ໂດຍໄດ້ຮັບຄໍາເຊີນຂອງທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເວທີປາໄສ Xiangshan ປັກກິ່ງ ຄັ້ງທີ 11 ຢູ່ນະຄອນຫຼວງປັກກິ່ງ, ປະເທດ ຈີນ ໃນລະຫວ່າງວັນທີ 12-14 ກັນຍານີ້.

leftcenterrightdel
ທ່ານພົນເອກ ຟານວັນຢາງ. ພາບ: qdnd.vn

ການເຂົ້າຮ່ວມເວທີປາໄສ Xiangshan ປັກກິ່ງ ຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ແມ່ນເພື່ອແນໃສ່ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງຂອງສອງປະເທດ, ພິເສດແມ່ນຖະແຫຼງການຮ່ວມກ່ຽວກັບການສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ (ເດືອນທັນວາ 2023); ສະແດງໃຫ້ເຫັນການສະໜັບສະໜູນ ແລະຄວາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສາກົນຫຼາຍຝ່າຍໂດຍກະຊວງປ້ອງກັນປະເທດຈີນ ຈັດຕັ້ງ, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ; ພ້ອມທັງສືບຕໍ່ຢືນຢັນບົດບາດທີ່ຕັ້ງໜ້າ ແລະຄວາມຮັບຜິດຊອບຢ່າງຕັ້ງໜ້າຂອງຫວຽດນາມ ໃນບັນຫາສາກົນ ແລະພາກພື້ນ.

ໂດຍ: ຈາງຫງວຽນ