leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ຕ້ອນຮັບທ່ານ Korhan Kemik ເອກອັກຄະລັດຖະທູດ ຕວັກກີ ປະຈຳ ຫວຽດນາມ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ, ກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ຕວັກກີ. ເພື່ອສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຕວັກກີ ໃນໄລຍະຈະມາເຖິງ ຕາມທິດຮອບດ້ານ ແລະມີປະສິດທິຜົນ, ເໝາະສົມກັບການກໍານົດທິດຂອງການນຳຂັ້ນສູງສອງປະເທດທີ່ໄດ້ເຫັນດີເປັນເອກະພາບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍຊຸກຍູ້ການພົວພັນຮ່ວມມືໃນຂົງເຂດຈຸດສຸມ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຕັ້ງໜ້າສະໜັບສະໜູນ, ສົມທົບກັນເຂົ້າຮ່ວມງານວາງສະແດງອຸດສາຫະກຳປ້ອງກັນຊາດຂອງແຕ່ລະຝ່າຍ; ຊຸກຍູ້ການລົງນາມໃນເອກະສານ ແລະຂອບເຂດການຮ່ວມມື.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ, ໃນເດືອນ ທັນວາ ຈະມາເຖິງນີ້, ກະຊວງປ້ອງກັນປະເທດຫວຽດນາມ ຈະຈັດງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. ກະຊວງປ້ອງກັນປະເທດຫວຽດນາມ ຊົມເຊີຍ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດປ້ອງກັນຊາດ ຕວັກກີ ເຂົ້າຮ່ວມວາງສະແດງຜະລິດຕະພັນຢູ່ໃນງານວາງສະແດງຄັ້ງນີ້.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ສ່ວນທ່ານ Korhan Kemik ເອກອັກຄະລັດຖະທູດ ຕວັກກີ ກໍ່ສະແດງຄວາມປິຕິຊົມຊື່ນໃນໄລຍະຜ່ານມາ ເມື່ອເຫັນວ່າ ການພົວພັນ ຫວຽດນາມ-ຕວັກກີ ໄດ້ພັດທະນາອັນດີງາມ. ຕວັກກີ ຍາມໃດກໍ່ເອົາໃຈໃສ່, ຖືເປັນສຳຄັນການຊຸກຍູ້ການພົວພັນກັບຫວຽດນາມ ໃນທຸກຂົງເຂດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍຈະຕັ້ງໜ້າຊຸກຍູ້ການຮ່ວມມື, ສຸມໃສ່ຂົງເຂດທີ່ສອງຝ່າຍມີຄວາມຕ້ອງການ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງຝ່າຍຈະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າເກົ່າ.

ໂດຍ: ເຈິ່ນຮວ່ຽນ