ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (3/3/1959-3/3/2025), ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການສຳພາດທ່ານພັນໂທ ມາຍຢຸຍກຽນ, ຫົວໜ້າຫ້ອງພົວພັນຕ່າງປະເທດ, ກອງບັນຊາການທະຫານຊາຍແດນຫວຽດນາມ.
ນັກຂ່າວ: ຂໍສະຫາຍໃຫ້ຮູ້ວຽກງານການທູດຊາຍແດນມີຖານະ, ບົດບາດຄືແນວໃດໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ?
ທ່ານພັນໂທ ມາຍຢຸຍກຽນ: ການທູດຊາຍແດນ ແມ່ນພາກສ່ວນໜຶ່ງສຳຄັນຂອງການທູດປ້ອງກັນຊາດ, ສວມບົດບາດເປັນຂົວຕໍ່ ເພື່ອໃຫ້ທະຫານຊາຍແດນແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນຫາຊາຍແດນກັບກຳລັງປົກປັກຮັກສາຊາຍແດນບັນດາປະເທດທີ່ມີຊາຍແດນຕິດຈອດກັນ.
ວຽກງານການທູດຊາຍແດນບໍ່ພຽງແຕ່ຊ່ວຍໃຫ້ສອງຝ່າຍເຂົ້າໃຈກັນຢ່າງຈະແຈ້ງກວ່າເທົ່ານັ້ນ ຫາກຍັງສ້າງພື້ນຖານໃຫ້ແກ່ການປະສານສົມທົບຢ່າງມີປະສິດທິຜົນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນຮ່ວມອີກດ້ວຍ. ຄຽງຂ້າງກັນນັ້ນ, ການທູດຊາຍແດນຍັງປະກອບສ່ວນປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືພັດທະນາເຂດຊາຍແດນ, ພ້ອມທັງໜູນຊ່ວຍວຽກງານການທູດລວມຂອງລັດ ແລະບັນດາກຳລັງກ່ຽວຂ້ອງ. ຜ່ານນັ້ນ, ການທູດຊາຍແດນບໍ່ພຽງແຕ່ຮັກສາຄວາມໝັ້ນຄົງ, ອະທິປະໄຕແຫ່ງຊາດເທົ່ານັ້ນ ຫາກຍັງສ້າງເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງອີກດ້ວຍ.
    |
 |
ປະຊາຊົນຢູ່ເຂດຊາຍແດນສອງປະເທດ ຊົມເຊີຍງານພົບປະມິດຕະພາບການປ້ອງກັນຊາດ ຢູ່ເຂດ ຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 8, ເດືອນເມສາ 2024. ພາບ: ຈ້ອງຫາຍ. |
ນັກຂ່າວ: ເພື່ອປະຕິບັດໜ້າທີ່ດັ່ງກ່າວໃຫ້ມີປະສິດທິຜົນ, ວຽກງານການທູດຊາຍແດນ ທຸກຂັ້ນໄດ້ຊາບຊຶມ, ຜັນຂະຫຍາຍຄືແນວໃດ, ຂໍຮຽນສະຫາຍ?
ທ່ານພັນໂທ ມາຍຢຸຍກຽນ: ພາຍໃຕ້ການຊີ້ນຳ, ນຳພາຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ວຽກງານການທູດຊາຍແດນ ໄດ້ຜັນຂະຫຍາຍຢູ່ທຸກຂັ້ນ, ດ້ວຍຫຼາຍຮູບການທີ່ອຸດົມສົມບູນ, ຫຼາກຫຼາຍຮູບແບບ ແລະມີການລົງທຶນສຳລັບບັນດາການເຄື່ອນໄຫວຈຸດສຸມ, ບໍລິເວນຈຸດສຸມ.
ນັບແຕ່ກອງບັນຊາການທະຫານຊາຍແດນ ຈົນຮອດກອງບັນຊາການທະຫານຊາຍແດນບັນດາແຂວງ ແລະຄ້າຍທະຫານຊາຍແດນ ໄດ້ລົງເຂົ້າຮ່ວມການແລກປ່ຽນ, ພົບປະກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນບັນດາປະເທດທີ່ມີຊາຍແດນຕິດຈອດກັນກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງສະພາບການຈັດຕັ້ງປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນ, ບັນດາຂໍ້ຕົກລົງກ່ຽວກັບວຽກງານຊາຍແດນ; ການເຄື່ອນໄຫວຄຸ້ມຄອງ, ປົກປັກຮັກສາຊາຍແດນ; ສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ປ້ອງກັນ, ຕ້ານໄພທຳມະຊາດ, ໂລກລະບາດຢູ່ເຂດຊາຍແດນ, ດ່ານຊາຍແດນ; ແກ້ໄຂບັນດາກໍລະນີທີ່ກ່ຽວຂ້ອງເຖິງສອງຟາກຊາຍແດນທີ່ຂຶ້ນກັບສິດອຳນາດຕາມຂໍ້ກຳນົດຂອງກົດໝາຍ ແລະສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ, ກໍ່ຄືຂໍ້ຕົກລົງລະຫວ່າງສອງຝ່າຍ.
ພິເສດ, ບັນດາກົມກອງທະຫານຊາຍແດນ ໄດ້ຫັນບັນດາເອກະສານຊີ້ນຳຂອງທຸກຂັ້ນໃຫ້ປະກົດຜົນເປັນຈິງດ້ວຍວິທີເຮັດໃໝ່, ສອດຄ່ອງກັບຈຸດພິເສດ, ສະພາບການຢູ່ບໍລິເວນ ແລະກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນທີ່ຕັ້ງຢູ່ເຊິ່ງໜ້າຂອງປະເທດເພື່ອນໄດ້ເຫັນດີ, ໃຫ້ການສະໜັບສະໜູນ. ການເຄື່ອນໄຫວການທູດຂອງທະຫານຊາຍແດນທຸກຂັ້ນໄດ້ປະສານສົມທົບຢ່າງມີປະສິດທິຜົນລະຫວ່າງການທູດປ້ອງກັນຊາດ, ການທູດຊາຍແດນກັບການທູດປະຊາຊົນ.
ໃນນັ້ນ, ເອົາໃຈໃສ່ຍູ້ແຮງບັນດາການເຄື່ອນໄຫວພົບປະ, ແລກປ່ຽນສະພາບການ, ຈຸດສຸມແມ່ນໂຄສະນາເຜີຍແຜ່ກ່ຽວກັບແນວທາງ, ແຜນນະໂຍບາຍ, ນະໂຍບາຍການທູດຂອງ ພັກ ແລະລັດ; ເພີ່ມທະວີການພົວພັນຮ່ວມມືທີ່ແທດຈິງ, ມີປະສິດທິຜົນກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມກັນ.
ນັກຂ່າວ: ເພື່ອໃຫ້ວຽກງານການທູດຊາຍແດນ ໄດ້ຜັນຂະຫຍາຍຖືກຕາມການກຳນົດທິດ, ນຳມາເຊິ່ງປະສິດທິຜົນສູງສຸດ, ບໍ່ສາມາດຂາດບົດບາດຂອງອົງການເປັນເສນາທິການສະເພາະກິດ?
ທ່ານພັນໂທ ມາຍຢຸຍກຽນ: ຖືກແລ້ວ! ຕໍ່ໜ້າຄວາມຮຽກຮ້ອງໃໝ່ກ່ຽວກັບວຽກງານການທູດປ້ອງກັນຊາດ, ການທູດຊາຍແດນ, ໃນຊຸມປີຜ່ານມາ, ຫ້ອງພົວພັນຕ່າງປະເທດ ໄດ້ເປັນເສນາທິການກັບຄະນະພັກ, ຫ້ອງເສນາທິການທະຫານຊາຍແດນລາຍງານ, ເປັນເສນາທິການສະເໜີກັບຄະນະພັກ, ກອງບັນຊາການທະຫານຊາຍແດນ ຊີ້ນຳ, ນຳພາຄະນະພັກ, ການນຳທຸກຂັ້ນໃນທະຫານຊາຍແດນຊາບຊຶມ ແລະສືບຕໍ່ຜັນຂະຫຍາຍການປະຕິບັດບັນດາທັດສະນະ, ແນວທາງພົວພັນຕ່າງປະເທດທີ່ໄດ້ລະບຸໄວ້ໃນມະຕິ, ຄຳສັ່ງ, ແຜນການຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງສາກົນ, ການທູດປ້ອງກັນຊາດ... ຈາກນັ້ນ, ເສີມຂະຫຍາຍບົດບາດນຳໜ້າຂອງການທູດຊາຍແດນໃນການທູດປ້ອງກັນຊາດ, ປະກອບສ່ວນປົກປັກຮັກສາປະເທດຊາດໄວ້ແຕ່ຫົວທີ, ແຕ່ໄກ ແລະແກ້ໄຂບັນດາກໍລະນີກ່ຽວຂ້ອງເຖິງຊາຍແດນຢູ່ຂັ້ນຮາກຖານເລີຍ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທົ່ວເສັ້ນຊາຍແດນ.
ພ້ອມທັງ, ຍາມໃດກໍ່ເອົາໃຈໃສ່ເປັນເສນາທິການ, ແນະນຳບັນດາກົມກອງປັບປຸງລະບົບອົງການ ແລະຖັນແຖວເຮັດວຽກງານການທູດ; ຈັດຕັ້ງການບັນຊາທີ່ເປັນເອກະພາບແຕ່ຂັ້ນສູນກາງຈົນຮອດກົມກອງຮາກຖານ; ເພີ່ມທະວີການສື່ສານ, ໂຄສະນາການທູດ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງວຽກງານການທູດປ້ອງກັນຊາດ, ການທູດຊາຍແດນໃນການປົກປ້ອງພື້ນຖານແນວຄິດຂອງພັກ; ເຮັດວຽກງານປົກປ້ອງການເມືອງພາຍໃນ, ຮັກສາຄວາມລັບ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ພາຍໃນເປັນຢ່າງດີ.
    |
 |
ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ເປັນປະທານຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1, ເດືອນທັນວາ 2023. |
ນັກຂ່າວ: ໝາກຜົນລະອຽດແມ່ນຫຍັງແດ່, ອັນໃດແມ່ນຈຸດພົ້ນເດັ່ນຂໍຮຽນສະຫາຍ?
ທ່ານພັນໂທ ມາຍຢຸຍກຽນ: ສາມາດເຫັນໄດ້ວ່າ ການທູດຊາຍແດນໄດ້ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ທະຫານຊາຍແດນໄດ້ລົງນາມໃນເອກະສານເກືອບ 60 ສະບັບ ກ່ຽວກັບຊາຍແດນກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນກັບບັນດາປະເທດບ້ານໃກ້ເຮືອນຄຽງ. ຜ່ານວຽກງານການທູດຊາຍແດນ, ທະຫານຊາຍແດນໄດ້ສົມທົບກັບບັນດາຂະແໜງການ, ບັນດາກຳລັງແກ້ໄຂບັນດາກໍລະນີກ່ຽວຂ້ອງເຖິງຊາຍແດນຢ່າງກົມກຽວ, ເໝາະສົມ, ຖືກຕາມແຜນນະໂຍບາຍ, ກົດໝາຍ, ຮັບປະກັນຜົນປະໂຫຍດຂອງປະເທດ, ຂອງຊາດ, ສ້າງຄວາມໝັ້ນຄົງຢູ່ເຂດຊາຍແດນ.
ການທູດຊາຍແດນໃນຊຸມປີຜ່ານມາສືບຕໍ່ແມ່ນຈຸດພົ້ນເດັ່ນຂອງການທູດປ້ອງກັນຊາດ. ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ການນຳພັກ, ລັດ, ປະຊາຊົນໄດ້ຕີລາຄາສູງແມ່ນຄວາມປະດິດຄິດສ້າງ, ຈັດຕັ້ງງານພົບປະແລກປ່ຽນມິດຕະພາບກັບບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມກັນດ້ວຍຫຼາຍຮູບແບບ.
ພິເສດ, ປີ 2023, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1 ໄດ້ຈັດຕັ້ງປະສົບຜົນສຳເລັດພາຍໃຕ້ການເປັນປະທານຂອງກະຊວງປ້ອງກັນປະເທດ 3 ປະເທດ.
ຜ່ານບັນດາຮູບແບບ, ກິດຈະກຳນີ້, ການພົວພັນສາມັກຄີ, ມິດຕະພາບ, ການປະສານສົມທົບວຽກງານລະຫວ່າງກອງທັບເວົ້າລວມ, ທະຫານຊາຍແດນເວົ້າສະເພາະກັບກອງທັບ, ກຳລັງປະກອບອາວຸດ, ຄຸ້ມຄອງ, ປົກປັກຮັກສາຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງ ແລະລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນນັບມື້ນັບໄດ້ປັບປຸງ, ເພີ່ມທະວີ.
ນັກຂ່າວ: ເສີມຂະຫຍາຍບັນດາໝາກຜົນດັ່ງກ່າວ, ໃນສະພາບການໃໝ່, ວຽກງານການທູດຊາຍແດນ ຈະສືບຕໍ່ໄດ້ເປັນເສນາທິການປ່ຽນແປງໃໝ່ກ່ຽວກັບເນື້ອໃນ, ຮູບແບບ, ເປີດກວ້າງຄືແນວໃດ?
ທ່ານພັນໂທ ມາຍຢຸຍກຽນ: ປະເທດ ພວມຢືນຢູ່ຕໍ່ໜ້າສັງກາດໃໝ່-ສັງກາດບືນຕົວຂຶ້ນຂອງຊາດ, ຕັ້ງຄວາມຮຽກຮ້ອງໃໝ່, ສູງກ່ວາເກົ່າກ່ຽວກັບວຽກງານເຊື່ອມໂຍງສາກົນ ແລະການທູດປ້ອງກັນຊາດ, ໃນນັ້ນມີການທູດຊາຍແດນ. ຊາຍແດນແມ່ນຮົ້ວກຳແພງຂອງປະເທດຊາດ, ເພື່ອໃຫ້ປະເທດພັດທະນານັ້ນ, ການຮັກສາຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບຢູ່ເຂດຊາຍແດນແມ່ນສິ່ງສຳຄັນທີ່ສຸດ.
ມະຕິສະບັບເລກທີ 33-NQ/TW ລົງວັນທີ 28 ກັນຍາ 2018 ຂອງກົມການເມືອງ ວ່າດ້ວຍຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດ ໄດ້ກຳນົດວ່າທະຫານຊາຍແດນແມ່ນກຳລັງສະເພາະກິດປົກປ້ອງ ແລະປົກປັກຮັກສາຊາຍແດນແຫ່ງຊາດ, ພ້ອມທັງຊີ້ແຈ້ງວ່າ ຕ້ອງເພີ່ມທະວີການຮ່ວມມືສາກົນ, ຍົກສູງປະສິດທິຜົນຂອງວຽກງານການທູດປ້ອງກັນຊາດ, ການທູດຊາຍແດນ ແລະການທູດປະຊາຊົນໃນການປົກປັກຮັກສາຊາຍແດນແຫ່ງຊາດ.
ປະຈຸບັນ, ຜົນກະທົບຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4, ຄວາມຕ້ອງການຂອງການແລກປ່ຽນການຄ້າ, ການພົບປະແລກປ່ຽນ; ຊາຍແດນ, ດ່ານຊາຍແດນແມ່ນປະຕູ, ບ່ອນສ້າງກຳລັງໜູນພັດທະນາໃຫ້ແກ່ປະເທດ... ຮຽກຮ້ອງໃຫ້ວຽກງານການທູດຊາຍແດນຕ້ອງມີການປ່ຽນແປງໃໝ່ກ່ຽວກັບເນື້ອໃນ, ຮູບການ.
ເພື່ອໃຫ້ວຽກງານການທູດຊາຍແດນສືບຕໍ່ແມ່ນຈຸດພົ້ນເດັ່ນ, ປະກອບສ່ວນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໄວ້ແຕ່ຫົວທີ, ແຕ່ໄກ, ການສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ໃນໄລຍະຈະມາເຖິງ, ຫ້ອງການພົວພັນຕ່າງປະເທດສືບຕໍ່ເປັນເສນາທິການໃຫ້ແກ່ການນຳທຸກຂັ້ນຊີ້ນຳບາງເນື້ອໃນຈຸດສຸມ, ຄື:
ເພີ່ມທະວີການຊີ້ນຳ, ນຳພາຂອງຄະນະພັກ, ກອງບັນຊາການທຸກຂັ້ນຕໍ່ກັບການເຄື່ອນໄຫວການທູດຊາຍແດນ. ຜ່ານນັ້ນ, ບໍ່ພຽງແຕ່ຮັບປະກັນການປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວການທູດຊາຍແດນທີ່ເປັນເອກະພາບ, ແໜ້ນແຟ້ນ, ຖືກຕາມການກຳນົດທິດ, ເສີມຂະຫຍາຍບົດບາດຕັ້ງໜ້າຂອງບັນດາກົມກອງທະຫານຊາຍແດນ, ບຸກຄົນທີ່ໄດ້ມອບໝາຍໜ້າທີ່ເທົ່ານັ້ນ ຫາກຍັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຈຳກັດຢ່າງຊັດເຈນ ເພື່ອພົບເຫັນປັດໄຈໃໝ່ຢ່າງຊັດເຈນອີກດ້ວຍ.
    |
 |
ທ່ານພັນໂທ ມາຍຢຸຍກຽນ, ຫົວໜ້າຫ້ອງພົວພັນຕ່າງປະເທດ, ກອງບັນຊາການທະຫານຊາຍແດນຫວຽດນາມ. |
ຮັກສາ ແລະເສີມຂະຫຍາຍການພົວພັນຊາຍແດນກັບບັນດາປະເທດບ້ານໃກ້ເຮືອນຄຽງໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ, ແລກປ່ຽນ ແລະແກ້ໄຂບັນດາກໍລະນີຢູ່ເສັ້ນຊາຍແດນແຕ່ຂັ້ນຮາກຖານ; ພ້ອມທັງເປັນເສນາທິການສ້າງຕັ້ງ, ເປີດກວ້າງການພົວພັນກັບບັນດາປະເທດທີ່ກ່ຽວຂ້ອງ ເພື່ອພົບປະ, ແລກປ່ຽນບົດຮຽນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປ້ອງກັນ, ຕ້ານອາດຊະຍາກຳ ແລະຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ.
ຍົກສູງຄວາມຮັບຮູ້, ລະດັບ, ວິຊາສະເພາະໃຫ້ແກ່ຖັນແຖວພະນັກງານທະຫານຊາຍແດນຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວການທູດຊາຍແດນ. ເອົາໃຈໃສ່ບຳລຸງສ້າງ, ສຶກສາໃຫ້ແກ່ພະນັກງານ, ນັກຮົບກຳແໜ້ນທັດສະນະ, ແນວທາງການທູດຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ສົນທິສັນຍາສາກົນ ກ່ຽວກັບຊາຍແດນ, ເຂດນ່ານທະເລ, ນ່ານນ້ຳປະຫວັດສາດທີ່ໄດ້ລົງນາມລະຫວ່າງຫວຽດນາມ ແລະບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມກັນ...
ນັກຂ່າວ: ຂໍຂອບໃຈ!
ໂດຍ: ແສງເດືອນ