ທີ່ການເຈລະຈາ, ຫົວໜ້າຄະນະຜູ້ແທນສອງປະເທດ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ ຟີລິບປິນ ແລະຫວຽດນາມ. ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໄດ້ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມແມ່ນຜົນປະໂຫຍດຂອງທຸກໆປະເທດໃນໂລກ; ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີ, ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນຕີ Irineo Cruz Espino ພ້ອມກັບຜູ້ແທນເຂົ້າຮ່ວມການເຈລະຈາ. ພາບ: ກ່ຽວຈີງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເນັ້ນໜັກເຖິງຄວາມຈໍາເປັນຕ້ອງຊຸກຍູ້ຄຳໝັ້ນສັນຍາ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະຊຸກຍູ້ການສິ້ນສຸດການເຈລະຈາ, ລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວໃຫ້ແທດຈິງ, ມີປະສິດທິຜົນ ແລະສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນກວ່າອີກດ້ວຍບັນດາຈຸດສຸມ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຊຸກຍູ້ການປຶກສາຫາລື ແລະເຈລະຈາຢ່າງມີປະສິດທິຜົນ, ໃນນັ້ນມີການເຈລະຈານະໂຍບາຍດ້ານປ້ອງກັນຊາດ ເພື່ອແລກປ່ຽນ ແລະຍົກອອກການຮ່ວມມືໃນອະນາຄົດ; ເພີ່ມທະວີການຮ່ວມມືຢູ່ທະເລ; ກູ້ໄພກູ້ຊີບ, ຮັບມືກັບໄພພິບັດທໍາມະຊາດ, ການປ້ອງກັນ, ຕ້ານອາດຊະຍາກຳ, ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່... ສິ້ນສຸດການເຈລະຈາ, ຫົວໜ້າຄະນະຜູ້ແທນສອງປະເທດ ໄດ້ລົງນາມໃນບົດບັນທຶກການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ ຄັ້ງທີ 6.

ໂດຍ: ເຈິ່ນຮວ່ຽນ