ບັນດາພະນັກງານ, ພາລະກອນໂຮງໝໍໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ໂຮງໝໍ ແລະຄົນເຈັບທີ່ພວມປິ່ນປົວຢູ່ທີ່ນີ້. ຂອງຂວັນປະກອບມີວິຕາມິນ, ນ້ໍາຢາຂ້າເຊື້ອ, ຜ້າອັດປາກ, ຖົງມື, ເຄື່ອງນຸ່ງປ້ອງກັນ, ປື້ມບັນທຶກ, ບີກຂຽນ, ກ່ອງສີ ແລະອື່ນໆ. ເຖິງວ່າຂອງຂວັນບໍ່ຫຼາຍກໍ່ຕາມ, ແຕ່ໄດ້ໜູນຊ່ວຍໃຫ້ວຽກງານສົ່ງເສີມສຸຂະພາບ ແລະສ້າງຄວາມເບີກບານມ່ວນຊື່ນໃຫ້ເດັກນ້ອຍຄົນເຈັບ.

ການນຳໂຮງໝໍ Bentiu ສະແດງຄວາມສະເທືອນໃຈ ແລະນັບຖືຕໍ່ອາລົມຈິດ ເຊິ່ງຖັນແຖວແພດທະຫານຫວຽດນາມ ສະຫງວນໃຫ້ໂຮງໝໍ ແລະຄົນເຈັບຜູ້ທຸກຍາກທີ່ພວມປິ່ນປົວຢູ່ທີ່ນີ້. ທ່ານ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການໜູນຊ່ວຍດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນການໜູນຊ່ວຍດ້ານຈິດໃຈອັນໃຫຍ່ຫຼວງໃຫ້ແກ່ຄົນເຈັບ, ພ້ອມທັງຊ່ວຍໃຫ້ຖັນແຖວພະນັກງານ, ພາລະກອນຢູ່ໂຮງໝໍ Bentiu ມີເງື່ອນໄຂປະຕິບັດການປິ່ນປົວ ແລະສົ່ງເສີມສຸຂະພາບຂອງປະຊາຊົນໃຫ້ດີກວ່າອີກ.

ການເຄື່ອນໄຫວອາສາສະໝັກນີ້ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະຄວາມຮັກແພງຂອງກຳລັງແພດທະຫານຫວຽດນາມ ທີ່ເຂົ້າຮ່ວມພາລະກິດຮັກສາສັນຕິພາບສາກົນ.

leftcenterrightdel
ການນຳໂຮງໝໍ Bentiu ຮັບຂອງຂວັນຈາກໂຮງໝໍກາງສະໜາມຂັ້ນ 2 ຫວຽດນາມ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ນາຍທະຫານຍິງຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຫວຽດນາມ ມອບຂອງຂວັນໃຫ້ຄົນເຈັບ. ພາບ: qdnd.vn

ໂດຍ: ສຸລິຈັນ ອຸ່ນທະປັນຍາ