ນ້ຳໃຈຜ່ອງໃສຂອງທະຫານລຸງໂຮ່

ໃນຕະຫຼອດວິວັດທະນາການສ້າງສາ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ຄວາມສາມັກຄີສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄຸນຄ່າອັນສູງສົ່ງ ແລະຫຼັກແຫຼ່ງ, ປະກອບສ່ວນເປັນສ້າງກຳລັງແຮງອັນໃຫຍ່ຫຼວງຂອງກອງທັບປະຊາຊົນຫວຽດນາມ. ສາມັກຄີສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ ບໍ່ພຽງແຕ່ແມ່ນພື້ນຖານອັນເຂັ້ມແຂງ ແລະໝັ້ນແກ່ນໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດເທົ່ານັ້ນ ຫາກຍັງແມ່ນຄຸນຄ່າທີ່ຍືນຍົງໄດ້ປະກອບສ່ວນສ້າງບຸກຄະລິກກະພາບອັນສູງສົ່ງຂອງທະຫານລຸງໂຮ່.

ຕອນຍັງມີຊີວິດ, ປະທານ ໂຮ່ຈີມິນ ເຄີຍເນັ້ນໜັກວ່າ “ຄວາມສາມັກຄີແມ່ນກຳລັງແຮງທີ່ສຸດຂອງເຮົາ. ຕ້ອງສາມັກຄີພາຍໃນ, ລະຫວ່າງພະນັກງານ ແລະນັກຮົບ”. ຮໍ່າຮຽນ, ຊາບຊຶມ ແລະໝູນໃຊ້ແນວຄິດໂຮ່ຈີມິນ ກ່ຽວກັບຄວາມສາມັກຄີລະຫວ່າງພະນັກງານ-ນັກຮົບ, ພະນັກງານ, ນັກຮົບກອງທັບຮຸ່ນຕ່າງໆ ທີ່ໄດ້ສ້າງມູນເຊື້ອສາມັກຄີ, ຕິດພັນສະໜິດແໜ້ນໃນຕະຫຼອດ 80 ປີຜ່ານມາ. ຄວາມສາມັກຄີກາຍເປັນໜຶ່ງໃນບັນດາຄຸນທາດ, ບຸກຄະລິກກະພາບທີ່ເປັນເອກະລັກສະເພາະຂອງພົນທະຫານປະຕິວັດ. ດ້ວຍເຫງົ້າພະລັງທີ່ແຂງແຮງດັ່ງກ່າວ, ກອງທັບປະຊາຊົນຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດເອົາໄຊຊະນະຈາກສັດຕູຜູ້ຮຸກຮານ ແລະປະຕິບັດທຸກໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ຢ່າງມີໄຊ. ສາມັກຄີສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການກໍ່ສ້າງກອງທັບໃຫ້ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທົ່ານັ້ນ, ຫາກຍັງແມ່ນພື້ນຖານ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງກອງທັບປະຕິວັດ, ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນອີກດ້ວຍ.

leftcenterrightdel
ພະນັກງານ, ນັກຮົບກອງຮ້ອຍ 2, ກອງພັນສື່ສານ 610 (ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ) ຫຼິ້ນໝາກຮຸກຈີນ ໃນວັນພັກ. ພາບ: ຖັ໊ງເລິີ້ຍ

ສາມັກຄີສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ ແມ່ນຄຸນຄ່າດ້ານຈິດໃຈອັນໃຫຍ່ຫຼວງ, ແມ່ນຈຸດວັດທະນະທຳການທະຫານທີ່ເປັນມູນເຊື້ອອັນລ້ຳຄ່າ, ພ້ອມທັງແມ່ນຄຸນທາດ, ບຸກຄະລິກກະພາບທີ່ເປັນເອກະລັກສະເພາະຂອງທະຫານລຸງໂຮ່, ສະແດງອອກໃຫ້ເຫັນຢ່າງຈະແຈ້ງທາດແທ້ການປະຕິວັດຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ. ຄຸນຄ່າອັນສູງສົ່ງດັ່ງກ່າວຍາມໃດພະນັກງານ, ນັກຮົບຮຸ່ນຕ່າງໆ ກໍ່ໄດ້ຮັກສາ ແລະເສີມຂະຫຍາຍໃນທຸກໄລຍະປະຕິວັດ. ໃນນັ້ນ, ພະນັກງານ ແມ່ນຜູ້ບັນຊາ, ເປັນອ້າຍ, ເປັນເອື້ອຍ, ເປັນເພື່ອນ, ຍາມໃດກໍ່ພ້ອມທີ່ຈະແບ່ງປັນ, ຊ່ວຍເຫຼືອ ແລະແນະນຳນັກຮົບ. ຍ້ອນວ່າ, ຄືດັ່ງລຸງໂຮ່ ເຄີຍຢັ້ງຢືນວ່າ “ພະນັກງານແມ່ນຕົ້ນກຳເນີິດຂອງທຸກວຽກງານ”, “ທຸກວຽກງານຢາກປະສົບຜົນສຳເລັດ ຫຼືວ່າປະລາໄຊ, ລ້ວນແຕ່ແມ່ນຍ້ອນພະນັກງານດີ ຫຼືອ່ອນ”, “ພະນັກງານ ຖືນັກຮົບຄືຕີນ, ຄືມື, ນັກຮົບຈຶ່ງຖືພະນັກງານຄືມັນສະໝອງ”. ເມື່ອພະນັກງານເຄົາລົບນັບຖື, ຮັກແພງນັກຮົບ, ຍາມໃດນັກຮົບກໍ່ເຄົາລົບນັບຖື ແລະປະຕິບັດຕາມຄຳສັ່ງຂອງພະນັກງານ, ພ້ອມທັງກ້າສະແດງຄວາມຄິດເຫັນ, ສະເໜີຂໍ້ລິເລີ່ມໃນການຮ່ຳຮຽນ, ປະຕິບັດງານ.

ພະນັກງານຍາມໃດກໍ່ແມ່ນຄູອາຈານ, ຜູ້ແນະນຳ, ສ້າງເງື່ອນໄຂໃຫ້ນັກຮົບຮ່ຳຮຽນ, ປະຕິບັດຕາມເພື່ອໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນເທື່ອລະກ້າວ. ກົງກັນຂ້າມ, ນ້ຳໃຈບໍລິສຸດຜຸດຜ່ອງຂອງນັກຮົບກໍ່ແມ່ນໜຶ່ງໃນບັນດາແຫຼ່ງກຳລັງໜູນ, ແຫຼ່ງບັນດານໃຈໃຫ້ແກ່ພະນັກງານປັບປຸງຕົວເອງຢ່າງບໍ່ຢຸດຢັ້ງ. ການໜູນຊ່ວຍນີ້ໄດ້ຊ່ວຍໃຫ້ພະນັກງານ ແລະນັກຮົບພ້ອມກັນກ້າວໜ້າ, ຍົກສູງກຳລັງຄວາມສາມາດ ແລະຄຸນທາດ, ຮ່ວມຈິດຮ່ວມໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ເຮັດສຳເລັດທຸກໜ້າທີ່ຢ່າງມີໄຊ.

ຜ່ານ 80 ປີແຫ່ງການສ້າງສາ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ, ການນຳ, ຜູ້ບັນຊາຮຸ່ນຕ່າງໆຂອງກອງທັບໄດ້ຊາບຊຶມ, ໝູນໃຊ້ຈິດໃຈສາມັກຄີ, ຄວາມສະໜິດຕິດພັນທີ່ໝັ້ນແກ່ນລະຫວ່າງພະນັກງານ-ນັກຮົບ ສ້າງເປັນມູນເຊື້ອສາມັກຄີ, ສະໜິດຕິດພັນລະຫວ່າງພະນັກງານກັບນັກຮົບປຽບເໝືອນອ້າຍນ້ອງໃນຄອບຄົວດຽວກັນ. ສາຍພົວພັນສາມັກຄີທີ່ສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ ໄດ້ຫັນເປັນລະອຽດຢ່າງມີຊີວິດຊີວາໃນລະບົບກົດລະບຽບ, ກົດວິໄນຂອງກອງທັບ, ບັນດາກົດລະບຽບ, ຂໍ້ກຳນົດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ອົງການຈັດຕັ້ງພັກ, ການນຳທຸກຂັ້ນໄດ້ຊາບຊຶມ, ຫັນເປັນຂໍ້ກຳນົດ, ຄຳແນະນຳໃນການປະຕິບັດຕາມພາລະໜ້າທີ່ທີ່ໄດ້ມອບໝາຍໃຫ້.

ສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີລະຫວ່າງພະນັກງານ-ນັກຮົບ

ໂດຍແມ່ນຄຸນຄ່າອັນສູງສົ່ງ ແລະຍືນຍົງໃນບຸກຄະລິກກະພາບທະຫານລຸງໂຮ່, ການຫຼໍ່ລ້ຽງ, ຮັກສາ ແລະເສີມຂະຫຍາຍນ້ຳໃຈສາມັກຄີລະຫວ່າງພະນັກງານ-ນັກຮົບແມ່ນແທດຈິງປະກອບສ່ວນສ້າງພະລັງທີ່ຊະນະເລີດຂອງກອງທັບປະຊາຊົນຫວຽດນາມ. ປະຈຸບັນ, ການຮັກສາ ແລະເສີມຂະຫຍາຍຈິດໃຈສາມັກຄີສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ ຍິ່ງມີຄວາມສຳຄັນ, ເປັນປະຈຳ ແລະເພື່ອສ້າງເປັນພື້ນຖານ, ກຳລັງໜູນໃຫ້ກອງທັບຫວຽດນາມ ຍາມໃດກໍ່ເຮັດສຳເລັດຕາມພາລະໜ້າທີ່ຢ່າງດີເລີດແມ່ນກອງສູ້ຮົບ, ກອງປະຕິບັດງານ ແລະກອງອອກແຮງງານທຳການຜະລິດ.

ເພື່ອສືບຕໍ່ຮັກສາ, ແຜ່ຂະຫຍາຍ ແລະເສີມຂະຫຍາຍຈິດໃຈສາມັກຄີສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ ໃນກອງທັບ, ຕ້ອງເຮັດວຽກງານສຶກສາການເມືອງ, ແນວຄິດ, ຄວາມເປັນເອກະພາບໃນຄວາມຮັບຮູ້ ແລະການກຳນົດທິດຄຸນຄ່າຂອງຄວາມສາມັກຄີສະໜິດຕິດພັນໃຫ້ແກ່ພະນັກງານ, ນັກຮົບ. ພ້ອມທັງຈັດຕັ້ງການພົບປະແລກປ່ຽນ, ການເຈລະຈາ ເພື່ອເຂົ້າໃຈຄວາມຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງກັນ, ເພີ່ມທະວີຈິດໃຈສາມັກຄີ ແລະແບ່ງປັນບົດຮຽນ, ຍົກລະດັບດ້ານວິຊາສະເພາະ ແລະທາດແທ້ຄຸນສົມບັດຂອງພະນັກງານ, ນັກຮົບແຕ່ລະຄົນ.

ເສີມຂະຫຍາຍບົດບາດການເປັນແບບຢ່າງຂອງພະນັກງານການນຳ, ຜູ້ບັນຊາການເພື່ອໃຫ້ເຂົາເຈົ້າເປັນແບບຢ່າງໃນການປະຕິບັດຈິດໃຈສາມັກຄີສະໜິດຕິດພັນລະຫວ່າງພະນັກງານ -ນັກຮົບ ຢ່າງແທ້ຈິງ, ເປັນແບບຢ່າງກດ້ານຄຸນທາດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ກຳລັງຄວາມສາມາດໃນການປະຕິບັດງານ. ພະນັກງານຕ້ອງເຮັດວຽກຢ່າງມີປະຊາທິປະໄຕ, ວິທະຍາສາດ, ເອົາໃຈໃສ່ໃກ້ຊິດຕິດແທດ, ຮັກແພງຂັ້ນລຸ່ມ, ຮ່ວມທຸກຮ່ວມສຸກ ແລະເບິ່ງແຍງດູແລຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງນັກຮົບ. ຈາກນັ້ນ, ນັກຮົບ ຍິ່ງເຄົາລົບນັບຖື ແລະເຊື່ອໝັ້ນຕໍ່ກັບຜູ້ນຳ, ຍາມໃດກໍ່ທະນົງໃຈ ແລະມີອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງຕໍ່ກັບພະນັກງານ, ຕິດພັນສະໜິດແໜ້ນກັບໝູ່ຄະນະກົມກອງ.

ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຄືໃນປະຈຸບັນ, ບັນດາອົງການ, ກົມກອງຕ້ອງເອົາໃຈໃສ່ສຶກສາ, ຝຶກຝົນຫຼໍ່ຫຼອມ, ບຳລຸງ, ກໍ່ສ້າງຖັນແຖວພະນັກງານທັງມີຄຸນສົມບັດທັງມີຄຸນວຸດທິ. ພ້ອມກັນນັ້ນ, ພະນັກງານແຕ່ລະຄົນຕ້ອງຕື່ນຕົວໃນການຝຶກຝົນຫຼໍ່ຫຼອມ, ສູ້ຊົນໃຫ້ກາຍເປັນແບບຢ່າງດີເດັ່ນດ້ານຄຸນທາດ, ກຳລັງຄວາມສາມາດ, ສະຕິໃນການປະຕິບັດຕາມລະບຽບວິໄນ, ເປັນໃຈກາງແຫ່ງຄວາມສາມັກຄີໃນກົມກອງ; ມີແບບແຜນການດຳລົງຊີວິດປອດໃສ, ຂາວສະອາດ, ລຽບງ່າຍເພື່ອໃຫ້ນັກຮົບຮ່ຳຮຽນ ແລະປະຕິບັດ ຕາມ.

ສ້າງສະພາບແວດລ້ອມແຫ່ງການປະຕິບັດງານທີ່ສະດວກ, ມີຄວາມສາມັກຄີ, ເປັນມິດ ແລະມີປະສິດທິຜົນສຳລັບພະນັກງານ ແລະນັກຮົບ; ສ້າງບັນຍາກາດດ້ານຈິດໃຈໃນໝູ່ຄະນະໃຫ້ປອດໃສຂາວສະອາດ. ຮັບປະກັນເງື່ອນໄຂດ້ານວັດຖຸ, ຈິດໃຈເພື່ອລະດົມກຳລັງໃຈພະນັກງານ, ນັກຮົບອຸ່ນອ່ຽນໃຈປະຕິບັດງານ, ປະຕິບັດທຸກໜ້າທີ່ໃຫ້ເປັນຢ່າງດີ.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ, ໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່, ຮຽກຮ້ອງໃຫ້ຖັນແຖວພະນັກງານການນຳ, ຜູ້ບັນຊາການທຸກຂັ້ນໃນກອງທັບຕ້ອງສືບຕໍ່ເອົາໃຈໃສ່ວຽກງານປັບປຸງການພົວພັນສາມັກຄີສະໜິດຕິດພັນລະຫວ່າງພະນັກງານ-ນັກຮົບ, ປະກອບສ່ວນປັບປຸງ ແລະແຜ່ຂະຫຍາຍກຳລັງແຮງພາຍໃນ, ຂັ້ນເທິງ ແລະຂັ້ນລຸ່ມເປັນຈິດໜຶ່ງໃຈດຽວກັນ, ສາມັກຄີເອກະພາບ, ປະກອບສ່ວນສ້າງກອງທັບໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນດ້ານການເມືອງ, ປະຕິບັດທຸກໜ້າທີ່ທີ່ໄດ້ມອບໝາຍຢ່າງມີໄຊ ແລະຜ່ານນັ້ນປະກອບສ່ວນແຜ່ຂະຫຍາຍນາມມະຍົດ, ຮູບພາບທະຫານລຸງໂຮ່ໃນຈິດໃຈປະຊາຊົນ.

ໂດຍ: ແສງເດືອນ