ທ່ານ ລ້າຍຖ໋າຍບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຟີລິບປິນ ແຈ້ງໃຫ້ທ່ານພົນເອກ ຟານວັນຢາງ ແລະຄະນະ ໄດ້ຮັບຊາບກ່ຽວກັບຜົນການປະຕິບັດໜ້າທີ່ຂອງສະຖານທູດ ໃນໄລຍະຜ່ານມາ ກໍຄືສະພາບຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດປະຈໍາຖິ່ນ.

leftcenterrightdel
ພົນເອກ ຟານວັນຢາງ ກ່າວຄໍາເຫັນເມື່ອຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ຟີລິບປິນ. ພາບ: ທູຈາງ.

ທ່ານພົນເອກ ຟານວັນຢາງ ຕີລາຄາສູງບັນດາການປະກອບສ່ວນຂອງສະຖານທູດ, ໃນນັ້ນມີບົດບາດຂອງທ່ານເອກອັກຄະລັດຖະທູດ ລ້າຍຖ໋າຍບິ່ງ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຟີລິບປິນ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ສະແດງຄວາມເຊື່ອໝັ້ນວ່າ ພະນັກງານ, ລັດຖະກອນສະຖານທູດ ຈະສືບຕໍ່ສາມັກຄີ, ມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດສໍາເລັດທຸກໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ການຊຸກຍູ້ການພົວພັນ ຫວຽດນາມ-ຟີລິບປິນ.

leftcenterrightdel
ພົນເອກ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາ ຟີລິບປິນ. ພາບ: ທູຈາງ.

ແຈ້ງໃຫ້ທ່ານເອກອັກຄະລັດຖະທູດ ລ້າຍຖ໋າຍບິ່ງ ແລະພະນັກງານ, ລັດຖະກອນສະຖານທູດ ຊາບກ່ຽວກັບຈຸດປະສົງຂອງການຢ້ຽມຢາມຟີລິບປິນ ຢ່າງເປັນທາງການ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຢ້ຽມຢາມດໍາເນີນໄປໃນສະພາບການພົວພັນ ຫວຽດນາມ-ຟີລິບປິນ ພັດທະນາຢ່າງດີງາມໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ແລະເປີດກວ້າງ ເພື່ອສອດຄ່ອງກັບຄວາມສົນໃຈຂອງສອງປະເທດໃນສະພາບການໃໝ່. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈເຊິ່ງກັນແລະກັນ, ພ້ອມທັງກໍານົດທິດໃຫ້ແກ່ການຊຸກຍູ້ການພົວພັນຮ່ວມມືຢ່າງມີປະສິດທິຜົນ, ແທດຈິງລະຫວ່າງສອງກະຊວງປ້ອງກັນປະເທດ, ຜ່ານນັ້ນປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະຟີລິບປິນ. ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນ, ການໜູນຊ່ວຍຂອງສະຖານທູດເພື່ອພັດທະນາການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ.

leftcenterrightdel
ພົນເອກ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະອາຊຽນ, ນະຄອນຫຼວງມານີລາ, ຟີລິບປິນ. ພາບ: ທູຈາງ.

leftcenterrightdel
ພົນເອກ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຖະຫວາຍດອກໄມ້ ຢູ່ອະນຸສາວະລີ Rizal ໃນສວນສາທາລະນະ Rizal ຢູ່ມານີລາ, ຟີລິບປິນ. ພາບ: ທູຈາງ.

ກ່ອນໜ້ານັ້ນ, ໃນຕອນບ່າຍຂອງວັນດຽວກັນ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ໄດ້ຖະຫວາຍດອກໄມ້ຢູ່ ອະນຸສາວະລີປະທານໂຮ່ຈີມິນ. ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະອາຊຽນ, ນະຄອນຫຼວງມານີລາ ໄດ້ຮັບການກໍ່ສ້າງໃນປີ 2011 ເພື່ອສະເຫຼີມສະຫຼອງ 121 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແລະ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຟີລິບປິນ.

ຕອນບ່າຍວັນທີ 29 ສິງຫາ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ໄດ້້ຖະຫວາຍດອກໄມ້ຢູ່ອະນຸສາວະລີ Rizal ໃນສວນສາທາລະນະ Rizal ຢູ່ມານີລາ. ອະນຸສາວະລີ Rizal ໄດ້ຮັບການກໍ່ສ້າງເພື່ອອາໄລຫານັກວິລະຊົນແຫ່ງຊາດ ຟີລິບປິນ José Rizal.

ໂດຍ: ໄຊຊະນະ