ນາຍຕໍາຫຼວດທະເລຫວຽດນາມ ໄປເຮັດວຽກຢູ່ສູນ IFC ສິງກະໂປ
ກປ.ອອນໄລ - ວັນທີ 11 ກຸມພາ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ຈັດຕັ້ງການພົບປະ, ມອບໜ້າທີ່ໃຫ້ທ່ານພັນຕີ ເຈິ່ນນາມເຟືອງ ໄປເຮັດວຽກຢູ່ສູນແບ່ງປັນຂໍ້ມູນຄວາມໝັ້ນຄົງໃນການເດີນເຮືອ (IFC), ທະຫານເຮືອສິງກະໂປ. ທ່ານພົນຕີ ເລກວາງດ້າວ ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ເປັນປະທານການມອບໝາຍໜ້າທີ່.
ສູນ IFC ຢູ່ສິງກະໂປ ແມ່ນໜຶ່ງໃນບັນດາສູນໃນເຄືອຂ່າຍແບ່ງປັນຂໍ້ມູນຄວາມໝັ້ນຄົງໃນການເດີນເຮືອແຖວໜ້າ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະໂລກ. ປະຈຸບັນ, ສູນ IFC ມີນາຍທະຫານເຊື່ອມຕໍ່ສາກົນທີ່ມາຈາກ 19 ປະເທດ ແລະນາຍທະຫານຂອງທະຫານເຮືອສິງກະໂປ. ທ່ານພັນຕີ ເຈິ່ນນາມເຟືອງ ແມ່ນນາຍທະຫານຜູ້ທີສາມຂອງຕໍາຫຼວດທະເລຫວຽດນາມ ໄດ້ຄັດເລືອກໄປເຮັດວຽກຢູ່ສູນ IFC. ຕາມທ່ານພົນຕີ ເລກວາງດ້າວ ແລ້ວ, ໃນສະພາບຄວາມສະຫງົບ, ຄວາມປອດໄພຢູ່ທະເລມີການຜັນແປສັບສົນ, ຊ້ອນແຝງຄວາມສ່ຽງຫຼາຍຢ່າງ, ເລື່ອງຕໍາຫຼວດທະເລຫວຽດນາມ ຈັດສົ່ງນາຍຕຳຫຼວດໄປເຮັດວຽກຢູ່ສູນ IFC ສະແດງໃຫ້ເຫັນນ້ຳໃຈຄວາມຮັບຜິດຊອບ ກໍ່ຄືປະຕິບັດບົດບາດຍູ້ແຮງ, ເພີ່ມທະວີການມີໜ້າຂອງກອງທັບປະຊາຊົນຫວຽດນາມ ເວົ້າລວມ, ກໍາລັງຕໍາຫຼວດທະເລຫວຽດນາມ ເວົ້າສະເພາະໃນວຽກງານຜັນຂະຫຍາຍ, ປະຕິບັດບັນດາໜ້າທີ່ຮ່ວມມືສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ.
    |
 |
ທ່ານພົນຕີ ເລກວາງດ້າວ ມອບຂໍ້ຕົກລົງຂອງກະຊວງປ້ອງກັນປະເທດໃຫ້ພັນຕີ ເຈິ່ນນາມເຟືອງ. ພາບ: ງອັກທື |
ພັນຕີ ເຈິ່ນນາມເຟືອງ ຈະໄປເຮັດວຽກຢູ່ສູນ IFC ແຕ່ວັນທີ 12 ກຸມພາ ຫາວັນທີ 12 ສິງຫາ 2025. ໃນໄລຍະຈະມາເຖິງນີ້, ສະຫາຍຈະດໍາລົງຕຳແໜ່ງຮັບໜ້າທີ່: ແບ່ງປັນຂໍ້ມູນໃນການເດີນເຮືອ, ລາຍງານ ແລະແຈ້ງກ່ຽວກັບອຸບັດຕິເຫດໃນການເດີນເຮືອ ໃຫ້ບັນດາປະເທດທີ່ກ່ຽວຂ້ອງ ເມື່ອໄດ້ຮັບຂໍ້ມູນກ່ຽວກັບເຫດການຢູ່ສູນ; ພົວພັນກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອແບ່ງປັນຂໍ້ມູນໃນກໍລະນີມີວຽກກ່ຽວຂ້ອງ; ເຂົ້າຮ່ວມປຶກສາຫາລືກັບນາຍທະຫານສື່ສານເພື່ອວິເຄາະຂໍ້ມູນ, ຈາກນັ້ນ ຍົກອອກຜະລິດຕະພັນຄົ້ນຄວ້າ, ວິໄຈທ່າອ່ຽງ; ໜູນຊ່ວຍການສ້າງແຜນການ ແລະຜັນຂະຫຍາຍບັນດາການເຄື່ອນໄຫວຂອງສູນ IFC; ປະຕິບັດບາງເນື້ອໃນວຽກງານການພົວພັນຕ່າງປະເທດ.
ໂດຍ: ໄຊນີດາ