ຕອນບ່າຍວັນທີ 26 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນໂທ ທອງລອຍ ສີລິວົງ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ ຈິ້ງວັນກວ໊ຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນໂທ ທອງລອຍ ສີລິວົງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຕ້ອນຮັບທ່ານພົນໂທ ຈິ້ງວັນກວ໊ຽດ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານພົນໂທ ຈິ້ງວັນກວ໊ຽດ ໄດ້ດຳເນີນໃນສະພາບການສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບການເປີດກວ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ການຮ່ວມມືດ້ານປ້ອງກັນຊາດ ໄດ້ຮັບການກໍານົດວ່າແມ່ນເສົາຄໍ້າໜຶ່ງທີ່ສໍາຄັນຂອງການພົວພັນ ຫວຽດນາມ-ລາວ, ໃນນັ້ນວຽກງານພັກ, ວຽກງານການເມືອງແມ່ນໜຶ່ງໃນບັນດາຂົງເຂດສໍາຄັນພິເສດໃນການຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ, ເຊິ່ງໄດ້ຜັນຂະຫຍາຍຢ່າງຮອບດ້ານ, ມີລວງເລິກ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຈິ້ງວັນກວ໊ຽດ ແລະທ່ານພົນໂທ ທອງລອຍ ສີລິວົງ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ທອງລອຍ ສີລິວົງ ແນະນໍາກັບທ່ານພົນໂທ ຈິ້ງວັນກວ໊ຽດ ບັນດາສະມາຊິກຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຈິ້ງວັນກວ໊ຽດ ແນະນໍາກັບທ່ານພົນໂທ ທອງລອຍ ສີລິວົງ ບັນດາສະມາຊິກຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.
leftcenterrightdel
ສອງຄະນະຖ່າຍຮູບລວມ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
 
leftcenterrightdel
ທ່ານພົນໂທ ຈິ້ງວັນກວ໊ຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບ ປະຊາຊົນຫວຽດນາມ ວາງພວງມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ ເສຍສະຫຼະຊີວິດເພື່ອຊາດ ຢູ່ນະຄອນຫຼວງວຽງຈັນ. ພາບ: qdnd.vn.

ການຢ້ຽມຢາມແນໃສ່ຜັນຂະຫຍາຍແຜນການຮ່ວມມື ປີ 2024 ລະຫວ່າງສອງກະຊວງປ້ອງກັນປະເທດ; ເພີ່ມທະວີການແລກປ່ຽນ ແລະການພົບປະຂັ້ນສູງລະຫວ່າງກອງທັບສອງປະເທດ. ການຢ້ຽມຢາມໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະການພົວພັນຄວາມສາມັກຄີສະໜິດຕິດພັນລະຫວ່າງສອງປະເທດ; ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງກອງທັບສອງປະເທດເວົ້າລວມ ແລະລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເວົ້າສະເພາະ; ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ກອງທັບສອງປະເທດແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບການກໍານົດທິດຮ່ວມມືວຽກງານພັກ, ວຽກງານການເມືອງໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2024 ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ (22-12-1944 / 22-12-2024).

ກ່ອນໜ້ານັ້ນ, ທ່ານພົນໂທ ຈິ້ງວັນກວ໊ຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ວາງພວງມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ນະຄອນຫຼວງວຽງຈັນ.

ໂດຍ: ເຈິ່ນຮວ່ຽນ