leftcenterrightdel
ທ່ານພົນໂທ ຫງວຽນເຕີນເກືອງ ຕ້ອນຮັບທ່ານພົນຕີ Stephen Parreño. ພາບ: ຮວ່າງຫວູ

ທ່ານພົນໂທ ຫງວຽນເຕີນເກືອງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຟິລິບປິນ ໃນໄລຍະຜ່ານມາໄດ້ຮັບການຖືເປັນສໍາຄັນ ແລະບັນລຸຜົນງານທີ່ແທດຈິງຫຼາຍຢ່າງໃນຂົງເຂດຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນ; ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ; ການຮ່ວມມືເຫຼົ່າຮົບ, ເຫຼົ່າທັບ; ການບໍາລຸງກໍ່ສ້າງ; ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ, ກົນໄກໂດຍອາຊຽນ ຊັກນໍາ... ພິເສດໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມຟິລິບປິນ ຢ່າງເປັນທາງການ, ສະແດງໃຫ້ເຫັນການຖືເປັນສໍາຄັນ, ຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງໃຫ້ມີບາດກ້າວພັດທະນາໃໝ່.

leftcenterrightdel
ທ່ານພົນໂທ ຫງວຽນເຕີນເກືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Stephen Parreño. ພາບ: ຮວ່າງຫວູ

ສ່ວນທ່ານພົນຕີ Stephen Parreño ແຈ້ງໃຫ້ທ່ານພົນໂທ ຫງວຽນເຕີນເກືອງ ຮັບຊາບໝາກຜົນການເຮັດວຽກໃນວັນດຽວກັນກ່ອນນັ້ນກັບທ່ານພົນຕີ ຫງວຽນວັນຫ່ຽນ ກໍາມະການສູນກາງພັກ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຕີລາຄາສູງຜົນການຮ່ວມມືໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງລະຫວ່າງສອງກໍາລັງ. ທ່ານພົນຕີ Stephen Parreño ຂອບໃຈຝ່າຍຫວຽດນາມ ໄດ້ຊຸກຍູ້ການຮ່ວມມືທະຫານອາກາດກັບຟິລິບປິນ; ຢັ້ງຢືນວ່າການນໍາທຸກຂັ້ນ ແລະການນໍາກະຊວງປ້ອງກັນປະເທດຟິລິບປິນ ຍາມໃດກໍ່ສົ່ງເສີມທະຫານອາກາດຟິລິບປິນ ເພີ່ມທະວີການຮ່ວມມືກັບກໍາລັງທະຫານອາກາດບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນເຕີນເກືອງ, ທ່ານພົນຕີ Stephen Parreño ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ

ທ່ານພົນໂທ ຫງວຽນເຕີນເກືອງ ຮັບຮູ້, ຕີລາຄາສູງໝາກຜົນການຮ່ວມມືທີ່ມີປະສິດທິຜົນ, ແທດຈິງລະຫວ່າງກໍາລັງທະຫານອາກາດສອງປະເທດໃນໄລຍະຜ່ານມາ; ສະເໜີສອງຝ່າຍສືບຕໍ່ຮັກສາການພົບປະ, ເຮັດວຽກໃນທຸກຂັ້ນ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນວິຊາສະເພາະ...; ຢັ້ງຢືນການນໍາກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ກໍາລັງທະຫານອາກາດສອງປະເທດເພີ່ມທະວີການຮ່ວມມື.

ໂດຍ: ໄຊນີດາ