ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນໄລຍະມໍ່ໆມານີ້, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອາຟຣິກາໃຕ້ ບັນລຸໄດ້ໝາກຜົນພົ້ນເດັ່ນ, ຄື: ຮັກສາການຕິດຕໍ່ພົວພັນ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ຕາມນັ້ນແລ້ວ, ອາຟຣິກາໃຕ້ ໄດ້ຈັດສົ່ງຄະນະຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະນັກຮົບເກົ່າມາເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ເປັນ 2 ຄັ້ງແລ້ວ (ໃນປີ 2022 ແລະ 2024); ການຮ່ວມມືດ້ານພະລາທິການ, ການແພດທະຫານ, ການຮັກສາສັນຕິພາບຂອງສະຫະປະຊາຊາດ, ການບໍາລຸງສ້າງ; ຕັ້ງໜ້າສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ...
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ທີ່ການເຈລະຈາ. ພາບ: qdnd.vn |
ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີວ່າ: ໃນໄລຍະຈະມາເຖິງ, ບົນພື້ນຖານເອກະສານທີ່ໄດ້ລົງນາມ ແລະເນື້ອໃນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 3, ກະຊວງປ້ອງກັນປະເທດສອງປະເທດ ຈະຜັນຂະຫຍາຍບາງໜ້າທີ່ຈຸດສຸມຢ່າງມີປະສິດທິຜົນ, ຄື: ສືບຕໍ່ຊຸກຍູ້ການຕິດຕໍ່ພົວພັນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາປະສິດທິຜົນຂອງກົນໄກເຈລະຈານະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ; ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ພະລາທິການ, ການແພດທະຫານ, ການບໍາລຸງສ້າງ; ເອົາໃຈໃສ່ ແລະໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບຫວຽດນາມ ຜ່ານການເຄື່ອນໄຫວແລກປ່ຽນບົດຮຽນປະສົບການ, ບຳລຸງສ້າງ, ສະໜອງອຸປະກອນດ້ານວິຊາການ; ສືບຕໍ່ສົມທົບກັນ ແລະສະໜັບສະໜູນ ເຊິ່ງກັນ ແລະກັນ ຢູ່ເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະສາກົນ...
    |
 |
ທ່ານນາງ Thobekile Gamede ພ້ອມດ້ວຍຄະນະຜູ້ແທນອາຟຣິກາໃຕ້ ທີ່ການເຈລະຈາ. ພາບ: qdnd.vn |
ທ່ານນາງ Thobekile Gamede ກໍ່ເຫັນດີກັບຂໍ້ສະເໜີຂອງທ່ານພົນໂທ ຮວ່າງຊວນຈ໊ຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງຊັບພະຍາກອນມະນຸດ, ການແພດທະຫານ, ພາລາທິການ; ປາດຖະໜາວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຈະນັບມື້ນັບພັດທະນາ, ເປີດກ້ວາງ ແລະເຂົ້າສູ່ແທດຈິງ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.
    |
 |
ບັນຍາກາດທີ່ການເຈລະຈາຍຸດທະສາດປ້ອງກັນຊາດຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 3. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ຫວຽດນາມ ຢຶດໝ້ັນຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນການທູດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະໃນໂລກ; ຍຶດໝັ້ນນະໂຍບາຍປ້ອງກັນຊາດ “ສີ່ບໍ່”, ຕໍ່ສູ້ແກ້ໄຂທຸກການຂັດແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານນາງ Thobekile Gamede ລົງນາມໃນເອກະສານການເຈລະຈາຍຸດທະສາດປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 3. ພາບ: qdnd.vn |
ກ່ຽວກັບບັນຫາທະເລຕາເວັນອອກ, ຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຮີດຄອງປະເພນີ, ທຳນຽມ, ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS); ປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຊຸກຍູ້ ແລະສິ້ນສຸດການເຈລະຈາ ແລະລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ໂດຍໄວ.
ສິ້ນສຸດການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານນາງ Thobekile Gamede ໄດ້ລົງນາມໃນເອກະສານການເຈລະຈາຍຸດທະສາດປ້ອງກັນຊາດຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 3.
ໂດຍ: ທູຈາງ