ເປັນເສນາທິການຢ່າງທັນການ, ແກ້ໄຂຖືກຕາມແຜນນະໂຍບາຍຮັບມື

ຊາບຊຶມມະຕິ, ຄຳສັ່ງຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດໃນສະພາບການໃໝ່, ໃນຕະຫຼອດຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການຕຳຫຼວດທະເລຫວຽດນາມ ໄດ້ຊີ້ນຳ, ນຳພາທົ່ວກຳລັງປະສານສົມທົບກັບບັນດາສຳນັກງານ, ອົງການຈັດຕັ້ງ, ກຳລັງທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນໃນການແລກປ່ຽນຂໍ້ມູນຂ່າວສານ, ກຳແໜ້ນ, ຕີລາຄາ, ພິນິດໄສຖືກຕາມສະພາບການສາກົນ, ພາກພື້ນ, ໃນປະເທດ, ໂດຍສະເພາະແມ່ນສະພາບການທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ທະເລ ແລະທ່າອ່ຽງໃຫຍ່, ຈຸດພິເສດໃໝ່ຂອງໂລກ, ພາກພື້ນທີ່ສົ່ງຜົນກະທົບເຖິງສະພາບຄວາມໝັ້ນຄົງຢູ່ທະເລ ແລະພາລະກິດການຄຸ້ມຄອງ, ປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດ. ຈາກນັ້ນ, ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອສະເໜີຕໍ່ພັກ, ລັດ ຫຼາຍແຜນນະໂຍບາຍ, ວິທີການຮັບມື, ມາດຕະການໃນການປ້ອງກັນ, ຕໍ່ສູ້, ແກ້ໄຂທຸກກໍລະນີທີ່ສັບສົນ, ສະດຸ້ງໄວຢູ່ທະເລຢ່າງມີປະສິດທິຜົນ, ໄຫວພິບ, ຖືກຕາມກົດໝາຍ. ປະຕິບັດຢ່າງຄົບຊຸດ, ຂ້ຽວຂາດ ແລະມີປະສິດທິຜົນຕໍ່ບັນດາມາດຕະການຍົກລະດັບຄວາມສາມາດກຽມພ້ອມສູ້ຮົບ ແລະກໍ່ສ້າງອົງການ, ກົມກອງ; ໃນການປົກປັກຮັກສາອະທິປະໄຕ, ຕໍ່ສູ້ຕ້ານອາດຊະຍາກຳ, ແກ້ໄຂກໍລະນີລະເມີດກົດໝາຍ ແລະກູ້ຊີບກູ້ໄພ, ປົກປ້ອງຊາວປະມົງ.

leftcenterrightdel
ການນຳກອງບັນຊາການຕຳຫຼວດທະເລຢ້ຽມຢາມ, ກວດກາກຳລັງເວນຍາມ, ປ້ອງກັນ ແລະຕ້ານການຂຸດຄົ້ນ IUU ຢູ່ເຂດທະເລຕິດຈອດກັບທິດຕາເວັນຕົກຕອນໃຕ້. ພາບ: ຈູແອັງ.

ພ້ອມກັນນັ້ນຈາກພຶດຕິກຳຕົວຈິງໃນການປະຕິບັດງານ, ການປະຕິບັດໜ້າທີ່ຢູ່ທະເລ, ກຳລັງຕຳຫຼວດທະເລ ຍາມໃດກໍ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມປະກອບຄຳເຫັນ, ຂໍ້ອ້າງອີງທີ່ເລິກເຊິ່ງ, ຊັດເຈນ, ປະກອບສ່ວນເປັນເສນາທິການຍຸດທະສາດຕໍ່ກັບພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນໃນການວາງແຜນນະໂຍບາຍ, ແນວທາງ, ສ້າງ ແລະປະກາດໃຊ້ນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ປົກປັກຮັກສາທະເລ, ໝູ່ເກາະ; ກໍ່ສ້າງ ແລະພັດທະນາກຳລັງປະຕິບັດກົດໝາຍຢູ່ທະເລ... ປະກອບສ່ວນຍົກສູງປະສິດທິຜົນ, ປະສິດທິພາບວຽກງານຄຸ້ມຄອງລັດກ່ຽວກັບທະເລ, ໝູ່ເກາະ; ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ທະເລ ເພື່ອປະຕິບັດຍຸດທະສາດກ່ຽວກັບການຄຸ້ມຄອງ, ປົກປັກຮັກສາທະເລ, ໝູ່ເກາະໃນສະພາບການໃໝ່ໄດ້ຢ່າງມີໄຊ, ປະກອບສ່ວນປົກປັກຮັກສາປະເທດແຕ່ຫົວທີ, ແຕ່ໄກ.

ສຸມໃສ່ກໍ່ສ້າງກຳລັງຕຳຫຼວດທະເລໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນຮອບດ້ານ

ໄປພ້ອມກັບຄວາມເດັດດ່ຽວຂ້ຽວຂາດໃນການຈັດຕັ້ງປະຕິບັດໜ້າທີ່ການປົກປັກຮັກສາອະທິປະໄຕ, ຮັກສາການປະຕິບັດກົດໝາຍ, ກຽມພ້ອມກູ້ຊີບ, ກູ້ໄພຢູ່ທະເລ, ຄະນະພັກ, ກອງບັນຊາການຕຳຫຼວດທະເລ ກໍ່ສຸມໃສ່ຊີ້ນຳ, ນຳພາວຽກງານກໍ່ສ້າງກຳລັງ; ເປັນເສນາທິການ, ສະເໜີກະຊວງປ້ອງກັນປະເທດ ສັບຊ້ອນ, ປັບປຸງກຳລັງ, ເຮືອ, ກຳປັ່ນ; ເປັນເສນາທິການ, ສະເໜີກັບຂັ້ນເທິງກ່ຽວກັບການສັບຊ້ອນ, ປັບປຸງຖັນແຖວພະນັກງານທຸກຂັ້ນ; ຈັດຕັ້ງປະຕິບັດການສັບຊ້ອນ, ຄຸ້ມຄອງ, ນຳໃຊ້ພົນຕຳຫຼວດ, ສັບຊ້ອນພົນຕຳຫຼວດລະຫວ່າງບັນດາກົມກອງເພື່ອຮັບປະກັນການເຮັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ...

leftcenterrightdel
ການນຳກອງບັນຊາການຕຳຫຼວດທະເລ ພ້ອມກັບບັນດາອົງການ, ກົມກອງສັງກັດກະຊວງປ້ອງກັນປະເທດ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ກຳລັງເວນຍາມ, ປ້ອງກັນ ແລະຕ້ານການຂຸດຄົ້ນ IUU ຢູ່ເຂດທະເລຕິດຈອດກັບທິດຕາເວັນຕົກຕອນໃຕ້. ພາບ: ຈູແອັງ.

ເພື່ອກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນດ້ານການເມືອງ, ເປັນພື້ນຖານກໍ່ສ້າງຕຳຫຼວດທະເລໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນຮອບດ້ານ, ຄະນະພັກ, ການນຳທຸກຂັ້ນໄດ້ຊີ້ນຳ, ນຳພາ, ຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດ, ມີປະສິດທິຜົນຕໍ່ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ. ພົ້ນເດັ່ນແມ່ນການເຮັດວຽກງານກຳນົດແນວຄິດໃຫ້ແກ່ພະນັກງານ, ນັກຮົບຕໍ່ບັນຫາທີ່ສັບສົນ, ສະດຸ້ງໄວ; ຕັ້ງໜ້າໂຄສະນາ, ສຶກສາ, ສ້າງຄຸນທາດການເມືອງເຈດຈຳນົງຕັດສິນໃຈໃຫ້ແກ່ພະນັກງານ, ນັກຮົບແຕ່ລະຄົນ; ຍູ້ແຮງວຽກງານຍ້ອງຍໍສັນລະເສີນ ແລະຂະບວນການແຂ່ງຂັນເດັດຂາດມີໄຊ... ປະສິດທິຜົນຈາກການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໄດ້ປະກອບສ່ວນຮັກສາທ່າສະໜາມຮົບແນວຄິດໃນທົ່ວກຳລັງ; ພະນັກງານ, ນັກຮົບມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຄະນະພັກການທະຫານສູນກາງ, ຄະນະພັກຕຳຫຼວດທະເລ, ຕັດສິນໃຈປ່ຽນແປງໃໝ່, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າຮ່ຳຮຽນຍົກສູງຄວາມຮູ້ດ້ານວິຊາການ, ກຽມພ້ອມຮັບ ແລະເຮັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້.

ສືບຕໍ່ຜັນຂະຫຍາຍບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມຮູ້, ຄວາມສາມາດ, ສົມກັບເປັນທະຫານລຸງໂຮ່” ຢ່າງມີປະສິດທິຜົນ, ປະຕິບັດລາຍການປະຕິບັດງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ”, “ຕຳຫຼວດທະເລຮ່ວມເດີນທາງກັບຊາວເຜົ່າສ່ວນໜ້ອຍ, ສາສະໜາ” ໃຫ້ມີປະສິດທິຜົນ; ຈັດຕັ້ງການລົງນາມລະຫວ່າງຄະນະປະຈໍາຄະນະພັກຕໍາຫຼວດທະເລ ກັບຄະນະປະຈຳພັກບັນດາແຂວງ, ນະຄອນແຄມທະເລໃນການຮ່ວມມືປະຕິບັດລາຍການ “ຕຳຫຼວດທະເລຮ່ວມເດີນທາງກັບຊາວປະມົງ”. ຍູ້ແຮງການປະຕິບັດແຜນຮ່າງກໍ່ສ້າງກຳລັງຕຳຫຼວດທະເລຫວຽດນາມ ໄລຍະ 2021-2025 ໃຫ້ມີປະສິດທິຜົນ; ເອົາໃຈໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີຄວາມຮູ້ຄວາມສາມາດໃນການຂຸດຄົ້ນບັນດາປະເພດອາວຸດຍຸດທະພັນທີ່ທັນສະໄໝໃຫ້ມີປະສິດທິຜົນ. ທົ່ວກຳລັງຕັດສິນໃຈປະຕິບັດຢ່າງບຸກທະລຸໃນການປ່ຽນແປງໃໝ່ເນື້ອໃນ, ມາດຕະການຝຶກແອບຕາມທິດນຳທີ່ວ່າ “ພື້ນຖານ, ແທດຈິງ, ໝັ້ນແກ່ນ”; ຖືເອົາໜ້າທີ່ການປົກປັກຮັກສາອະທິປະໄຕ, ປະຕິບັດກົດໝາຍ ແລະກໍ່ສ້າງຕຳຫຼວດທະເລ ທັນສະໄໝເປັນເປົ້າໝາຍຝຶກແອບ.

ພ້ອມກັນນັ້ນກໍ່ໃກ້ຊິດຕິດແທດກັບທັດສະນະ, ແນວທາງການພົວພັນຕ່າງປະເທດຂອງຂັ້ນເທິງ, ຕຳຫຼວດທະເລຫວຽດນາມ ໄດ້ ແລະພວມຕັ້ງໜ້າເປີດກວ້າງການຮ່ວມມືສອງຝ່າຍ, ຫຼາຍຝ່າຍກັບກຳລັງປະຕິບັດກົດໝາຍຂອງບັນດາປະເທດ ແລະອົງການຈັດຕັ້ງສາກົນ; ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍ; ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະພາກພື້ນ ໃນການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ຕັ້ງໜ້າປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບຢູ່ພາກພື້ນ ແລະຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ຜ່ານນັ້ນ, ປະກອບສ່ວນຢືນຢັນ ຫວຽດນາມ ແມ່ນປະເທດທີ່ມີຄວາມຮັບຜິດຊອບໃນການຮັບມືກັບບັນຫາຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ຍາດແຍ່ງເອົາການສະໜັບສະໜູນ, ຄວາມເຫັນດີເຫັນພ້ອມຂອງສາກົນໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະການເຄື່ອນໄຫວເສດຖະກິດທະເລ.

ເສີມຂະຫຍາຍມູນເຊື້ອ “ຂ້ຽວຂາດກ້າຫານ, ແກ້ໄຂຄວາມຫຍຸ້ງຍາກ, ຄວາມສາມັກຄີປະສານສົມທົບ, ປະຕິບັດກົດໝາຍຢ່າງເຂັ້ມງວດ”, ດ້ວຍຈິດໃຈເປັນເຈົ້າການ, ປະດິດສ້າງ, ຄວາມຕັດສິນໃຈສູງ, ຕຳຫຼວດທະເລຫວຽດນາມ ຈະສູ້ຊົນຢ່າງບໍ່ຢຸດຢັ້ງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່, ສົມກັບເປັນກຳລັງຫຼັກແຫຼ່ງແກ່ນສານໃນການຮັກສາ, ປະຕິບັດກົດໝາຍຢູ່ທະເລ, ເຮັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ສົມກັບຄວາມໄວ້ເນື່ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນທີ່ມີຕໍ່ກຳລັງຕຳຫຼວດທະເລ.

ໂດຍ: ແສງເດືອນ