ທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ກໍາມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຊົມເຊີຍຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ ເຂົ້າຮ່ວມ ACDFM-21, ພ້ອມທັງຢືນຢັນວ່າ ການຮ່ວມມືລະຫວ່າງກອງທັບບັນດາປະເທດສະມາຊິກອາຊຽນ ມີບົດບາດສຳຄັນທີ່ສຸດ, ແມ່ນເງື່ອນໄຂເພື່ອກໍ່ສ້າງພາກພື້ນອາຊຽນສັນຕິພາບ, ສະຖຽນລະພາບ ແລະໝັ້ນຄົງ.

leftcenterrightdel
ຫົວໜ້າຄະນະຜູ້ແທນບັນດາປະເທດ ສະແດງຄວາມສາມັກຄີ ແລະມິດຕະພາບທີ່ກອງປະຊຸມ. ພາບ: qdnd.vn

ທ່ານພົນໂທ ຄໍາລຽງ ອຸທະໄກສອນ ສະເໜີບັນດາປະເທດສະມາຊິກອາຊຽນ ໃຫ້ຄຳໝັ້ນສັນຍາປະກອບສ່ວນເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະຄວາມໝັ້ນຄົງຢູ່ພາກພື້ນ, ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດຢູ່ພາກພື້ນຜ່ານການເຈລະຈາ ແລະການຮ່ວມມື; ສະແດງຄວາມເຊື່ອໝັ້ນວ່າ ACDFM-21 ຈະສ້າງສິ່ງທີ່ຕັ້ງໜ້າ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ.

ພາຍຫຼັງປຶກສາຫາລືກ່ຽວກັບສະພາບຄວາມໝັ້ນຄົງຢູ່ພາກພື້ນ ແລະໂລກ, ພິເສດແມ່ນບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານ ສົ່ງຜົນສະທ້ອນໂດຍກົງເຖິງພາກພື້ນອາຊຽນ, ກອງປະຊຸມໄດ້ຕີລາຄາໝາກຜົນການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ ແລະວາງອອກທິດທາງຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະມີບົດກ່າວປາໄສສຳຄັນ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕີນເກືອງ ຕີລາຄາວ່າ ຜ່ານການຈັດຕັ້ງ 21 ຄັ້ງ, ກອງປະຊຸມ ACDFM-21 ໄດ້ສະແດງໃຫ້ເຫັນບົດບາດເປັນເວທີປາໄສສຳຄັນແຖວໜ້າ, ເປັນຂີດໝາຍຄວາມສາມັກຄີ, ພັດທະນາຢ່າງບໍ່ຢຸດຢັ້ງໃນການຮ່ວມມືລະຫວ່າງກອງທັບບັນດາປະເທດສະມາຊິກອາຊຽນ. ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມ ACDFM-21 ຈະປະສົບຜົນສຳເລັດຢ່າງຈົບງາມ, ຍົກອອກທິດທາງເພື່ອສືບຕໍ່ຜັນຂະຫຍາຍການຮ່ວມມືດ້ານການທະຫານຢ່າງມີປະສິດທິຜົນໂດຍຜ່ານກົນໄກ, ຂໍ້ລິເລີ່ມທີ່ມີຢູ່; ຍົກອອກຂໍ້ລິເລີ່ມໃໝ່ເພື່ອຮັກສາ ແລະຊຸກຍູ້ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ, ປະກອບສ່ວນປັບປຸງສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລາວ ປະຕິບັດສຳເລັດໜ້າທີ່ເປັນປະທານອາຊຽນ ໃນປີ 2024.

ທີ່ກອງປະຊຸມ, ຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ ໄດ້ຮັບຮອງເອົາແຜນການເຄື່ອນໄຫວ 2 ປີ (2024-2026); ຮັບຮອງເອົາ ແລະລົງນາມໃນຖະແຫຼງການຮ່ວມ ACDFM-21. ສິ້ນສຸດກອງປະຊຸມໄດ້ດຳເນີນພິທີມອບຮັບບົດບາດປະທານ ACDFM ປີ 2025 ໃຫ້ມາເລເຊຍ .

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ACDFM-21, ຕອນບ່າຍວັນທີ 5 ກັນຍາ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນຟີລິບປິນ, ໄທ ແລະສິງກະໂປ.

ຕອນຄ່ຳວັນທີ 5 ກັນຍາ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ເຂົ້າຮ່ວມງານລ້ຽງທາງການຂອງ ACDFM-21 ແລະໃນຕອນຄໍ່າຂອງວັນດຽວກັນ, ທ່ານພົນໂທ ຫງວຽນເຕິນເກືອງ ແລະຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ກັບຄືນປະເທດ; ສິ້ນສຸດການເຂົ້າຮ່ວມກອງປະຊຸມ ACDFM-21 ຢູ່ລາວ.

ໂດຍ: ຈາງຫງວຽນ