ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ພັກ ແລະລັດຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍຖືການພັດທະນາການພົວພັນກັບຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ແມ່ນການເລືອກເຟັ້ນຍຸດທະສາດ ແລະບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງຫວຽດນາມ. ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຈີນ ຢ່າງບໍ່ຢຸດຢັ້ງ, ກຽມພ້ອມກັບຝ່າຍຈີນ ຫັນຄວາມຮັບຮູ້ທີ່ສຳຄັນ ເຊິ່ງການນຳສອງພັກ, ສອງລັດ ໄດ້ເຫັນດີເປັນເອກະພາບ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນລະອຽດ ແລະແທດຈິງກວ່າເກົ່າ.

ສ່ວນທ່ານພົນໂທ Zhang Youxia ຢືນຢັນວ່າ: ຈີນ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ; ພ້ອມທັງຖືວ່າ, ການເຄື່ອນໄຫວທີ່ກອງທັບສອງປະເທດໄດ້ຜັນຂະຫຍາຍໃນໄລຍະຜ່ານມາໄດ້ປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງປະເທດເປັນລະອຽດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານພົນໂທ Zhang Youxia, ຮອງປະທານຄະນະພັກການທະຫານສູນກາງຈີນ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ Zhang Youxia ຖືວ່າ ໄປຄຽງຄູ່ກັບການພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງສອງພັກ ແລະສອງລັດ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຈີນ ໃນໄລຍະມໍ່ໆມານີ້ ໄດ້ຮັບຄວາມເອົາໃຈໃສ່ ແລະຊຸກຍູ້ຈາກທັງສອງຝ່າຍ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນລັກສະນະຄວາມແທດຈິງກວ່າ ດ້ວຍຫຼາຍການເຄື່ອນໄຫວທີ່ໄດ້ຜັນຂະຫາຍ, ຄື: ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືດ້ານການສຶກສາ - ບໍາລຸງສ້າງ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ກໍາລັງປະຕິບັດກົດໝາຍຢູ່ທະເລ, ການຄຸ້ມຄອງຊາຍແດນ, ການຮ່ວມມືຄົ້ນຄວ້າ, ແລກປ່ຽນທາງວິຊາການ…

ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ, ເພີ່ມທະວີ ແລະພັດທະນາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ, ຜ່ານນັ້ນປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະສອງກອງທັບເວົ້າສະເພາະເລິກເຊິ່ງຂຶ້ນຕື່ມ.

* ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສ Xiangshan ປັກກິ່ງ ຄັ້ງທີ 11, ຕອນບ່າຍວັນທີ 13 ກັນຍາ, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະສອງຝ່າຍກັບທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ; ທ່ານ Byambatsogt Sandag ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: qdnd.vn

ທີ່ການພົບປະສອງຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ໃນນັ້ນມີການຮ່ວມມືກໍ່ສ້າງ 2 ກຸ່ມບ້ານ ແລະສຳຫຼວດສະຖານທີ່ກໍ່ສ້າງ 3 ກຸ່ມບ້ານໃໝ່ຢູ່ເຂດຊາຍແດນຫວຽດນາມ-ລາວ. ສອງຝ່າຍຍັງໄດ້ແລກປ່ຽນບາງຈຸດສຸມການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນຊຸກຍູ້ການລົງນາມໃນອະນຸສັນຍາການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງກະຊວງປ້ອງກັນປະເທດ ໄລຍະ 2025-2029; ກະກຽມຈັດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ຢູ່ແຂວງ ເຊີນລາ (ຫວຽດນາມ) ແລະແຂວງຫົວພັນ (ລາວ) ໃນເດືອນ ຕຸລາ 2024. ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດລາວ ເອົາໃຈໃສ່ ແລະຊີ້ນຳອົງການທີ່ກ່ຽວຂ້ອງ ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ເພື່ອກະກຽມຢ່າງຮອບຄອບ, ຈັດຕັ້ງເຫດການທີ່ມີຄວາມໝາຍນີ້ໃຫ້ປະສົບຜົນສຳເລັດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ. ພາບ: qdnd.vn

ທີ່ການພົບປະສອງຝ່າຍກັບທ່ານພົນເອກ Tea Seiha, ລັດຖະມົນຕີສອງທ່ານໄດ້ແລກປ່ຽນ, ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ກຳປູເຈຍ ໃນໄລຍະທີ່ຜ່ານມາ ແລະຍົກອອກເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບາງຈຸດສຸມການຮ່ວມມື, ຄື: ຮັກສາການແລກປ່ຽນຄະນະຜູ້ແທນ ແລະກົນໄກຮ່ວມມືຕ່າງ; ເພີ່ມທະວີການຮ່ວມມືລະຫວ່າງກຳລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ຜັນຂະຫຍາຍບັນດາລາຍການພົບປະແລກປ່ຽນນາຍທະຫານໜຸ່ມ, ລາຍການພົບປະແລກປ່ຽນການນໍາໜຸ່ມຂອງກອງທັບສອງປະເທດ; ມອບໃຫ້ບັນດາອົງການຂອງສອງຝ່າຍສົມທົບກັນຢ່າງຕັ້ງໜ້າເພື່ອສ້າງອະນຸສັນຍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດໄລຍະ 2025-2029. ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ ຝ່າຍກຳປູເຈຍ ສືບຕໍ່ສົມທົບກັນ, ໜູນຊ່ວຍໃນການຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກຳປູເຈຍ ໃນສະໄໝສົງຄາມກັບຄືນປະເທດຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານ Byambatsogt Sandag ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ. ພາບ: qdnd.vn

ທີ່ການພົບປະກັບທ່ານ Byambatsogt Sandag ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ, ທ່ານລັດຖະມົນຕີ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ເລື່ອງຫວຽດນາມ ແລະ ມົງໂກນ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີນີ້ແມ່ນຂີດໝາຍສຳຄັນເພື່ອໃຫ້ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມມົງໂກນ ຢ່າງເປັນທາງການຂອງທ່ານລັດຖະມົນຕີ ຟານວັນຢາງ ໃນເດືອນ ຕຸລາ 2023, ໂດຍສຸມໃສ່ບັນດາຂົງເຂດ: ເຕັກນິກການທະຫານ, ອຸດສາຫະກຳປ້ອງກັນຊາດ, ການສຶກສາ-ບຳລຸງສ້າງ, ການຮັກສາສັນຕິພາບຂອງ ສປຊ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານ Ng Eng Hen, ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານ Alexander Vasilyevich Fomin, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ. ພາບ: qdnd.vn

* ຕອນບ່າຍວັນທີ 13 ກັນຍາ, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະກັບທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ແລະທ່ານພົນໂທ Alexander Vasilyevich Fomin, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.

ໂດຍ: ທູຈາງ