ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເຊີດຊູຈິດໃຈເຄົາລົບກົດໝາຍ, ຢຶດໝັ້ນຕໍ່ສູ້ແກ້ໄຂທຸກການຂັດແຍ້ງ, ບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີເນື້ອແທ້, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງທຸກຝ່າຍທີ່ກ່ຽວຂ້ອງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Vernon Coaker ຮອງລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ແລະໄອແລນເໜືອ ລົງນາມໃນເອກະສານຮ່ວມມື. ພາບ: ຮ່າເຟືອງ

ສອງຝ່າຍສະເໜີທິດທາງຮ່ວມມືໃນໄລຍະຈະມາເຖິງ, ຕາມນັ້ນແລ້ວ, ສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ສືບຕໍ່ຮັກສາກົນໄກປຶກສາຫາລື, ເຈລະຈາກໍ່ຄືການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງຢ່າງມີປະສິດທິຜົນແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ; ເພີ່ມທະວີການຮ່ວມມືບໍາລຸງສ້າງ, ຊຸກຍູ້ການຮ່ວມມືລະຫວ່າງວິທະຍາຄານ ແລະໂຮງຮຽນກອງທັບສອງປະເທດ.

leftcenterrightdel
 ຜູ້ແທນເຂົ້າຮ່ວມການເຈລະຈາ. ພາບ: ຮ່າເຟືອງ

ສ່ວນທ່ານຮອງລັດຖະມົນຕີ Vernon Coaker ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມື ຫວຽດນາມ-ອັງກິດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດທີ່ມີຄວາມໝາຍສຳຄັນໃນການພົວພັນສອງຝ່າຍ. ຮັບເອົາເນື້ອໃນແລກປ່ຽນທີ່ການເຈລະຈາ, ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດອັງກິດ ຈະມານະພະຍາຍາມຊຸກຍູ້, ຊີ້ນຳອົງການທີ່ກ່ຽວຂ້ອງຂອງອັງກິດ ສົມທົບກັບອົງການຂອງກະຊວງປ້ອງກັນປະເທດຫວຽດນາມ ຜັນຂະຫຍາຍຜົນການເຈລະຈາຄັ້ງນີ້ ຢ່າງຄົບຖ້ວນ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ