leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານພັນເອກ Ulysses Susarno Mancao ທີ່ປຶກສາທູດປ້ອງກັນຊາດຟີລິບປິນ. ພາບ: ວັນຮ໊ຽວ

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງການປະກອບສ່ວນສຳຄັນຂອງທ່ານພັນເອກ Ulysses Susarno Mancao ໃນອາຍຸການຜ່ານມາສໍາລັບການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ, ພິເສດແມ່ນໄດ້ຕັ້ງໜ້າ, ເປັນເຈົ້າການໃນການເຊື່ອມຕໍ່, ຊຸກຍູ້ການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ, ພົ້ນເດັ່ນແມ່ນໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ບັນດາກົນໄກປຶກສາຫາລື, ເຈລະຈາ, ພົບປະແລກປ່ຽນປະຈຳປີໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ...

ໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ທ່ານພັນເອກ Ronald Erazo Gaboy ສືບຕໍ່ສົມທົບກັນຜັນຂະຫຍາຍຄວາມຮັບຮູ້ລວມຂອງສອງກະຊວງປ້ອງກັນປະເທດໃນການຢ້ຽມຢາມຟີລິບປິນ ຢ່າງເປັນທາງການຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃນເດືອນສິງຫາ ຜ່ານມາ ຢ່າງຮອບດ້ານ, ແທດຈິງ, ຈຸດສຸມແມ່ນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ຮັກສາກົນໄກຮ່ວມມືຢ່າງມີປະສິດທິຜົນ; ການພົບປະແລກປ່ຽນນາຍທະຫານໜຸ່ມ; ການບໍາລຸງກໍ່ສ້າງ; ອຸດສາຫະກໍາປ້ອງກັນຊາດ; ຕັ້ງໜ້າປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມກັບທ່ານພັນເອກ Ulysses Susarno Mancao ແລະທ່ານພັນເອກ Ronald Erazo Gaboy. ພາບ: ວັນຮ໊ຽວ

ສ່ວນທ່ານພັນເອກ Ulysses Susarno Mancao ໄດ້ຂອບໃຈການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂເພື່ອປະຕິບັດສໍາເລັດໜ້າທີ່ປະຕິບັດງານຢູ່ຫວຽດນາມ. ທ່ານພັນເອກ Ulysses Susarno Mancao ເນັ້ນໜັກວ່າ, ເຖິງວ່າຢູ່ໃນຖານະຕຳແໜ່ງໃດ, ທ່ານກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບໃຫ້ນັບມື້ນັບພັດທະນາ. ພ້ອມທັງຢັ້ງຢືນຈະເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ຂອງທູດປ້ອງກັນຊາດຊຸດກ່ອນ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ