leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເວທີປາໄສ Xiangshan ປັກກິ່ງ ຄັ້ງທີ 11. ພາບ: ທູຈາງ

ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະກ່າວປາໄສທີ່ວາລະປະຊຸມຄົບຄະນະ 1 ດ້ວຍຫົວຂໍ້ “ການຮ່ວມມືດ້ານຄວາມໝັ້ນຄົງ ແລະຄວາມວັດທະນາຖາວອນ, ສະຖຽນລະພາບຂອງພາກພື້ນ ອາຊີ-ປາຊີຟິກ”.

ເວທີປາໄສ Xiangshan ປັກກິ່ງ ຄັ້ງທີ 11 ດ້ວຍຫົວຂໍ້ຕົ້ນຕໍ “ພ້ອມກັນສ້າງສັນຕິພາບ, ພ້ອມກັນແບ່ງປັນອະນາຄົດ” ມີການເຂົ້າຮ່ວມຂອງການນຳກະຊວງປ້ອງກັນປະເທດ, ກອງທັບ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ມາຈາກຫຼາຍປະເທດ ແລະອົງການຈັດຕັ້ງສາກົນເປັນຈຳນວນຫຼວງຫຼາຍ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ວາລະປະຊຸມຄົບຄະນະ 1 ຂອງເວທີປາໄສ Xiangshan ປັກກິ່ງ ຄັ້ງທີ 11. ພາບ: ທູຈາງ

ໃນບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ 1, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັ້ກເຖິງການຫັນຄວາມປາດຖະໜາ, ຄວາມຫວັງກ່ຽວກັບ ອາຊີ-ປາຊີຟິກ  ນັບມື້ນັບພັດທະນາຢ່າງວັດທະນາຖາວອນ ແລະສະຖຽນລະພາບໃຫ້ປະກົດຜົນເປັນຈິງ. ກ່ຽວກັບບັນຫາທະເລຕາເວັນອອກ, ຫວຽດນາມ ຢຶດໝັ້ນແກ້ໄຂທຸກຂໍ້ຄົງຄ້າງ, ບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ; ເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະຕິບັດຄຳໝັ້ນສັນຍາສາກົນ, ພາກພື້ນ, ຄື: ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ.

ດ້ວຍຄວາມດຶງດູດຂອງພາກພື້ນທີ່ມີຄວາມສາມາດບົ່ມຊ້ອນຫຼາຍ ແລະພັດທະນາຢ່າງຂະຫຍັນຂັນເຄື່ອນ, ບັນດາປະເທດນອກພາກພື້ນມີໜ້າຢູ່ ອາຊີ-ປາຊີຟິກ ນັບມື້ນັບຫຼາຍ. ຕໍ່ໜ້າຄວາມເປັນຈິງນັ້ນ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ: “ຫວຽດນາມ ສະໜັບສະໜູນການມີໜ້າຂອງປະເທດຕ່າງໆຢູ່ພາກພື້ນເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ; ຍາມໃດກໍ່ປາດຖະໜາວ່າທຸກປະເທດຈະເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເຄົາລົບກົດໝາຍສາກົນ ແລະຄຳໝັ້ນສັນຍາພາກພື້ນເພື່ອຕັ້ງໜ້າປະກອບສ່ວນສ້າງອາຊີ-ປາຊີຟິກ ເປັນພາກພື້ນວັດທະນາຖາວອນ ແລະສະຖຽນລະພາບ; ບໍ່ຍອມຮັບ ແລະເດັດດ່ຽວຄັດຄ້ານທຸກການກະທຳເຮັດໃຫ້ສະພາບການເຄັ່ງຕຶງ, ສັບສົນຂຶ້ນຕື່ມ, ກີດຂວາງຄວາມວັດທະນາຖາວອນ, ຈະເລີນຮຸ່ງເຮືອງ, ສະຖຽນລະພາບຂອງແຕ່ລະປະເທດ, ຂອງພາກພື້ນ ແລະໃນໂລກ”.

ໂດຍ: ເຈິ່ນຮວ່ຽນ