ນາມມະຍົດທະຫານລຸງໂຮ່ ປະຊາຊົນໄດ້ເຊີດຊູໃຫ້ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ວ່າແມ່ນມໍລະດົກທີ່ຫາຍາກ, ສົມເປັນມໍລະດົກວັດທະນະທຳນາມມະທຳຂອງຊາດ. ສຳລັບວົງການນັກສິລະປິນ, ຮູບພາບທະຫານລຸງໂຮ່ ຍາມໃດກໍ່ແມ່ນແຫຼ່ງບັນດານໃຈທີ່ບໍ່ມີວັນສິ້ນສຸດ. ສືບຕໍ່ສ້າງຮູບພາບອັນສູງສົ່ງນີ້ແມ່ນເນື້ອໃນສຳຄັນຂອງຫົວຂໍ້ກ່ຽວຂ້ອງເຖິງກຳລັງປະກອບອາວຸດ ແລະສົງຄາມປະຕິວັດ.

ທະຫານລຸງໂຮ່ ຍາມໃດກໍ່ຢູ່ໃນດວງໃຈຂອງປະຊາຊົນ

ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈຢູ່ຕະຫຼອດເວລາກ່ຽວກັບກອງທັບວິລະຊົນ ແລະຍາມໃດກໍ່ຄິດວ່າ ຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ, ປະເທດຊາດເປັນເອກະພາບ, ສັນຕິພາບໃນມື້ນີ້, ບໍ່ອາດຫຼົງລືມບຸນຄຸນຂອງຜູ້ທີ່ເສຍສະຫຼະຊີວິດ, ເຂົາເຈົ້າໄດ້ເສຍສະຫຼະຊີວິດ, ເລືອດເນື້ອ, ຄວາມຜາສຸກສ່ວນຕົວເພື່ອຄວາມຄາດຫວັງລວມຂອງຊາດ.

ບໍ່ວ່າໃຜທີ່ໄດ້ດຳລົງຊີວິດໃນໄລຍະສົງຄາມ, ບຸກຄະລິກກະພາບຂອງທະຫານລຸງໂຮ່ ມີຄວາມໃກ້ຊິດ, ໃຊ້ຊີວິດເປັນທຳມະດາ. ຍ້ອນວ່າ ທະຫານລຸງໂຮ່ ໄດ້ກຳເນີດມາຈາກປະຊາຊົນ, ອຳລາບ້ານເກີດເມືອງນອນ, ໄປຝຶກຝົນຫຼໍ່ຫຼອມ ແລະຕໍ່ສູ້ເພື່ອບ້ານເກີດເມືອງນອນທີ່ສະຫງົບສຸກ, ປະຊາຊົນມີຄວາມຜາສຸກ. ເຖິງວ່າສົງຄາມຜ່ານພົ້ນໄປດົນແລ້ວກໍ່ຕາມ, ແຕ່ວ່າແບບຢ່າງຂອງທະຫານລຸງໂຮ່ ຍາມໃດກໍ່ຍັງຝັງເລິກຢູ່ໃນດວງໃຈຂອງປະຊາຊົນ.

leftcenterrightdel
ທະຫານເດີນຂະບວນຢູ່ຖະໜົນດ້ວຍການລະດົມກຳລັງໃຈຂອງປະຊາຊົນທ້ອງຖິ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954 / 7-5-2024). ພາບ: ຕ໊ວນຮຸຍ

ບໍ່ພຽງແຕ່ຢູ່ໃນໄລຍະສົງຄາມ, ຢູ່ໃນໄລຍະສັນຕິພາບບໍ່ມີສຽງປືນກໍ່ຕາມ, ແຕ່ວ່າຄຸນທາດອັນດີງາມ, ໂດຍສະເພາະແມ່ນການນຳໜ້າສູ້ຢັນດ້ວຍການເສຍສະຫຼະຊີວິດ, ຄວາມລຳບາກກາກກຳຂອງທະຫານລຸງໂຮ່ ສືບຕໍ່ໄດ້ເສີມຂະຫຍາຍ. ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ເມື່ອປະຊາຊົນຢູ່ໃນເຮືອນແຍກປ່ຽວຮັກສາຄວາມປອດໄພ, ແຕ່ວ່ານັກຮົບຕ້ອງມີໜ້າຢູ່ບ່ອນອັນຕະລາຍ, ໂດຍບໍ່ຫົວຊາຕໍ່ກັບຄວາມອັນຕະລາຍຕໍ່ກັບຊີວິດເພື່ອຊ່ວຍເຫຼືອປະຊາຊົນ. ຍັງມີຫຼາຍຕົວຢ່າງກ່ຽວກັບເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນປະຕິບັດໃຫ້ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ເສີມສ້າງຮູບພາບທະຫານລຸງໂຮ່, ຕົວແບບວັດທະນະທຳຂອງຍຸກສະໄໝ ໂຮ່ຈີມິນ ໃນດວງໃຈປະຊາຊົນແບບຍືນຍົງ.

ສືບຕໍ່ສະແດງໃຫ້ເຫັນຮູບພາບທະຫານລຸງໂຮ່ ຢ່າງເລິກເຊິ່ງກວ່າ

ມະຫາຊົນໄດ້ສົມທຽບຫຼາຍເທື່ອແລ້ວ, ບັນດາບົດປະພັນວັນນະຄະດີ, ສິລະປະກ່ຽວກັບທະຫານລຸງໂຮ່ ໃນໄລຍະສັນຕິພາບຍັງບໍ່ທັນມີຜົນກະທົບຢ່າງແຮງຄືບັນດາບົດປະພັນທີ່ກຳເນີດຂຶ້ນໃນທ່າມກາງຄວັນລະເບີດອັນດຸເດືອດຢູ່ສະໜາມຮົບ. ເພື່ອຊອກຫາໄດ້ສາເຫດຢ່າງແທ້ຈິງ, ພວກເຮົາຈໍາເປັນຕ້ອງໄດ້ເບິ່ງຢ່າງກົງໄປກົງມາ, ຊີ້ໃຫ້ເຫັນປັດໄຈພາວະວິໄສ ແລະອັດຕະວິໄສທີ່ສົ່ງຜົນກະທົບ.

ຂ້າພະເຈົ້າຖືວ່າ ກອງທັບຕ້ອງມີແຜນການໄລຍະຍາວ, ດ້ວຍຫຼາຍມາດຕະການເພື່ອມີຫຼາຍບົດປະພັນສິລະປະໃຫ້ສົມກັບວິລະຊົນຂອງທະຫານລຸງໂຮ່ ໃນອະດີດຕະການ ແລະປະຈຸບັນ. ໃນຕົວຈິງກອງທັບໄດ້ອຸທິດຕົນເພື່ອປະເທດຊາດຫຼາຍຢ່າງແຕ່ວ່າສ່ອງແສງໃນບົດປະພັນສິລະປະມີພຽງແຕ່ສ່ວນໜ້ອຍເທົ່ານັ້ນ, ນອກຈາກນັ້ນ, ວຽກງານໂຄສະນາເຜີຍແຜ່ບົດປະພັນກໍ່ຕ້ອງເອົາໃຈໃສ່ກວ່ານີ້ຕື່ມອີກ, ຫຼີກລ່ຽງມີບົດປະພັນທີ່ມີຄຸນນະພາບແຕ່ວ່າມວນຊົນບໍ່ຮູ້ຈັກ.

ກະຊວງປ້ອງກັນປະເທດຕ້ອງປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ)

ຄຳເຫັນກ່ຽວກັບນາມມະຍົດທະຫານລຸງໂຮ່ ສົມກັບມໍລະດົກວັດທະນະທຳນາມມະທຳຂອງຊາດ ໃນຕົວຈິງແລ້ວບໍ່ແມ່ນສິ່ງທີ່ໃໝ່ອ່ຽມ. ໃນເວທີປາໄສ, ນັກວິທະຍາສາດ, ນັກສິລະປະກອນ ກໍ່ເຕື້ອງເຖິງສິ່ງນີ້.

ຈາກຄຳເຫັນຈົນຮອດຕົວຈິງແມ່ນໄລຍະທາງທີ່ຍາວໄກທຸກຝ່າຍທີ່ກ່ຽວຂ້ອງຕ້ອງມີຄວາມຕັດສິນໃຈ. ທຳອິດ, ໃນກໍລະນີກອງທັບເຫັນວ່າ ນາມມະຍົດທະຫານລຸງໂຮ່ ໄດ້ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງຊາດ ຈະມີຜົນປະໂຫຍດຫຼາຍຢ່າງ, ຜົນກະທົບທີ່ດີນັ້ນ, ກະຊວງປ້ອງກັນປະເທດຕ້ອງຄົ້ນຄວ້າ, ຊອກຮູ້, ທາບທາມນຳບັນດາອົງການທີ່ກ່ຽວຂ້ອງ.

ປະຈຸບັນ, ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ) ທີ່ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາປະກອບຄຳເຫັນ. ກະຊວງປ້ອງກັນປະເທດຕ້ອງມີຄຳເຫັນເພື່ອໃຫ້ສະພາແຫ່ງຊາດປຶກສາຫາລື ຈະຕັ້ງບັນຫາຕ້ອງນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງຊາດບັນດາມໍລະດົກນາມມະທຳຂອງກະຊວງ, ຂະແໜງການທີ່ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ (ຕົວຢ່າງວ່າ ນາມມະຍົດທະຫານລຸງໂຮ່); ພ້ອມທັງອະນຸຍາດໃຫ້ກະຊວງ, ຂະແໜງການສ້າງສຳນວນເອກະສານ.

ບໍ່ພຽງແຕ່ສ່ວນຕົວຂ້າພະເຈົ້າ ເທົ່ານັ້ນ ຫາກຍັງເຊື່ອໝັ້ນວ່າ ສະມາຊິກສະພາແຫ່ງຊາດ ຈຳນວນຫຼວງຫຼາຍກໍ່ຈະສະໜັບສະໜູນບັນດາຂໍ້ສະເໜີຂ້າງເທິງໃນກໍລະນີທີ່ສະພາແຫ່ງຊາດໄດ້ປຶກສາຫາລື. ຍ້ອນວ່າ, ເມື່ອນາມມະຍົດທະຫານລຸງໂຮ່ ໄດ້ຮັບຮອງເປັນມໍລະດົກວັດທະນະທຳນາມມະທຳຂອງຊາດແລ້ວ ຈະມີຜົນປະໂຫຍດຫຼາຍຢ່າງໃນການສຶກສາດ້ານການເມືອງ, ເຜີຍແຜ່ຄວາມພາກພູມໃຈກ່ຽວກັບມູນເຊື້ອອັນສະຫງ່າລາສີໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບ ແລະປະຊາຊົນໃນທົ່ວປະເທດ, ປະກອບສ່ວນສ້າງກອງທັບໃຫ້ນັບມື້ນັບເຂັ້ມແຂງ ແລະໜັກແໜ້ນ.

ເຈີ່ນທິທູດົງ, ສະມາຊິກສະພາແຫ່ງຊາດ ຊຸດທີ XV, ຮອງປະທານສະຫະພັນບັນດາສະມາຄົມວັນນະຄະດີ, ສິລະປະຫວຽດນາມ, ປະທານສະມາຄົມນັກຖ່າຍຮູບຫວຽດນາມ.