ຕອນບ່າຍວັນທີ 11 ກັນຍາ, ທ່ານພົນຈັດຕະວາ  Christopher Smith, ຜູ້ບັນຊາການກອງກຳປັ່ນ, ທະຫານເຮືອອົດສະຕາລີ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ ຫງວຽນຫວ໊ຽດແຄ໊ງ, ຮອງຫົວໜ້າເສນາທິການເຫຼົ່າທັບເຮືອ. ທ່ານພົນຈັດຕະວາ Christopher Smith ຂອບໃຈຫວຽດນາມ ເປັນຄັ້ງທຳອິດທີ່ສົ່ງກຳປັ່ນເຂົ້າຮ່ວມການເຄື່ອນໄຫວບໍ່ສູ້ຮົບໃນຂອບເຂດການຝຶກຊ້ອມ, ຢືນຢັນວ່າ ການເຂົ້າຮ່ວມຂອງທະຫານເຮືອຫວຽດນາມ ມີຄວາມໝາຍສຳຄັນໃນຜົນສຳເລັດຂອງ Kakadu 2024. ທ່ານພົນຈັດຕະວາ ຫງວຽນຫວ໊ຽດແຄ໊ງ ຂອບໃຈທະຫານເຮືອອົດສະຕາລີ ໄດ້ເຊື້ອເຊີນທະຫານເຮືອຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ, ຖືວ່າ ນີ້ແມ່ນໂອກາດເພື່ອຮໍ່າຮຽນ, ແບ່ງປັນປະສົບການ ແລະເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງທະຫານເຮືອບັນດາປະເທດ.

leftcenterrightdel
ທ່ານພົນຈັດຕະວາ  Christopher Smith ຕ້ອນຮັບທ່ານພົນຈັດຕະວາ ຫງວຽນຫວ໊ຽດແຄ໊ງ. ພາບ: ຫງອັກຮືງ-ຈູງຮ໊ຽວ

ໃນວັນທີ 11 ກັນຍາ, ນາຍທະຫານ, ລູກເຮືອກໍາປັ່ນ 18 ໄດ້ເຂົ້າຮ່ວມການແຂ່ງຂັນກິລາ, ຄື: ບານເຕະ, ບານສົ່ງ ແລະຂ້າມຜ່ານສິ່ງກີດຂວາງໃຕ້ນໍ້າກັບທະຫານເຮືອບັນດາປະເທດເຂົ້າຮ່ວມ Kakadu 2024. ກອງສິລະປະຂອງທະຫານເຮືອຫວຽດນາມ ກໍ່ຈັດລາຍການສະແດງສິລະປະພິເສດໃນການພົບປະແລກປ່ຽນວັດທະນະທໍາ ແລະສະບຽງອາຫານ, ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 10 ກັນຍາ, ທ່ານພົນຈັດຕະວາ ຫງວຽນຫວ໊ຽດແຄ໊ງ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກອງກຳປັ່ນ ໂດຍທ່ານພົນຈັດຕະວາ  Christopher Smith ເປັນປະທານດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທະຫານເຮືອກວ່າ 30 ປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນໃນການຫຼຸດຜ່ອນຄວາມເສຍຫາຍຈາກໄພທຳມະຊາດ, ໂລກລະບາດ ແລະເຫັນດີເປັນເອກະພາບຄວນເພີ່ມທະວີການຮ່ວມມືສາກົນເພື່ອໜູນຊ່ວຍເຊິ່ງກັນ ແລະກັນໃນສະພາບທີ່ຈຳເປັນ.

ຕອນຄໍ່າວັນທີ 10 ກັນຍາ, ທ່ານພົນຈັດຕະວາ ຫງວຽນຫວ໊ຽດແຄ໊ງ  ໄດ້ເປັນປະທານງານລ້ຽງຂອງທະຫານເຮືອຫວຽດນາມ ໃນກໍາປັ່ນ 18.

ວັນທີ 12 ກັນຍາ, ກໍາປັ່ນ 18 ພ້ອມກັບກຳປັ່ນອື່ນໆທີ່ເຂົ້າຮ່ວມການຝຶກຊ້ອມ Kakadu 2024 ໄດ້ອອກຈາກທ່າກຳປັ່ນ, ເລີ່ມດຳເນີນການເຄື່ອນໄຫວຝຶກຊ້ອມຢູ່ທະເລຕາມແຜນການ.

ໂດຍ: ເຈິ່ນຮວ່ຽນ