ຫວຽດນາມ-ອິນເດຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
    
    
    
        
            
ກປ.ອອນໄລ - ຕອນເຊົ້າວັນທີ 6 ກຸມພາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ S. Muthukrishnan, ທີ່ປຶກສາທູດປ້ອງກັນຊາດອິນເດຍ ປະຈຳ ຫວຽດນາມ.
        
        
        
            
	ຕາງໜ້າໃຫ້ການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍທ່ານພັນເອກ S. Muthukrishnan ທີ່ໄດ້ດໍາລົງຕໍາແໜ່ງເປັນທີ່ປຶກສາທູດປ້ອງກັນຊາດອິນເດຍ ປະຈຳ ຫວຽດນາມ; ເຊື່ອໝັ້ນວ່າ ທ່ານພັນເອກ S. Muthukrishnan ຈະມີການປະກອບສ່ວນຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງກອງທັບ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານພັນເອກ S. Muthukrishnan ທີ່ປຶກສາທູດປ້ອງກັນຊາດອິນເດຍ ປະຈຳ ຫວຽດນາມ. ພາບ: ຫງອັກທື | 
		
	
	ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ຈາກສອງຝ່າຍ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ແມ່ນເສົາຄໍ້າໃນການພົວພັນສອງປະເທດ. ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເນື້ອໃນເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ, ເອກະສານຮ່ວມມືທີ່ໄດ້ລົງນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສຸມໃສ່ສົມທົບກັນ, ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຈຸດສຸມ, ຄື: ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ບໍາລຸງສ້າງ; ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ; ການຮ່ວມມືດ້ານອຸດສາຫະກໍາການປ້ອງກັນຊາດ...
	ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ S. Muthukrishnan ປະຕິບັດສຳເລັດໜ້າທີ່, ປະກອບສ່ວນຊຸກຍູ້, ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ຫວຽດນາມ-ອິນເດຍ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານພັນເອກ S. Muthukrishnan ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນໂທ ຮວ່າງຊວນຈ໊ຽນ. ພາບ: ຫງອັກທື | 
		
	
	ທ່ານພັນເອກ S. Muthukrishnan ສະແດງຄວາມເປັນກຽດທີ່ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາທູດປ້ອງກັນຊາດອິນເດຍ ປະຈຳ ຫວຽດນາມ; ຢືນຢັນວ່າ ໃນຖານະຕຳແໜ່ງຂອງຕົນຈະສົມທົບກັບອົງການຂອງກະຊວງປ້ອງກັນປະເທດຫວຽດນາມ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.
	ຕີລາຄາສູງຜົນສຳເລັດຂອງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024, ທ່ານພັນເອກ S. Muthukrishnan ຢືນຢັນວ່າ: ຜົນສຳເລັດນີ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນພັດທະນາຂອງອຸດສາຫະກໍາປ້ອງກັນຊາດຫວຽດນາມ; ພ້ອມທັງ ທ່ານກໍ່ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດ, ບໍາລຸງສ້າງ ແລະການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ.
	ໂດຍ: ເຈິ່ນຮວ່ຽນ