ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ; ປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ,  ລະບອບການເມືອງຂອງກັນ, ເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະກັບທ່ານນາງ Tammy Duckworth ສະມາຊິກສະພາສູງ ອາເມລິກາ. ພາບ: ວັນຫຽວ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອາເມລິກາ ສືບຕໍ່ໄດ້ຮັບການຮັກສາສອດຄ່ອງກັບເອກະສານ, ຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມ, ພົ້ນເດັ່ນແມ່ນໃນບັນດາຂົງເຂດຄື: ການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ການເຈລະຈາ-ປຶກສາຫາລື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການຮັກສາສັນຕິພາບຂອງສະຫະປະຊາຊາດ, ການບຳລຸງສ້າງ, ຍົກສູງກໍາລັງຄວາມສາມາດ, ໜູນຊ່ວຍດ້ານມະນຸດສະທຳ-ຊ່ວຍເຫຼືອໄພພິບັດ, ການຢ້ຽມຢາມຂອງກຳປັ່ນທະຫານເຮືອອາເມລິກາ ມາຢ້ຽມຢາມຫວຽດນາມ...

ໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ທ່ານນາງ Tammy Duckworth ເອົາໃຈໃສ່,  ຍູ້ແຮງລັດຖະສະພາອາເມລິກາ ສືບຕໍ່ສະໜັບສະໜູນການຜັນຂະຫຍາຍບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດ ຕາມບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມ.

ສ່ວນທ່ານນາງ Tammy Duckworth ຢືນຢັນວ່າ ໃນຖານະຕຳແໜ່ງຂອງຕົນ, ທ່ານນາງ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ທັງສອງຝ່າຍມີຄວາມຕ້ອງການ, ມີຄວາມສາມາດ, ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງລະຫວ່າງສອງປະເທດ, ໃນນັ້ນມີການພົວພັນດ້ານປ້ອງກັນຊາດ.

ໂດຍ: ຈາງຫງວຽນ