leftcenterrightdel
ນາຍທະຫານຊາຍແດນໜຸ່ມສອງປະເທດຫວຽດນາມ-ລາວ ຢ້ຽມຊົມຫໍພິພິຕະພັນມູນເຊື້ອສໍາພັນທະມິດສູ້ຮົບລາວ-ຫວຽດນາມ. ພາບ: ວັນເຈືອງ

ແບ່ງປັນບົດຮຽນອັນລໍ້າຄ່າ

ຈຸດເນັ້ນຂອງລາຍການແມ່ນກອງປະຊຸມເຈລະຈານາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ໄດ້ດໍາເນີນຢູ່ແຂວງສະຫວັນນະເຂດ (ລາວ) ໃນວັນທີ 22 ສິງຫາ ພາຍໃຕ້ການເປັນປະທານຂອງທ່ານພັນເອກພິເສດ ຫງວຽນແທັງຫາຍ ຮອງຫົວໜ້າການເມືອງທະຫານຊາຍແດນ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະພັນໂທ ສັກລິດ ພິຈິດ, ຮອງຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມລາວ.

ທີ່ການເຈລະຈາ, ສອງຝ່າຍໄດ້ຢັ້ງຢືນວ່າ ໃນໄລຍະຜ່ານມາ, ຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ໄດ້ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງ, ມານະພະຍາຍາມເຮັດວຽກ, ໜູນໃຊ້ຈົນສຸດຄວາມຮູ້ຂອງຕົນເຂົ້າໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນ ເພື່ອກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາແບບຍືນຍົງ. ເສີມຂະຫຍາຍມູນເຊື້ອລຸ້ນພໍ່ລຸ້ນອ້າຍ, ນາຍທະຫານຊາຍແດນໜຸ່ມສອງປະເທດໄດ້ເປັນເຈົ້າການ, ສົມທົບກັນປະຕິບັດບັນດາໜ້າທີ່ປົກກະຕິ ແລະກະທັນຫັນເປັນຢ່່າງດີ, ໂດຍສະເພາະແມ່ນໃນການປົກປ້ອງພື້ນຖານແນວຄິດຂອງພັກ, ໃນການສົມທົບຕໍ່ສູ້, ປ້ອງກັນ-ຕ້ານອາດຊະຍະກໍາ; ປ້ອງກັນ, ຕ້ານພະຍາດ, ໄພທໍາມະຊາດ, ພາຍຸນໍ້າຖ້ວມ, ກູ້ໄພ-ກູ້ຊີບ... ນັ້ນແມ່ນບັນດາການເຄື່ອນໄຫວ, ວຽກເຮັດທີ່ລະອຽດ, ແທດຈິງ, ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ກ່າວຄໍາເຫັນຂໍ່ານັບຮັບຕ້ອນການເຈລະຈາ, ພາຍຫຼັງສະແດງຄວາມປິຕິຊົມຊື່ນເມື່ອຄະນະນາຍທະຫານຊາຍແດນໜຸ່ມຫວຽດນາມ ມາເຂົ້າຮ່ວມການພົບປະແລກປ່ຽນຄັ້ງນີ້, ທ່ານພັນໂທ ສັກລິດ ພິຈິດ ຢືນຢັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ໂດຍປະຫານ ໄກສອນ ພົມວິຫານ, ປະທານສຸພານຸວົງ, ປະທານໂຮ່ຈີມິນ ແລະການນໍາລຸ້ນຕ່າງໆຂອງສອງພັກ, ສອງລັດພວກເຮົາໄດ້ເພີ່ມພູນຄູນສ້າງ, ຝຶກຝົນຫຼໍ່ຫຼອມດ້ວຍເຫື່ອແຮງ ແລະເລືອດເນື້ອຂອງບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ດ້ວຍການເສຍສະຫຼະ, ສູ້ຊົນຂອງຊາວຫວຽດນາມ ແລະລາວຫຼາຍລຸ້ນຄົນ, ໄດ້ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດລາວ ແລະຫວຽດນາມ. ການພົບປະແລກປ່ຽນມີຄວາມສໍາຄັນຍິ່ງໃນການພົວພັນຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍພວກເຮົາຈະສືບຕໍ່ຮ່ວມແຮງຮ່ວມໃຈຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິເສດທີ່ຫາຍາກໃນໂລກ.

ທ່ານພັນເອກພິເສດ ຫງວຽນແທັງຫາຍ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນາຍທະຫານຊາຍແດນໜຸ່ມສອງຝ່າຍຈະສືບຕໍ່ເສີມຂະຫຍາຍຮັບຜິດຊອບ ແລະຕັດສິນໃຈໃນການຮັກສາ, ປັບປຸງ ແລະເສີມຂະຫຍາຍນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງຊາດເວົ້າລວມ ແລະລະຫວ່າງທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ ເວົ້າສະເພາະ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາສອງປະເທດສັນຕິພາບ ແລະພັດທະນາວັດທະນາຖາວອນ.

ສາມັກຄີ -“samaki”

ລາຍການພົບປະຄັ້ງນີ້ລວມມີຫຼາຍກິດຈະກໍາທີ່ເຄື່ອນໄຫວແທດຈິງ, ຄື: ຢື້ຢາມຖາມຂ່າວ, ມອບຂອງຂວັນ, ຫວນຄືນປະຫວັດສາດ. ສິ່ງພິເສດນັ້ນແມ່ນຕະຫຼອດເວລາດໍາເນີນລາຍການ, ສາມັກຄີ -“samaki” ແມ່ນຄໍາເວົ້າທີ່ ນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະລາວມັກເວົ້າຕະຫຼອດ, ຈັບມືກັນ. ຕອນເຊົ້າວັນທີ 21 ສິງຫາ, ເປີດສາກໃຫ້ກິດຈະກໍາພົບປະແລກປ່ຽນແມ່ນເລີ່ມຈາກກອງຮ້ອຍທະຫານຊາຍແດນ 320, ກອງບັນຊາການທະຫານຊາຍແດນແຂວງສະຫວັນນະເຂດ (ລາວ). ທ່ານພັນໂທ ສັກລິດ ພິຈິດ ໄດ້ສະແດງຄວາມສະໜິດສະໜົມດ້ວຍການຈັບມືທີ່ແໜ້ນ, ແບ່ງປັນອາລົມຈິດຄວາມຮັກແພງແບບທໍາມະຊາດ. ທ່ານພັນໂທ ສັກລິດ ພິຈິດ ແບ່ງປັນວ່າ: “ຝ່າຍລາວ ມີຄວາມປິຕິຊົມຊື່ນ ແລະລໍຖ້າເຫດການນີ້ມາດົນ, ມື້ຄືນນີ້ຝົນຕົກ, ແຕ່ຮຸ່ງເຊົ້າມາທ້ອງຟ້າສົດໃສ ແລະມີສີຟ້າປຽບເໝືອນດັ່ງຮອຍຍິ້ມໃນໃບໜ້າຂອງນາຍທະຫານໜຸ່ມສອງປະເທດ”.

leftcenterrightdel
ທ່ານພັນເອກພິເສດ ຫງວຽນແທັງຫາຍ ແລກປ່ຽນກັບຜູ້ແທນທະຫານຊາຍແດນໜຸ່ມສອງປະເທດ. ພາບ: ວັນເຈືອງ

ລາຍການເຄື່ອນໄຫວຢູ່ກອງຮ້ອຍທະຫານຊາຍແດນ 320 ເລີ່ມຕົ້ນຂຶ້ນດ້ວຍອາລົມຈິດຄວາມຮັກແພງລະຫວ່າງພັນໂທ ສັກລິດ ພິຈິດ ກັບພັນເອກພິເສດ ຫງວຽນແທັງຫາຍ. ບັນດານາຍທະຫານຢູ່ກອງຮ້ອຍທະຫານຊາຍແດນ 320 ໄດ້ແນະນໍາໃຫ້ນາຍທະຫານຊາຍແດນໜຸ່ມຫວຽດນາມ ບໍລິເວນກົມກອງທີ່ຫາກໍ່ປຸກສ້າງໃໝ່. ປີ 2022, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນເຈົ້າຂອງໂຄງການລົງທຶນກໍ່ສ້າງເຂດຄ້າຍທະຫານ.

ຮ້ອຍຕີ ພົມມະຈັນ ໂພນີສະຫວັນ, ພະນັກງານກອງຮ້ອຍທະຫານຊາຍແດນ 320 ແບ່ງປັນວ່າ “ພວກຂ້າພະເຈົ້າ ບໍ່ມີຍາມໃດທີ່ຈະລື່ມບຸນຄຸນທະຫານຫວຽດນາມ, ຍ້ອນມີເຂດຄ້າຍທະຫານໃໝ່ ແລະງາມຕາດັ່ງນັ້ນຊີວິດການເປັນຢູ່ຈຶ່ງດີຂຶ້ນກວ່າເກົ່າຫຼາຍ”.

ຮ້ອນຕີ ພົມມະຈັນ ໂພນີສະຫວັນ ໃຫ້ຮູ້ວ່າ ກົມກອງໄດ້ແຮກສ່ຽວກັບຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ, ທະຫານຊາຍແດນແຂວງກວາງຈິ, ອ້າຍນ້ອງທະຫານຊາຍແດນໜຸ່ມຍາມໃດກໍ່ຖືນາຍທະຫານຂອງລາວ ປຽບເໝືອນຄືດັ່ງອ້າຍນ້ອງ, ສະນັ້ນ ຍາມໃດກໍ່ແບ່ງຂອງຂວັນໃຫ້ກັນ, ນັບແຕ່ເຂົ້າສານ, ອາຫານແຫ້ງຈົນເຖິງຊີ້ນ, ນໍ້າຕານ, ນົມ, ກາເຟ... ເລື່ອງລາວຂອງຮ້ອຍຕີ ພົມມະຈັນ ໂພນີສະຫວັນ ສະແດງໃຫ້ເຫັນວ່າການພົວພັນທີ່ສະໜິດຕິດພັນລະຫວ່າງກໍາລັງປົກປັກຮັກສາຊາຍແດນລະຫວ່າງສອງປະເທດໄດ້ປະຕິບັດແຕ່ຂັ້ນຮາກຖານຈົນເຖິງຂັ້ນສູງສຸດໃນກອງທັບ...

ສືບຕໍ່ກິດຈະກໍາເຄື່ອນໄຫວ, ບັນດາຜູ້ແທນໄດ້ເຂົ້າຢ້ຽມຊົມຫໍພິພິຕະພັນຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ, ຢູ່ທີ່ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ. ກ່ອນປີ 1975, ຂົງເຂດນີ້ແມ່ນເສັ້ນທາງສາຍພູຫຼວງ ແລະຍາມໃດກໍ່ມີຄະນະນັກຮົບເລາະລຽບຕາມສາຍພູຫຼວງໄປຊ່ວຍສະໜາມຮົບພາກໃຕ້. ສັດຕູໄດ້ຊອກຫາວີທີຕັດເສັ້ນທາງນີ້, ຕັ້ງຫຼາຍຄ້າຍທະຫານເພື່ອສະກັດກັ້ນຫຼາຍຄັ້ງ, ແຕ່ປະຊາຊົນລາວ ແລະຊາວຫວຽດນາມ ໄດ້ພ້ອມກັນຕໍ່ສູ້ຕ້ານສັດຕູໂຕດຽວ, ສະນັ້ນ ຄະນະນັກຮົບທີ່ໄປຜ່ານປ່ານີ້ລ້ວນແຕ່ໄດ້ຮັບການອູ້ມຊູ, ຊ່ວຍເຫຼືອ. ບັນດາເລື່ອງລາວປະຫວັດສາດນີ້ລ້ວນແຕ່ໄດ້ເລ່ົາໃຫ້ຟັງຢ່າງມີຊີວິດຊີວາດ້ວຍຮູບພາບເອກະສານທີ່ໄດ້ວາງສະແດງຢູ່ຫໍພິພິຕະພັນ. ຫໍພິພິຕະພັນຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ໄດ້ວາງສະແດງວັດຖຸພັນ ແລະຮູບພາບຫຼາຍຢ່າງທີ່ກ່ຽວຂ້ອງເຖິງຫວຽດນາມ, ຄື ຮູບພາບປະທານ ໂຮ່ຈີມິນ, ພົນເອກ ຫວໍຫງວຽນຢາບ,... ບັນດາຮູບພາບນັ້ນ ຍາມໃດກໍ່ຊ່ວຍໃຫ້ຄົນລາວຫຼາຍລຸ້ນຄົນຈົດຈໍານ້ຳໃຈຮັກແພງລາວ-ຫວຽດນາມ ຢ່າງເລິກເຊິ່ງ.

ໂດຍ: ໄຊນີດາ