leftcenterrightdel
ທ່ານພັນເອກພິເສດ ເຈິ່ນຢຸຍຮືງ ກ່າວຄໍາເຫັນເປີດໂຄງການ. ພາບ:qdnd.vn

ກ່າວຄຳເຫັນເປີດໂຄງການ, ທ່ານພັນເອກພິເສດ ເຈິ່ນຢຸຍຮືງ, ຮອງຫົວໜ້າກົມແພດທະຫານ ເນັ້ນໜັກວ່າ: ໂຄງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ແມ່ນກິດຈະກຳທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະມະນຸດສະທຳ, ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ການໜູນຊ່ວຍຂອງປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກັບກອງທັບຫວຽດນາມ ແລະ ຈີນ. ໂຄງການຈະປະກອບສ່ວນປັບປຸງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ ແລະກອງທັບຂອງສອງປະເທດເວົ້າລວມ ແລະກຳລັງແພດທະຫານເວົ້າສະເພາະ.

leftcenterrightdel
ທ່ານພັນຕີ Zhao Hongliang ຫົວໜ້າຄະນະແພດທະຫານ ຂຶ້ນກັບກອງທັບປົດປ່ອຍປະຊາຊົນຈີນ ກ່າວຄໍາເຫັນ. ພາບ:qdnd.vn

ທ່ານພັນຕີ Zhao Hongliang, ຫົວໜ້າຄະນະແພດທະຫານຂຶ້ນກັບກອງທັບປົດປ່ອຍປະຊາຊົນຈີນ ທີ່ເຂົ້າຮ່ວມການກວດ ແລະປິ່ນປົວພະຍາດຢູ່ຫວຽດນາມ ແບ່ງປັນວ່າ ຫຼາຍປີຜ່ານມາ, ການຮ່ວມມືດ້ານສາທາລະນະສຸກ ຍາມໃດກໍ່ແມ່ນພາກສ່ວນສຳຄັນໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ເວົ້າລວມ ແລະ ການພົວພັນດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ.

leftcenterrightdel
 
leftcenterrightdel
ຜູ້ແທນເຂົ້າຮ່ວມພິທີເປີດ. ພາບ:qdnd.vn

ຕາມທ່ານພັນຕີ Zhao Hongliang ແລ້ວ, ໂຄງການກວດ, ປິ່ນປົວພະຍາດຍັງແມ່ນໂອກາດ ເພື່ອໃຫ້ບັນດາແພດໝໍຂອງຫວຽດນາມ ແລະຈີນແລກປ່ຽນ, ຖອດຖອນບົດຮຽນປະສົບການ, ເຕັກນິກ ເພື່ອຍົກສູງລະດັບຄວາມຮູ້ດ້ານການແພດ, ຕັ້ງພື້ນຖານອັນໜັກແໜ້ນກວ່າໃຫ້ການຮ່ວມມືດ້ານການແພດທະຫານໃນອະນາຄົດ.

ທີ່ພິທີເປີດ, ທ່ານພັນເອກພິເສດ ລືວເຈືອງແທັງຮືງ, ຮອງຫົວໜ້າສະຖາບັນການແພດພື້ນເມືອງກອງທັບ ໄດ້ມອບຂອງຂວັນ 10 ພູດ, ແຕ່ລະພູດມີມູນຄ່າ 1.150.000 ດົ່ງ ໃຫ້ແກ່ 10 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງດົ່ງດັງ ແລະເມືອງກາວລົກ.

leftcenterrightdel
ປະຊາຊົນເມືອງກາວລົກ ເຂົ້າຮ່ວມພິທີເປີດ. ພາບ:qdnd.vn

ພາຍຫຼັງການເປີດ, ບັນດາແພດທະຫານຫວຽດນາມ ແລະ ຈີນ ໄດ້ດໍາເນີນການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ໂຄງການກວດ ແລະປິ່ນປົວພະຍາດປີນີ້ໄດ້ຈັດຂຶ້ນທັງຢູ່ຈີນ ແລະຫວຽດນາມ.  ຜ່ານນັ້ນ, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດແພດທະຫານ, ກໍ່ຄືເພີ່ມທະວີການພົວພັນລະຫວ່າງກຳລັງແພດທະຫານ ກັບອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດ, ປະກອບສ່ວນແຜ່ຂະຫຍາຍສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ ແລະການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງລັດຖະບານ, ກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ຈີນ.

ໂດຍ: ທູຈາງ