ແບ່ງປັນກ່ຽວກັບຄວາມສະເທືອນໃຈເມື່ອມາເຂົ້າຮ່ວມການສວນສະໜາມ, ເດີນຂະບວນຢູ່ຫວຽດນາມ, ທ່ານພັນເອກ ສົມແພງ ແກ້ວສີລາ ໃຫ້ຮູ້ວ່າ: ກໍາລັງກອງທັບລາວ ທີ່ເຂົ້າຮ່ວມການສວນສະໜາມ, ເດີນຂະບວນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຮູ້ສຶກເປັນກຽດທີ່ສຸດເມື່ອໄດ້ເຂົ້າຮ່ວມເຫດການສຳຄັນຂອງຫວຽດນາມ. ນີ້ກໍ່ແມ່ນໂອກາດ ເພື່ອຈາລຶກ, ຕອບບຸນແທນຄຸນ ແລະແບ່ງປັນຄວາມປິຕິຊົມຊື່ນໃນວັນບຸນໃຫຍ່ຂອງຫວຽດນາມ - 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).
    |
 |
|
ທ່ານພັນເອກ ສົມແພງ ແກ້ວສີລາ. ພາບ: qdnd.vn |
ທ່ານພັນເອກ ສົມແພງ ແກ້ວສີລາ ແບ່ງປັນວ່າ “ກ່ອນທີ່ຈະມາຫວຽດນາມ ເຂົ້າຮ່ວມ ການຝຶກແອບສວນສະໜາມ, ເດີນຂະບວນ, ພວກຂ້າພະເຈົ້າໄດ້ຊອກຮູ້ກ່ຽວກັບວັນບຸນໃຫຍ່ນີ້, ແມ່ນເກດການມີຄວາມໝາຍປະຫວັດສາດຕໍ່ກັບຊາດຫວຽດນາມ, ຍິ່ງຊອກຮູ້ ພວກຂ້າພະເຈົ້າຍິ່ງເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບການຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ, ກ້າຫານຂອງກອງທັບ ແລະປະຊາຊົນຫວຽດນາມ, ໄຊຊະນະໃນວັນທີ 30 ເມສາ 1975 ໄດ້ສ້າງຂີດໝາຍອັນສະຫງ່າລາສີໃນປະຫວັດສາດ, ເປີດສັງກາດໃໝ່ໃຫ້ແກ່ຫວຽດນາມ”.
ທ່ານພັນເອກ ສົມແພງ ແກ້ວສີລາ ຍັງໃຫ້ຮູ້ຕື່ມອີກວ່າ “ເພື່ອມີໜ້າໃນຖັນແຖວທີ່ເປັນກຽດນີ້, ນັກຮົບໃນກອງທັບປະຊາຊົນລາວ ໄດ້ຜ່ານການຄັດເລືອກຢ່າງເຂັ້ມງວດ, ວຽກງານກະກຽມ ແລະຝຶກແອບໄດ້ຈັດຕັ້ງຢ່າງຮັດກຸ່ມ ນັບແຕ່ໄດ້ຮັບການຊີ້ນຳຈາກຂັ້ນເຖິງ. ບັນດານັກຮົບທະຫານ ໄດ້ຕັ້ງໜ້າຝຶກແອບ, ໂດຍບໍ່ສົນໃຈຕໍ່ຝົນຕົກແສງແດດ, ພ້ອມກັນປັບປຸງແຕ່ລະຈັງຫວະ ເພື່ອບັນລຸຄວາມຊັດເຈນ, ກະກຽມຢ່າງຮອບຄອບຖີ່ຖ້ວນ ກ່ອນທີ່ໄປຝຶກແອບ, ເຂົ້າຮ່ວມການຊ້ອມໃຫຍ່ເບື້ອງຕົ້ນ, ການກວດຜ່ານຄັ້ງສຸດທ້າຍຮ່ວມ ກັບບັນດາກ້ອນກໍາລັງສວນສະໜາມ, ເດີນຂະບວນຂອງຫວຽດນາມ. ການພົວພັນລະຫວ່າງສອງຊາດລາວ-ຫວຽດນາມ ແມ່ນພວກເຮົາພ້ອມກັນຕໍ່ສູ້ກັບສັດຕູໂຕດຽວກັນ ແລະຍາດໄດ້ໄຊຊະນະໃນປະຫວັດສາດແຫ່ງການປະຕິວັດ, ສະນັ້ນ ພວກຂ້າພະເຈົ້າ ເຂົ້າໃຈຢ່າງຈະແຈ້ງເຖິງຄວາມສຳຄັນຂອງເຫດການນີ້, ແລະນີ້ບໍ່ພຽງແຕ່ແມ່ນໜ້າທີ່ວຽກງານເທົ່ານັ້ນ ຫາກຍັງແມ່ນອາລົມຈິດ ແລະການສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ ທີ່ເສຍສະຫຼະຊີວິດເພື່ອສັນຕິພາບ ແລະເອກະພາບຂອງຫວຽດນາມ ອີກດ້ວຍ”.
    |
 |
|
ກ້ອນກໍາລັງສວນສະໜາມ, ເດີນຂະບວນຂອງກອງທັບປະຊາຊົນລາວ ໃນການຊ້ອມໃຫຍ່ລະດັບຊາດ ໃນເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໃນວັນທີ 27 ເມສາ. ພາບ: ຈ້ອງຫາຍ |
ຕາມທ່ານພັນເອກ ສົມແພງ ແກ້ວສີລາ ແລ້ວ, ເມື່ອມາ ຝຶກແອບຮ່ວມກັບກ້ອນກຳລັງຕ່າງໆຂອງຫວຽດນາມ, ຄະນະຍາມໃດກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະຮອບຄອບຖີ່ຖ້ວນ, ຝ່າຍຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກ, ຈັດແຈງບ່ອນຢູ່, ບ່ອນກິນ ແລະຈັດຕັ້ງການຝຶກແອບທີ່ເໝາະສົມ ເພື່ອຊ່ວຍໃຫ້ຄະນະລື້ງເຄີຍກັບສະພາບແວດລ້ອມແຫ່ງການຝຶກແອບ.
ເມື່ອແບ່ງປັນຄວາມຮູ້ສຶກກ່ຽວກັບການກະກຽມໃຫ້ການສວນສະໜາມ, ເດີນຂະບວນ ແລະບັນຍາກາດຂອງການສວນສະໜາມ, ເດີນຂະບວນ, ທ່ານພັນເອກ ສົມແພງ ແກ້ວສີລາ ໃຫ້ຮູ້ວ່າ: “ນີ້ແມ່ນເຫດການໃຫຍ່ຂອງຫວຽດນາມ, ສະນັ້ນ ບັນຍາກາດການຝຶກແອບແມ່ນຄຶກຄື້ນ, ຕັ້ງໃຈທີ່ສຸດ, ເຖິງວ່າອາກາດຮ້ອນອົບເອົ້າກໍ່ຕາມ, ແຕ່ທຸກບາດກ້າວເດີນ, ທຸກທ່າທີຕະຫຼອດຮອດທຸກຄຳສັ່ງລ້ວນແຕ່ໄດ້ຮັບການເອົາໃຈໃສ່ໃນແຕ່ລະລາຍລະອຽດ, ສ້າງບັນຍາກາດເຄັ່ງຂຶມ ແລະສະຫງ່າຜ່າເຜີຍ.”
ພາຍໃຕ້ແສງແດດຮ້ອນອົບເອົ້າຂອງເດືອນເມສາ, ບັນດານັກຮົບທະຫານກອງທັບລາວ ລ້ວນແຕ່ສະແດງໃຫ້ເຫັນເຖິງນ້ຳໃຈຄວາມຮັບຜິດຊອບ ແລະເຈດຈໍານົງໃນການຕັດສິນໃຈສູງ, ຝຶກແອບຢ່າງຕັ້ງໜ້າ. ທ່ານພັນເອກ ສົມແພງ ແກ້ວສີລາ ຢືນຢັນວ່າ “ສາຍພົວພັນສະໜິດແໜ້ນຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງໃນປະຫວັດສາດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ສອງຊາດຍາມໃດກໍ່ຮັກສາສາຍພົວພັນທີ່ກົມກຽວ, ສະໜິດສະໜົມນຳກັນ, ຕິດພັນກັນຢ່າງໃຊ້ຊິດຜ່ານໄລຍະປະຫວັດສາດ. ເມື່ອເຂົ້າຮ່ວມເຫດການຄັ້ງນີ້ ຂ້າພະເຈົ້າ ຍິ່ງຮູ້ສຶກໄດ້ນ້ຳໃຈຮັກຊາດ, ຜ່ານນັ້ນຍິ່ງຮັດແໜ້ນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຂອງສອງປະເທດ, ສອງຊາດ, ຍາມໃດກໍ່ຮັກສາສາຍພົວພັນທີ່ໝັ້ນແກ່ນ, ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນ ແລະກອງທັບສອງປະເທດຜ່ານຫຼາຍລຸ້ນຄົນ. ສະນັ້ນ, ເມື່ອມາຮອດຫວຽດນາມ, ບັນດານັກຮົບຂອງພວກຂ້າພະເຈົ້າຍາມໃດກໍ່ຕັ້ງໜ້າ, ມານະພະຍາຍາມຝຶກແອບໃຫ້ເປັນຢ່າງດີເພື່ອສະແດງໃຫ້ດີ, ໃຫ້ຈົບງາມ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງເຫດການໃຫຍ່ຂອງຊາດຫວຽດນາມ ອ້າຍນ້ອງ”.
ເມື່ອແບ່ງປັນຄວາມເປັນກຽດທີ່ໄດ້ມີໂອກາດມາເຂົ້າຮ່ວມການສວນສະໜາມ, ເດີນຂະບວນຢູ່ຫວຽດນາມ, ຮ້ອຍເອກ ອຸ່ນເຮືອນ ລໍສະຫວັດ, ຫົວໜ້າກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: “ເມື່ອໄດ້ຮັບໜ້າທີ່ໄປເຂົ້າຮ່ວມການສວນສະໜາມ, ເດີນຂະບວນຢູ່ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະຕື່ນເຕັ້ນຫຼາຍ”.
    |
 |
|
ທ່ານຮ້ອຍເອກ ອຸ່ນເຮືອນ ລໍສະຫວັດ, ຫົວໜ້າກ້ອນກໍາລັງເດີນສວນສະໜາມກອງທັບປະຊາຊົນລາວ. |
ຕາມຮ້ອຍເອກ ອຸ່ນເຮືອນ ລໍສະຫວັດ ແລ້ວ, ໃນການເຂົ້າຮ່ວມການຝຶກແອບໃນໄລຍະສັ້ນ, ເພິ່ນ ແລະເພື່ອນຮ່ວມງານຍາມໃດກໍໄດ້ຮັບຄວາມຮັກແພງ, ປຸກລະດົມກຳລັງໃຈຢ່າງສຸດໃຈຈາກຊາວຫວຽດນາມ.
ຮ້ອຍເອກ ອຸ່ນເຮືອນ ລໍສະຫວັດ ແບ່ງປັນວ່າ “ກ່ອນທີ່ຈະມາຝຶກແອບຢູ່ ຫວຽດນາມ ພວກຂ້າພະເຈົ້າເປັນຫ່ວງທາງດ້ານພາສາ, ແຕ່ເມື່ອມາຮອດແລ້ວ, ຝ່າຍຫວຽດນາມ ໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ພວກຂ້າພະເຈົ້າ. ນັບແຕ່ການຝຶກແອບ, ການຊ້ອມໃຫຍ່ເບື້ອງຕົ້ນ, ການກວດຜ່ານຄັ້ງສຸດທ້າຍ, ການສວນສະໜາມ, ເດີນຂະບວນ, ໃນເວລາທີ່ພວກຂ້າພະເຈົ້າສວນສະໜາມ ໃນທ່າມກາງຕ້ອນຮັບຂອງປະຊາຊົນນະຄອນໂຮ່ຈີມິນ ປຽບເໝືອນດັ່ງຄຳທັກທາຍຢ່າງມີກຽດ, ເຕັມໄປດ້ວຍອາລົມຈິດ, ຄວາມຮູ້ສຶກທີ່ຫວຽດນາມ ສະຫງວນໃຫ້ກອງທັບລາວ, ໄດ້ຜ່ານຊ່ອງຫວ່າງດ້ານພູມສາດ, ພາສາ, ໄດ້ເຊື່ອມເຂົ້າກັບຈັງຫວະລວມຂອງໄລຍະທາງປະຫວັດສາດອັນສັກສິດ, ພາໃຫ້ຄິດເຖິງອະດີດທີ່ເຕັມໄປດ້ວຍເລືອດເນື້ອ ແລະເປີດອະນາຄົດການຮ່ວມມືແບບຍືນຍົງ, ພ້ອມກັນມຸ່ງໄປເຖິງສັນຕິພາບ ແລະການພັດທະນາ. ບໍ່ຕ້ອງການພາສາ, ພຽງແຕ່ຕ້ອງການສາຍຕາ, ກິລິຍາທ່າທາງ ແລະຈິດໃຈ. ຈາກເວລານາທີນັ້ນ, ຂ້າພະເຈົ້າຮູ້ວ່າ ພາສາອາດຈະແຕກຕ່າງກັນ, ແຕ່ຫົວໃຈນັ້ນ ຍາມໃດກໍ່ເວົ້າພາສາດຽວກັນ”.
    |
 |
|
ທ່ານ ພັນຕີ ຄູນເຫຼັກ ຄຸນນະວົງ. ພາບ: qdnd.vn |
ມີຄວາມຮູ້ສຶກດຽວກັນກັບຮ້ອຍເອກ ອຸ່ນເຮືອນ ລໍສະຫວັດ, ພັນຕີ ຄູນເຫຼັກ ຄຸນນະວົງ ແບ່ງປັນວ່າ: “ເມື່ອໄດ້ເຂົ້າຮ່ວມເຫດການສໍາຄັນຂອງປະຊາຊົນຫວຽດນາມ, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຜ່ານເຫດການຄັ້ງນີ້ຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກເຖິງນໍ້າໃຈອັນຍິ່ງໃຫຍ່ຂອງສອງຊາດຢ່າງເລິກເຊິ່ງກວ່າອີກ. ພວກຂ້າພະເຈົ້າ ຈະພະຍາຍາມຝຶກແອບຈົນສຸດຄວາມສາມາດຂອງຕົນ ແລະສະແດງໃຫ້ເປັນຢ່າງດີໃນເຫດການດັ່ງກ່າວ, ຫວັງວ່າຈະປະກອບສ່ວນເລັກນ້ອຍເຂົ້າໃນຜົນສໍາເລັດຂອງເຫດການສໍາຄັນນີ້”.
ໂດຍ: ຫງວຽນກຸກ