ຄວາມສາມັກຄີແບບຍືນຍົງ, ຍາວນານ

ໂດຍເລີ່ມແຕ່ວັນທີ 26 ສິງຫາ, ນາຍທະຫານໜຸ່ມທະຫານຊາຍແດນຫວຽດນາມ ແລະນາຍທະຫານໜຸ່ມທະຫານບົກ, ສາລະວັດທະຫານກຳປູເຈຍ ໄດ້ມີການເຄື່ອນໄຫວຫຼາຍຢ່າງ ຄື: ປູກຕົ້ນໄມ້ມິດຕະພາບ; ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນ; ມອບທຶນການສຶກສາໃຫ້ນັກສຶກສາ 40 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ (ໃນນັ້ນມີນັກສຶກສາຫວຽດນາມ 20 ຄົນ ແລະນັກສຶກສາກຳປູເຈຍ 20 ຄົນ); ການແຂ່ງຂັນບານສົ່ງ ແລະຕີດອກປີກໄກ່.

ເຂົ້າຮ່ວມພ້ອມກັບບັນດາຜູ້ແທນທີ່ການເຄື່ອນໄຫວກິດຈະກຳຕ່າງໆ, ທ່ານພັນເອກພິເສດ ຟ້າມດິ່ງຈ້ຽວ, ຫົວໜ້າການເມືອງທະຫານຊາຍແດນແຂວງໄຕນິງ ໃຫ້ຮູ້ວ່າ: ຄວາມສາມັກຄີລະຫວ່າງ ຫວຽດນາມ - ກໍາປູເຈຍ ໂດຍ ປະທານໂຮ່ຈີມິນ ແລະບັນດາການນຳຂະບວນການປົດປ່ອຍຊາດກຳປູເຈຍ ເປັນຜູ້ກໍ່ຕັ້ງ, ໄດ້ສ້າງເປັນກໍາລັງແຮງອັນໃຫຍ່ຫຼວງໃຫ້ທະຫານ ແລະປະຊາຊົນສອງປະເທດ ຜ່ານຜ່າຄວາມຫຍຸ້ງຍາກ, ໄພອັນຕະລາຍ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີ ແລະພັດທະນາການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ກັບກຳປູເຈຍ.

leftcenterrightdel
ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ”. ພາບ: ເລຄວາ

ໃນໄລຍະເວລາທີ່ເຂົ້າຮ່ວມລາຍການຢູ່ແຂວງໄຕນິງ, ຄະນະຜູ້ແທນນາຍທະຫານໜຸ່ມສອງຝ່າຍ ໄດ້ໄປຢ້ຽມຊົມເຂດທ່ອງທ່ຽວພູ ບ່າແດນ. ພາຍຫຼັງການຢ້ຽມຢາມ, ທ່ານພົນຕີ  Tien Sophornvong, ຮອງຫົວໜ້າເສນາທິການ ທັງເປັນຫົວໜ້າກົມທະຫານຊາຍແດນ, ກອງບັນຊາການທະຫານບົກ, ກອງທັບແຫ່ງລາຊະອານາຈັກກຳປູເຈຍ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມທະຫານບົກ, ສາລະວັດທະຫານກຳປູເຈຍ ຖືວ່າ: ປະເທດຊາດ, ປະຊາຊົນຫວຽດນາມ ມີຄວາມເປັນມິດ ແລະນ້ຳໃຈສະໜິດສະໜົມ, ການເມືອງມີຄວາມໝັ້ນຄົງ, ເສດຖະກິດພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຈາກນັ້ນປະຊາຊົນໄດ້ເອົາໃຈໃສ່ຕໍ່ການເຄື່ອນໄຫວດ້ານທ່ອງທ່ຽວ, ເພີດເພີນໄປກັບວັດທະນະທຳທາງດ້ານຈິດໃຈ. ທ່ານພົນຕີ  Tien Sophornvong ໃຫ້ຮູ້ວ່າ, ເມື່ອຄະນະຜູ້ແທນກັບຄືນປະເທດກຳປູເຈຍ ຈະແນະນຳໃຫ້ພະນັກງານ, ນັກຮົບບັນດາກໍາລັງປະກອບອາວຸດ ແລະປະຊາຊົນກຳປູເຈຍ ຕື່ມອີກ ເພື່ອໃຫ້ທຸກຄົນສາມາດສັບຊ້ອນເວລາໄປທ່ຽວ ຫວຽດນາມ ເວົ້າລວມ ແລະພູ ບ່າແດນ ເວົ້າສະເພາະ.

ເສີມຂະຫຍາຍບົດບາດປະຈັນບານ, ປະດິດສ້າງ

ຈຸດພົ້ນເດັ່ນຂອງການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນແມ່ນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ” ໂດຍທ່ານພັນເອກພິເສດ ຫງວຽນແທງຫາຍ, ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມທະຫານຊາຍແດນຫວຽດນາມ ແລະທ່ານພົນຕີ  Tien Sophornvong ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມທະຫານຊາຍແດນກຳປູເຈຍ ເປັນປະທານຮ່ວມ.

ທີ່ການໂອ້ລົມສົນທະນາ, ນາຍທະຫານໜຸ່ມສອງຝ່າຍ ໄດ້ແບ່ງປັນປະສົບການ, ວິທີການທີ່ມີຫົວຄິດປະດິດສ້າງໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ບົດບາດປະຈັນບານ, ປະດິດສ້າງ, ອຸທິດຕົນດ້ວຍໝາກຜົນທີ່ແທດຈິງ, ປະກອບສ່ວນ, ເຮັດໃຫ້ການພົວພັນທີ່ສະໜິດແໜ້ນລະຫວ່າງບັນດາກົມກອງສອງຝ່າຍເລິກເຊິ່ງກວ່າອີກ. ພ້ອມດຽວກັນນັ້ນ ບັນດານາຍທະຫານໜຸ່ມກໍສະແດງຄວາມຕັດສິນໃຈຮັກສາ, ເສີມຂະຫຍາຍການພົວພັນມິດຕະພາບທີ່ຄົນລຸ້ນກ່ອນໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ເພື່ອຄວາມຢູ່ດີກິນດີຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນແທງຫາຍ  ມອບຂອງຂວັນໃຫ້ທ່ານພົນຕີ  Tien Sophornvong ທີ່ການໂອ້ລົມສົນທະນາ. ພາບ: ເລຄວາ.

ຄຽງຂ້າງນັ້ນ, ມີຫຼາຍບົດປະກອບຄຳເຫັນທີ່ການໂອ້ລົມສົນທະນາ ໄດ້ຊີ້ແຈ້ງ ແລະຢັ້ງຢືນວ່າ: ຖັນແຖວນາຍທະຫານໜຸ່ມສອງປະເທດ ໄດ້ເສີມຂະຫຍາຍບົດບາດປະຈັນບານ, ປະດິດສ້າງ, ມີຄວາມສຸດໃຈຂອງໄວໜຸ່ມ; ມີຄວາມຕັດສິນໃຈສູງ, ມີເຈດຈຳນົງບືນຕົວຂຶ້ນຢ່າງແຂງແຮງ, ມີການປະກອບສ່ວນສຳຄັນເພື່ອປະຕິບັດໜ້າທີ່ການເມືອງຂອງສອງປະເທດຢ່າງມີໄຊ, ສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ.

ທີ່ການໂອ້ລົມສົນທະນາ, ທ່ານພົນຕີ  Tien Sophornvong ຕີລາຄາສູງບັນດາບົດປະກອບຄຳເຫັນຂອງບັນດານາຍທະຫານໜຸ່ມທັງສອງຝ່າຍ; ພ້ອມທັງ ຢັ້ງຢືນວ່າ ບັນດາຄຳເຫັນທີ່ການໂອ້ລົມສົນທະນາຈະສ້າງກາລະໂອກາດ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະຊຸກຍູ້ການພົວພັນສາມັກຄີ, ມິດຕະພາບລະຫວ່າງສອງກໍາລັງ. ທ່ານພົນຕີ  Tien Sophornvong ເຊື່ອໝັ້ນວ່າ, ດ້ວຍຈິດໃຈປະຈັນບານ, ປະດິດສ້າງ, ສຸດໃຈ, ການອຸທິດຕົນຂອງໄວໜຸ່ມ, ຖັນແຖວນາຍທະຫານໜຸ່ມທັງສອງຝ່າຍ ຈະສືບທອດ ແລະສືບຕໍ່ພັດທະນາໃຫ້ສົມກັບມູນເຊື້ອຂອງບັນດາຮຸ່ນພໍ່ຮຸ່ນອ້າຍໃນເມື່ອກ່ອນ, ນັບມື້ນັບມີຄວາມສາມັກຄີ, ສະໜິດຕິດພັນກັນກວ່າອີກ, ສົມທົບກັນຢ່າງແໜ້ນແຟ້ນ, ເປັນປົກກະຕິກວ່າ, ປະຕິບັດໜ້າທີ່ຢ່າງມີປະສິດທິຜົນກວ່າອີກ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານພັນເອກພິເສດ ຫງວຽນແທງຫາຍ ເນັ້ນໜັກວ່າ, ນາຍທະຫານໜຸ່ມທະຫານຊາຍແດນຫວຽດນາມ ແລະນາຍທະຫານໜຸ່ມທະຫານບົກ, ສາລະວັດທະຫານກຳປູເຈຍ ຕ້ອງເພີ່ມທະວີການຊາບຊຶມ, ຮໍ່າຮຽນ ແລະເຊື່ອມຊຶມບັນດາທັດສະນະ, ຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ, ສອງກໍາລັງ; ຄົ້ນຄວ້າ, ຮໍ່າຮຽນ, ຍົກສູງຄວາມຮັບຮູ້ກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເປັນຕົ້ນແມ່ນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ; ເພີ່ມທະວີການແບ່ງປັນປະສົບການ, ບົດຮຽນທີ່ດີ, ວິທີການເຮັດທີ່ມີຫົວຄິດປະດິດສ້າງໃນການຮໍ່າຮຽນ, ສູ້ຊົນ, ຝຶກຝົນຫຼໍ່ຫຼອມ ແລະປະຕິບັດໜ້າທີ່ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນນາຍທະຫານໜຸ່ມ ຄືຄັ້ງນີ້; ສືບຕໍ່ຍົກສູງຈິດໃຈລະມັດລະວັງ, ສົມທົບກັນຕໍ່ສູ້ຕອບໂຕ້ກັບທັດສະນະທີ່ຜິດພາດ, ເປັນປໍລະປັກທີ່ແບ່ງແຍກການພົວພັນລະຫວ່າງສອງປະເທດ, ສອງຊາດ.

ໂດຍ: ຈາງຫງວຽນ