ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມຮັກສາສັນຕິພາບ ສປຊ; ທ່ານພົນໂທ ຝຸ່ງສິເຕີ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າບັນດາອົງການຂອງກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງຕໍາຫຼວດ, ຄະນະໂຄສະນາສຶກສາສູນກາງ, ສະຖານທູດອົດສະຕາລີ, ສະຖານທູດອາເມລິກາ, ອົງການຈັດຕັ້ງສາກົນຢູ່ຮ່າໂນ້ຍ... ເຂົ້າຮ່ວມລາຍການ.
    |
 |
ທ່ານພົົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມລາຍການ. ພາບ: qdnd.vn |
    |
 |
ທ່ານພົນໂທ ຝຸ່ງສິເຕີ໊ນ ຢື້ຢາມຖາມຂ່າວ ແລະອວຍພອນບຸນເຕັດໃຫ້ພະນັກງານ, ນັກຮົບກອງທັບປະຊາຊົນ ແລະຕໍາຫຼວດປະຊາຊົນຫວຽດນາມ ຢູ່ຈຸດເຊື່ອມຕໍ່ຕ່າງໆ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຕາງໜ້າຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ, ທ່ານພົນໂທ ຝຸ່ງສິເຕີ໊ນ ໄດ້ຢື້ຢາມຖາມຂ່າວ, ປຸກລະດົມ ແລະອວຍພອນບຸນເຕັດໃຫ້ພະນັກງານ, ນັກຮົບກອງທັບປະຊາຊົນ ແລະຕໍາຫຼວດປະຊາຊົນຢູ່ຕາມຈຸດເຊື່ອມຕໍ່ຕ່າງໆ.
ທ່ານພົນໂທ ຝຸ່ງສິເຕີ໊ນ ຢືນຢັນວ່າ ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອພົບປະແລກປ່ຽນ, ພົບປະສ້າງສັນ, ແຜ່ຂະຫຍາຍອາລົມຈິດທີ່ອົບອຸ່ນມາຍັງບັນດານັກຮົບໝວກເບເລສີຟ້າ ທີ່ເຮັດໜ້າທີ່ຢູ່ຫ່າງໄກປະເທດເທົ່ານັ້ນ ຫາກຍັງເພື່ອເບິ່ງຄືນໝາກຜົນການປະຕິບັດໜ້າທີ່ທີ່ເປັນໜ້າຊົມເຊີຍຂອງກໍາລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ອີກດ້ວຍ.
ນັກຮົບໝວກເບເລສີຟ້າຫວຽດນາມ ປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຊ່ວຍເຫຼືອວົງຄະນາຍາດຊຸມຊົນ, ທ້ອງຖິ່ນຢ່າງສຸດຈິດສຸດໃຈ, ປະກອບສ່ວນແຜ່ຂະຫຍາຍຮູບພາບທະຫານລຸງໂຮ່, ນ້ໍາໃຈມະນຸດສະທໍາຂອງປະຊາຊົນຫວຽດນາມ ທີ່ຮັກຫອມສັນຕິພາບ. ໝາກຜົນນີ້ໄດ້ປະກອບສ່ວນເຂົ້າໃນໄລຍະທາງ 10 ປີທີ່ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສ້າງຜົນງານປະກອບສ່ວນຢ່າງແທດຈິງເຂົ້າໃນການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທ່ົວປວງຊົນ.
    |
 |
ຜູ້ແທນສາກົນເຂົ້າຮ່ວມລາຍການ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນໂທ ຝຸ່ງສິເຕີ໊ນ ຮຽກຮ້ອງມາຍັງພະນັກງານ, ນັກຮົບໝວກເບເລສີຟ້າ ຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈໍາຊາດຢູ່ບໍລິເວນທ້ອງຖິ່ນໃຫ້ມີຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ປອດໄພ. ພິເສດແມ່ນເຮັດແນວໃດເພື່ອໃຫ້ໄດ້ແນະນໍາວັດທະນະທໍາທີ່ເປັນເອກະລັກໃນວັນບຸນເຕັດປະຈໍາຊາດຫວຽດນາມ ໃຫ້ເພື່ອນມິດສາກົນຢູ່ບ່ອນເຮັດໜ້າທີ່, ເພື່ອໃຫ້ສີສັນດອກໝາກຄາຍ, ດອກເໝີຍ, ລົດຊາດຂອງບຸນເຕັດທີ່ມີລັກສະນະມະນຸດສະທໍາ, ນ້ຳໃຈຮັກແພງມະນຸດຂອງຊາວຫວຽດນາມ, ພ້ອມກັບຄວາມໄຝ່ຝັນຢາກໃຫ້ປະຊາຊົນທົ່ວໂລກໄດ້ດຳລົງຊີວິດໃນສັນຕິພາບ, ມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ.
    |
 |
ພະນັກງານ, ນັກຮົບເຂົ້າຮ່ວມລາຍການຢູ່ຈຸດເຊື່ອມຕໍ່ຮ່າໂນ້ຍ. ພາບ: qdnd.vn |
ທ່ານພົນໂທ ຝຸ່ງສິເຕີ໊ນ ໃຫ້ຮູ້ວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕັດສິນໃຈສົ່ງຂອງຂວັນບຸນເຕັດມາໃຫ້ພະນັກງານ, ນັກຮົບໝວກເບເລສີຟ້າຢູ່ບໍລິເວນເພື່ອໃຫ້ມີຄວາມເບີກບານມ່ວນຊື່ນໃນລະດູບານໃໝ່, ຕ້ອນຮັບບຸນເຕັດຢ່າງມີຄວາມອົບອຸ່ນ.
    |
 |
ຍາດຕິພີ່ນ້ອງ ແລະຄອບຄົວພະນັກງານ, ນັກຮົບທີ່ພວມເຮັດໜ້າທີ່ຢູ່ຫ່າງໄກປະເທດມີຄວາມຕື້ນຕັນໃຈຕໍ່ເລື່ອງລາວ ທີ່ໄດ້ແບ່ງປັນໃນລາຍການ. ພາບ: qdnd.vn |
ທີ່ການພົບປະແລກປ່ຽນ, ຜ່ານບັນດາສາລະຄະດີ, ຈຸດເຊື່ອມຕໍ່ຮ່າໂນ້ຍ ໄດ້ເຫັນປະຈັກຕາບັນຍາກາດກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງພະນັກງານ, ນັກຮົບໝາກເບເລສີຟ້າຫວຽດນາມ ເຖິງວ່າຈະຢູ່ຫ່າງໄກຈາກຄອບຄົວກໍຕາມ ແຕ່ກໍ່ມີຄວາມອົບອຸ່ນຢູ່ຄຽງຂ້າງກັບສະຫາຍ, ການເຂົ້າຮ່ວມຂອງບັນດາເພື່ອນຮ່ວມງານສາກົນ.
ກອງຊ່າງແສງຫວຽດນາມ ຢູ່ເຂດ Abyei, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 6 ຢູ່ຊູດັງໃຕ້ ໄດ້ກາຍເປັນຈຸດນັດພົບ, ບ່ອນເຕົ້າໂຮມກັນຕ້ອນຮັບບຸນປີໃໝ່ຂອງພະນັກງານ, ນັກຮົບໝວກເບເລສີຟ້າຫວຽດນາມ ຢູ່ບັນດາບໍລິເວນ. ທີ່ບັນດາຄະນະປະຕິບັດງານສາທາລະນະລັດອາຟະຣິກາກາງ, ສໍານັກງານ ສປຊ, ບັນຍາກາດຕ້ອນຮັບບຸນປີໃໝ່ບໍ່ມ່ວນຄືຢູ່ບັນດາບໍລິເວນທີ່ມີກົມກອງຕັ້ງທັບ, ແຕ່ໜ່ວຍປະຕິບັດງານລ້ວນແຕ່ມີການເຄື່ອນໄຫວຮັກສາຈຸດຄວາມງາມທີ່ເປັນມູນເຊື້ອບຸນເຕັດຂອງຊາດຫວຽດນາມໄວ້ ເປັນຕົ້ນແມ່ນຈັດຕັ້ງຫໍ່ເຂົ້າຕ້ົມ, ປະດັບປະດາ, ຕົບແຕ່ງໂຕະບູຊາປະເທດ...
    |
 |
ບັນດາລາຍການສະແດງສິລະປະຢູ່ລາຍການພົບປະແລກປ່ຽນ. ພາບ: qdnd.vn |
ເມື່ອບັນດາຄອບຄົວໄດ້ເຕົ້າໂຮມກັນຕ້ອນຮັບບຸນເຕັດຢູ່ພາຍໃນປະເທດ, ບັນດານັກຮົບໝວກເບເລສີຟ້າພວມເຮັດໜ້າທີ່ຢູ່ຫ່າງໄກຈາກປະເທດ... ລາຍການພົບປະແລກປ່ຽນໄດ້ເຫັນກັບຕາບັນດາເລື່ອງລາວທີ່ສະເທືອນໃຈກ່ຽວກັບຜູ້ເປັນແມ່ທີ່ຢູ່ໄກລູກ, ເມຍໄກຜົວ... ລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ຄວາມຮັກແພງ, ຄວາມເອກອ້າງທະນົງໃຈ, ຍາມໃດກໍ່ແມ່ນແນວຫຼັງທີ່ໝັ້ນຄົງ, ສະໜັບສະໜູນຜົວ, ພໍ່, ລູກເຮັດໜ້າທີ່ສາກົນອັນສູງສົ່ງ.
ເລື່ອງລາວກ່ຽວກັບພໍ່ລູກໝວກເບເລສີຟ້າຄູ່ທໍາອິດທີ່ພ້ອມກັນເຂົ້າຮ່ວມພາລະກໍາຮັກສາສັນຕິພາບແມ່ນເລື່ອງລາວທີ່ສ້າງຄວາມສະເທືອນໃຈກ່ຽວກັບຄວາມເອກອ້າງທະນົງໃຈທີ່ໄດ້ສືບຕໍ່ບາດກ້າວຂອງລຸ້ນກ່ອນ, ອຸທິດໃຫ້ພາລະກິດຮັກສາສັນຕິພາບ.
ພັນເອກພິເສດນາງ ມາຍເຮີບ ເຄີຍເຮັດວຽກຢູ່ຊູດັງໃຕ້ ສອງອາຍຸການໃນຕຳແໜ່ງຮອງຜູ້ອໍານວຍການໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ແລະຮອງຜູ້ອໍານວຍການໂຮງໝໍກາງສະໜາມ ຂັ້ນ 2 ເລກ 5. ປັດຈຸບັນນີ້, ລູກຊາຍສະຫາຍແມ່ນຮ້ອຍຕີ ມາຍຕ໊ຽນຢູງ ພວມປະຕິບັດໜ້າທີ່ຢູ່ກອງຊ່າງແສງທີ 3 ຢູ່ Abyei. ເນື່ອງໃນໂອກາດນີ້, ພັນເອກພິເສດນາງ ມາຍເຮີບ ໄດ້ລະດົມກໍາລັງໃຈໃຫ້ລູກຊາຍພະຍາຍາມປະຕິບັດສໍາເລັດໜ້າທີ່ອັນເປັນກຽດ ເຊິ່ງພັກ, ລັດ, ກອງທັບມອບໝາຍໃຫ້; ຢືນຢັນວ່າ ນີ້ແມ່ນຄວາມເປັນກຽດຂອງຄອບຄົວ ແລະສອງພໍ່ລູກ, ດັ່ງນັ້ນຕ້ອງຕັດສິນໃຈສູງກວ່າ, ມານະພະຍາຍາມກວ່າເພື່ອສົມກັບຄວາມໄວ້ເນື້ອເຊື່ອໃຈນັ້ນ.
    |
 |
ເລື່ອງລາວທີ່ສະເທືອນໃຈຂອງຄອບຄົວຮ້ອຍຕີ ມາຍທິຈາງຍູງ. ພາບ: qdnd.vn |
ເລື່ອງລາວທີ່ສະເທືອນໃຈຂອງຄອບຄົວ ຮ້ອຍຕີ ມາຍທິຈາງຍູງ, ກອງສຸກເສີນທາງອາກາດ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 6 ໄດ້ປະກອບສ່ວນເຊີດຊູມານະຈິດພ້ອມດ້ວຍຈິດໃຈເສຍສະຫຼະ, ອຸທິດຂອງນາຍທະຫານຍິງ ເຂົ້າຮ່ວມພາລະກໍາຮັກສາສັນຕິພາບ. ບັນດາເລື່ອງລາວກ່ຽວກັບໜ້າທີ່ຂອງເອື້ອຍໄດ້ສ້າງແຫຼ່ງບັນດານໃຈໃຫ້ຜູ້ເປັນລູກຄົນທຳອິດກໍ່ມີຄວາມປາດຖະໜາຢາກວ່າຕໍ່ຈາກນີ້ໄປເມື່ອໃຫຍ່ຂຶ້ນມາຈະໄດ້ໃສ່ໝວກເບເລສີຟ້າ, ສືບທອດແມ່ໄປເຂົ້າຮ່ວມພາລະກໍາຮັກສາສັນຕິພາບ.
ເນື່ອງໃນໂອກາດນີ້, ຈາກຈຸດເຊື່ອມຕໍ່ນິວຢອກ (ອາເມລິກາ), ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າປະຈໍາ ຫວຽດນາມ ຢູ່ ສປຊ ໄດ້ສົ່ງຄໍາທັກທາຍສະບາຍດີ, ຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບໝວກເບເລສີຟ້າຫວຽດນາມ ແຕ່ລະຄົນທີ່ພວມປະຕິບັດໜ້າທີ່ທັງຢູ່ພາຍໃນປະເທດກໍ່ຄືຢູ່ບັນດາບໍລິເວນຈົ່ງມີສຸຂະພາບແຂງແຮງ ແລະປະສົບຜົນສໍາເລັດ; ຢືນຢັນວ່າ ບັນດາໝາກຜົນທີ່ບັນລຸໄດ້ຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນສະຫງ່າງາມ ແລະໜ້າເອກອ້າງທະນົງໃຈທີ່ສຸດ.
ທ່ານ ດັ່ງຮວ່າງຢາງ ໃຫ້ຮູ້ວ່າ ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບຮັກສາສັນຕິພາບຫວ່າງມໍ່ໆມານີ້ອີກຄັ້ງໜຶ່ງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ແລະຕີລາຄາສູງຕໍ່ການປະກອບສ່ວນທີ່ມີຄວາມໝາຍ, ມີປະສິດທິຜົນພ້ອມດ້ວຍຈິດໃຈຮັບຜິດຊອບ, ອົດທົນ, ປະດິດສ້າງຂອງກໍາລັງຮັກສາສັນຕິພາບຫວຽດນາມ ຢູ່ຄະນະປະຕິບັດງານແຫ່ງຕ່າງໆ.
    |
 |
ຜູ້ແທນຖ່າຍຮູບລວມກັບນັກສິລະປິນ ແລະນ້ອງນັກຮຽນທີ່ສະແດງຢູ່ລາຍການ. ພາບ: qdnd.vn |
ຈາກຈຸດເຊື່ອມຕໍ່ຊູດັງໃຕ້, ທ່ານພົນຈັດຕະວາ William Ryaras ຜູ້ບັນຊາການເຂດ Unity ຕີລາຄາສູງຕໍ່ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຫວຽດນາມ ວ່າໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດຂອງຂະແໜງເສນາຮັກຫວຽດນາມ, ໃນສະພາບການທີ່ຮ້າຍກາດ, ຫຍຸ້ງຍາກຍັງສາມາດສະແດງກຳລັງຄວາມສາມາດຂອງຕົນອອກມາໄດ້; ຍ້ອງຍໍຈິດໃຈການເຮັດວຽກທີ່ບໍ່ຮູ້ອິດຮູ້ເມື່ອຍຂອງພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ຫວຽດນາມ, ພິເສດແມ່ນໃນກໍລະນີຫຍຸ້ງຍາກ, ຮີບດ່ວນ.
ຈາກຈຸດເຊື່ອມຕໍ່ Abyei, ຜູ້ຕາງໜ້າການນໍາເຂດບໍລິຫານ Abyei ໄດ້ແບ່ງປັນຄວາມປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມກະກຽມບຸນເຕັດປະຈໍາຊາດຂອງຫວຽດນາມ. ທ່ານສະແດງຄວາມປິຕິຊົມຊື່ນວ່າ Abyei ຈະສືບຕໍ່ໄດ້ຕ້ອນຮັບກອງຊ່າງແສງຂອງຫວຽດນາມ ມາ Abyei, ເຊິ່ງແມ່ນສະຖານທີ່ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງດັ່ງນັ້ນການໜູນຊ່ວຍຂອງເພື່ອນຫວຽດນາມ ແມ່ນມີຄວາມຈໍາເປັນ ແລະທັນການທີ່ສຸດ. ທ່ານ ເວົ້າວ່າ “ຂໍຂອບໃຈຫວຽດນາມ ໄດ້ຈັດສົ່ງນັກຮົບຮັກສາສັນຕິພາບມາເຂດຂອງພວກຂ້າພະເຈົ້າ”.
ໂດຍ: ໄຊນີດາ