leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແລະທ່ານພົນໂທ ຄໍາລຽງ ອຸທະໄກສອນ ທີ່ການພົບປະສອງຝ່າຍ. ພາບ: qdnd.vn

ຕອນບ່າຍວັນທີ 4 ກັນຍາ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ມີການພົບປະສອງຝ່າຍກັບທ່ານພົນໂທ ຄໍາລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ທີ່ການພົບປະສອງຝ່າຍ, ທ່ານພົນໂທ ຄໍາລຽງ ອຸທະໄກສອນ ເຊື່ອໝັ້ນວ່າ ເລື່ອງ ຫວຽດນາມ ຈັດສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ACDFM-21 ແມ່ນການໜູນຊ່ວຍອັນໃຫຍ່ຫຼວງສໍາລັບກອງທັບປະຊາຊົນລາວ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນໂທ ຄໍາລຽງ ອຸທະໄກສອນ ທີ່ການພົບປະສອງຝ່າຍ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະ, ທ່ານພົນໂທ ຫງວຽນເຕິນເກືອງ ຕີລາຄາສູງວຽກງານກະກຽມກອງປະຊຸມ ACDFM-21 ຂອງກອງທັບປະຊາຊົນລາວ, ພ້ອມທັງຢືນຢັນວ່າ ຄະນະຜູ້ແທນຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເພື່ອໃຫ້ກອງປະຊຸມດໍາເນີນໄປປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມໃນປີທີ່ ລາວ ເປັນປະທານອາຊຽນ.

leftcenterrightdel
ການນໍາສອງຄະນະມອບຂອງຂວັນໃຫ້ກັນທີ່ການພົບປະສອງຝ່າຍ. ພາບ: qdnd.vn
leftcenterrightdel
ສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ເມື່ອແບ່ງປັນກ່ຽວກັບແຜນການຮ່ວມມືໃນຊຸມເດືອນທີ່ຍັງເຫຼືອຂອງປີ 2024, ທ່ານພົນໂທ ຫງວຽນເຕິນເກືອງ ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊີ້ນໍາບັນດາອົງການສ້າງ, ຈັດຕັ້ງ, ຜັນຂະຫຍາຍບັນດາຂົງເຂດຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ພິເສດແມ່ນເນື້ອໃນຕ່າງໆ ຄື: ວຽກງານພັກ, ວຽກງານການເມືອງ; ການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ການບໍາລຸງສ້າງ, ຝຶກອົບຮົມພະນັກງານ ແລະວຽກງານຜູ້ຊ່ຽວຊານ...

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແລະທ່ານພົນຕີ ພັນແສງ ບຸນພັນ. ພາບ: qdnd.vn

ກ່ອນໜ້ານັ້ນ, ຕອນທ່ຽງຂອງວັນດຽວກັນ, ທ່ານພົນຕີ ພັນແສງ ບຸນພັນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກໍ່ໄດ້ໄປຮັບທ່ານພົນໂທ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ທີ່ໄປເຂົ້າຮ່ວມກອງປະຊຸມ ADFM-21 ຢູ່ສະໜາມບິນສາກົນວັດໄຕ. ທີ່ຫ້ອງຮັບແຂກຂອງສະໜາມບິນ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ໂອ້ລົມກັບທ່ານພົນຕີ ພັນແສງ ບຸນພັນ ຢ່າງສະໜິດສະໜົມ.

ໂດຍ: ທູຈາງ