ້ຕົກລົງຢ່າງມີປະສິດທິຜົນ, ນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ລວງເລິກ, ນັບມື້ນັບແທດຈິງ, ພ້ອມທັງກໍ່ສ້າງ ແລະລົງນາມໃນບັນດາເອກະສານຮ່ວມມືໂດຍໄວ, ໃນນັ້ນສຸມໃສ່ເຂົ້າໃນຂົງເຂດເຊິ່ງສອງຝ່າຍມີຄວາມຕ້ອງການ ແລະທ່າແຮງ.

ໂດຍ: ເຈິ່ນຮວ່ຽນ